ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເຄື່ອນໄຫວຕິດຕາມເຂື່ອນໄຟຟ້ານ້ຳລີກ 1-2 ແລະ ນໍ້າງື່ມ 1
October 7, 2025 - 11:03 AM

ວັນທີ 5 ຕຸລາ 2025 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຄະນະຈາກກົມພະລັງງານ ພ້ອມດ້ວຍພກາສ່ວນກ່ຽວຂ້ອງຫຼາຍພາກສ່ວນ ຕິດຕາມລະດັບນ້ຳໃນເຂື່ອນໄຟຟ້ານໍ້າລີກ 1-2 ແລະ ເຂື່ອນໄຟຟ້າ ນໍ້າງື່ມ 1.
ທ່ານ ລັດຖະມົນຕີ, ໄດ້ໃຫ້ທິດຊີ້ນໍາຕໍ່ຄະນະຜູ້ບໍລິຫານ ແລະ ພະນັກງານ, ກຳມະກອນຂອງບໍລິສັດໄຟຟ້ານໍ້າລີກ 1-2 ແລະ ນໍ້າງື່ມ 1 ໃຫ້ເອົາໃຈໃສ່ວາງແຜນການບໍລິຫານ-ຈັດການນໍ້າ ທີ່ມີລະບົບຄົບຊຸດນັ້ນ, ໃຫ້ເພີ່ມທະວີເອົາໃຈໃສ່ບາງບັນຫາກ່ອນການລະບາຍນໍ້າອອກ ເພື່ອຮັບປະກັນບໍ່ໃຫ້ເກີດຜົນກະທົບ ແລະ ການສູນເສຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ ຢູ່ເຂດລຸ່ມເຂື່ອນ ເປັນຕົ້ນແມ່ນ:

- ສືບຕໍ່ປັບປຸງ ແລະ ເຜີຍແຜ່ແຜນຮັບມືສຸກເສີນ “EAP” ໃຫ້ສອດຄ່ອງ-ຄົບຖ້ວນ ແລະ ນໍາໃຊ້ໄດ້ໃນເວລາເກີດເຫດ ຕາມທີ່ໄດ້ລະບຸໄວ້ໃນກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ, ບົດແນະນຳ ວ່າດ້ວຍຄວາມປອດໄພຂອງເຂື່ອນ-ພາກແຜນຮັບມືສຸກເສີນ, ກອບໜ້າວຽກໃນການສ້າງແຜນຮັບມືສຸກເສີນ ແລະ ກົດໝາຍ-ລະບຽບການທີ່ກ່ຽວຂ້ອງຂອງພາກລັດທີ່ມີ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ແລະ ສາມາດນໍາໃຊ້ໄດ້.
- ໃຫ້ ບໍລິສັດ ສືບຕໍ່ເພີ່ມຄວາມເອົາໃຈໃສ່ປັບປຸງແກ້ໄຂກົນໄກຂອດການປະສານງານ ກັບພາກສ່ວນກ່ຽວຂ້ອງເປັນປະຈຳ, ວິທີການແຈ້ງເຕືອນ, ເຄື່ອງມືທີ່ນໍາໃຊ້ເຂົ້າໃນການແຈ້ງເຕືອນ, ການກຳນົດພື້ນທີ່ປອດໄພ, ເສັ້ນທາງອົບພະຍົບ, ຕິດຕັ້ງແຜນທີ່ສະແດງນ້ຳຖ້ວມ, ກຸ່ມບ້ານທີ່ມີຄວາມສ່ຽງຈະຖືກນໍ້າຖ້ວມ (ກໍລະນີນໍ້ານອງ ຫລື ເຂື່ອນແຕກ), ມີການເຜີຍແຜ່ ແລະ ຝຶກຊ້ອມເປັນປະຈຳລະຫວ່າງໂຄງການ, ການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດ ແລະ ປະຊາຊົນທີ່ອາໃສຢູ່ລຸ່ມເຂື່ອນ ແລະ ໜ້າເຂື່ອນ ໃຫ້ມີຄວາມເຂົ້າໃຈແຈ້ງ, ກຽມຄວາມພ້ອມຮັບມື ແລະ ຮູ້ຈັດຕັ້ງປະຕິບັດ ຖ້າມີເຫດການໃດໜຶ່ງເກີດຂຶ້ນ
- ໃນກໍລະນີຫາກຕ້ອງການປ່ອຍນໍ້າ ຫລື ມີຄວາມຈຳເປັນຕ້ອງຫລຸດລະດັບນ້ຳໃນອ່າງ ຫລື ມີເຫດການທີ່ຮ້າຍແຮງຕໍ່ກັບຄວາມໜັ້ນຄົງຂອງເຂື່ອນ, ເຈົ້າຂອງເຂື່ອນ ຕ້ອງລາຍງານໃຫ້ ກະຊວງອຸດສາຫະກໍາ ແລະ ການຄ້າ ຮັບຊາບລ່ວງໜ້າ (ຕາມທີ່ກໍານົດໄວ້ໃນມາດຕາ 40 ແລະ ມາດຕາອື່ນທີ່ກ່ຽວຂ້ອງ ຂອງກົດໝາຍວ່າດ້ວຍຄວາມປອດໄພຂອງເຂື່ອນ) ພ້ອມທັງປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນໃຫ້ທັນຕາມເວລາ.
- ເນື່ອງຈາກ ສະພາບດິນຟ້າອາກາດມີການປ່ຽນແປງ ແລະ ພາກລັດ ໄດ້ໃຫ້ຄວາມສໍາຄັນ ຕໍ່ ວຽກງານຄວາມປອດໄພຂອງເຂື່ອນ. ຕໍ່ກັບບັນຫາດັ່ງກ່າວ, ໃຫ້ ບໍລິສັດ ເພີ່ມການກວດສອບລະບົບຕິດຕາມເຂື່ອນ, ກົນໄກລະບົບເມການີກ-ໄຟຟ້າ ຂອງອຸປະກອນຕ່າງໆຂອງເຂື່ອນ ໃຫ້ຢູ່ໃນສະພາບພ້ອມໃຊ້ງານຕະຫລອດເວລາ.
- ສືບຕໍ່ ເຝົ້າລະວັງ ປະເມີນ-ຄິດໄລ່ປະລິມານຝົນ ແລະ ປະລິມານນໍ້າໄຫລເຂົ້າອ່າງ ໃນການເຂົ້າມາຂອງພາຍຸຝົນແຕ່ລະຄັ້ງ ເພື່ອເປັນບ່ອນອີງໃນການແຈ້ງເຕືອນໃຫ້ປະຊາຊົນຮັບຊາບລ່ວງໜ້າ.
ທີ່ມາ: ຂ່າວສານອຸດສາຫະກຳ ແລະ ການຄ້າ
