ກັກຕົວຊາຍໜຸ່ມສັນຊາດ ສ.ເກົາຫລີ ພ້ອມຂອງກາງເຄຕາມີນ 0.466 ກຣາມ ຢູ່ສະໜາມບິນວັດໄຕ

ວັນທີ 3 ຕຸລາ ປີ 2025 ເວລາ 22:30 ນາທີ ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ ເຈົ້າໜ້າທີ່ ຕຳຫລວດກວດຄົນເຂົ້າ-ອອກ ເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ ໄດ້ກວດກາ ກະເປົາເດີນທາງ ຂອງຄົນສັນຊາດ ສ.ເກົາຫລີ ອາຍຸ 30 ປີ ທີ່ສົງໄສວ່າມີສານເສບຕິດ ທີ່ສະໝາມບິນສາກົນວັດໄຕ.

ຜ່ານການກວດກາພົບເຫັນ ຢາເສບຕິດ ປະເພດເຄຕາມີນ ນໍ້າໝັກ 0.466 ກຣາມ, ຊຸກເຊື່ອງໃສ່ໃນກະເປົາເດີນທາງ ທີ່ຈະເດີນທາງອອກໄປ ສ.ເກົາຫລີ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີ ຈຶ່ງໄດ້ສືບສວນ-ສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນພ້ອມເຮັດບົດບັນທຶກຢຶດຂອງກາງ ແລ້ວສົ່ງມອບຄະດີ ໃຫ້ເຈົ້າໜ້າທີ່ ຕໍາຫລວດ ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດດໍາເນີນຄະດີ ຕາມລະບຽບກົດໝາຍ.

ທີ່ມາ: ກະຊວງການເງິນ