ບໍລິສັດຜະລິດໄຟຟ້າລາວຊີ້ສາເຫດນໍ້າຖ້ວມ ບໍ່ແມ່ນຍ້ອນການປ່ອຍເຂື່ອນໄຟຟ້ານໍ້າງື່ມ1

ວັນທີ 3-4 ຕຸລາ 2025 ທີມງານຈາກ EDL-Gen ໄດ້ລົງສຳຫຼວດຕົວຈິງໃນພຶ້ນທີ່ຕ່າງໆທີ່ມີນໍ້າຖ້ວມ ຮ່ວມກັບ ຄະນະຈາກ ກົມພະລັງງານ, ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ທີມງານເຂື່ອນໄຟຟ້ານໍ້າງື່ມ 1 ເພື່ອຫາສາເຫດຂອງນໍ້າຖ້ວມຂັງ ຢູ່ບັນດາເຂດບ້ານ ທີ່ໄດ້ມີການເຜີຍແພ່ໃນສື່ອອນລາຍ ແລະ ແກ້ບັນຫາຫາງສຽງຂອງ ປະຊາຊົນ ຜ່ານທາງສື່ມວນຊົນດ້ານຕ່າງໆເປັນຕົ້ນແມ່ນ:
1. ເຂດບ້ານຫ້ວຍເດື່ອ ເມືອງ ໂພນໂຮງ ແຂວງວຽງຈັນ: ທີມງານໄດ້ລົງເບິ່ງສະພາບເຫດການຕົວຈິງ, ສຳລັບບ້ານຫ້ວຍເດື່ອ ແມ່ນຫ່າງຈາກເສັ້ນທາງເລກທີ 13 ເໜືອປະມານ 10 ກມ ແລະ ຫ່າງຈາກພູພະນັງປະມານ 7 ກມ, ຜ່ານການສໍາພາດປະຊາຊົນ ແລະ ນາຍບ້ານຫ້ວຍເດື່ອ ໄດ້ເກີດ ມີນໍ້າຖ້ວມ ສູງປະມານ 2-3 ແມັດ ເຊິ່ງເກີດຈາກນໍ້າປ່າໄຫລຫລາກ ແລະ ເບື້ອງເທິງ ໄດ້ມີການສ້າງໜອງລ້ຽງປາ ທີ່ ມີຂະໜາດປະມານຂະໜາດຄວາມຍາວ 200, ກ້ວາງ 40 ແມັດ ແລະ ເລີກ 3 ແມັດ ໄດ້ມີຫຼາຍໆໜອງຊ້ອນ ກັນ ແລະ ໃນຊ່ວງພະຍຸບົວລອຍເຂົ້າມາເຮັດໃຫ້ເກີດມີຝົນຕົກໜັກ ແລະ ນໍ້າທີ່ຢູ່ໜອງປາຕອນເທິງໄດ້ແຕກພັງ ແລະ ເຮັດໃຫ້ມວນນໍ້າໄຫຼລົງມາຖ້ວມບ້ານເຮືອນປະຊາຊົນ ທີ່ຢູ່ເບື້ອງລຸ່ມ ແລະ ມວນນໍ້າດັ່ງກ່າວໄດ້ໄຫຼລົງສູ່ນໍ້າ ແຈ້ງເຮັດໃຫ້ນໍ້າຖ້ວມເຮືອນປະຊາຊົນຈໍານວນ, ຫຼັງຈາກນັ້ນ ນໍ້າໄຫຼລົງສູ່ສາຍນໍ້າງື່ມ.
2. ເຂດບ້ານນ້ອຍ ແລະ ບ້ານນາໂພໃຕ້: ນໍ້າຖ້ວມ ເກີດຈາກທໍ່ລະບາຍນໍ້າລອດທາງມີຂະໜາດນ້ອຍ ເຮັດໃຫ້ມີນໍ້າ ຂັງ ແລະ ລະບາຍບໍ່ທັນ
3. ເຂດບ້ານແສນຊຸມ (ທີ່ໃກ້ກັບພູພະນັງ): ນໍ້າຖ້ວມ ຍ້ອນບໍ່ມີທໍ່ລະບາຍນໍ້າແຄມທາງ
4. ເຂດບ້ານ ນາງ່າ, ເມືອງນາໄຊທອງ: ນໍ້າທີ່ຖ້ວມຂັງເຮືອນປະຊາຊົນ ໃນເຂດບ້ານນາງ່າ ແມ່ນຍ້ອນອິນທິພົນຈາກ ພະຍຸເຂດຮ້ອນບົວລອຍ ທີ່ເຮັດໃຫ້ເກີດມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ຈຶ່ງເຮັດໃຫ້ຫ້ວຍນໍ້າຂະຫນາດນ້ອຍ ໄດ້ໄຫຼເຂົ້າອ່າງຊົນລະປະທານນໍ້າຊວງທີ່ເປັນຝາຍນໍ້າລົ້ນ, ນໍ້າລົ້ນຜ່ານຝາຍນໍ້າລົ້ນສູງປະມານ 85cm. ຫຼັງຈາກນັ້ນ, ມ່ວນນໍ້າຈະໄຫຼລົງສູ່ສາຍນໍ້າງື່ມ
5. ທາງດ່ວນ ວັງວຽງ (ເຂດບ້ານບົວ): ຜ່ານການລົງຕິດຕາມກວດກາຕົວຈິງ ເຫັນວ່າ ນໍ້າທີ່ຖ້ວມຂັງຢູ່ທາງດ່ວນເຂດ ບ້ານບົວ ແມ່ນເກີດຈາກທາງດ່ວນໄປຕັນແລວນໍ້າໄຫຼເກົ່າ ເຮັດໃຫ້ເວລາຖ້າມີຝົນຕົກໜັກ ຫຼື ນໍ້າປ່າໄຫຼຫຼາກ ແມ່ນຈະເກີດມີນໍ້າຖ້ວມຢູ່ຈຸດດັ່ງກ່າວທຸກປີນັບແຕ່ສ້າງທາງດ່ວນເປັນຕົ້ນມາ.
ດັ່ງນັ້ນ, ຈຶ່ງຂໍຊີ້ແຈງ ແລະ ລາຍງານມາຍັງທຸກພາກສ່ວນຮັບຊາບ ແລະ ເຂົ້າໃຈຂື້ນຕື່ມ ພ້ອມດຽວກັນນີ້, ຂໍຄວາມຮ່ວມມືກັບ ທ່ານໃຫ້ເຂົ້າໃຈວ່າ: ການລະບາຍນ້ຳຂອງເຂື່ອນ ໃນຕອນນີ້ເປັນການບໍລິຫານນ້ຳທີ່ຖືກຄິດໄລ່ຢ່າງລະມັດລະວັງ ເພື່ອຫຼຸດຜ່ອນຜົນກະທົບທີ່ອາດຈະເກີດຂື້ນເປັນວົງກວ້າງ ແລະ ຫວັງວ່າໃນເວລາອັນໃກ້ນີ້ ພວກເຮົາຈະຜ່ານຜ່າວິກິດນີ້ໄປພ້ອມໆກັນ.
