ຜົນກະທົບພາຍຸບົວລອຍຢູ່ຊຽງຂວາງ ເຮັດໃຫ້ເຂື່ອນນໍ້າງຽບ2C ແລະ 2B ເປ່ເພ ປະຊາຊົນສູນຫາຍ 2 ຄົນ
October 6, 2025 - 1:32 PM
ຂ່າວເມືອງຄູນ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 29-30 ກັນຍາ 2025 ເມືອງຄູນໄດ້ຮັບຜົນກະທົບຈາກພາຍຸບົວລອຍ ເຮັດໃຫ້ປະລິມານນໍ້າຈາກຫ້ວຍຮ່ອງຕ່າງໆ ເພີ່ມຂຶ້ນຢ່າງໄວວາ, ມີດິນເຊາະເຈື່ອນທັບທາງຫລາຍຈຸດເປ່ເພ ບໍ່ສາມາດສັນຈອນໄດ້ ເປັນຕົ້ນ ເສັ້ນທາງຫລວງແຫ່ງຊາດ 1D ລະຫວ່າງ ເມືອງຄູນ ແຂວງຊຽງຂວາງ ຫານໍ້າແຊ່ໜອນ ຊາຍແດນ ແຂວງໄຊສົມບູນ ໄລຍະປະມານ 53 ກມ ຜ່ານຈາກການປະເມີນເບື້ອງຕົ້ນ ເສັ້ນທາງແມ່ນໄດ້ຮັບຜົນກະທົບປະມານ 80%
ຄວາມເສຍຫາຍຕໍ່ເຂື່ອນໄຟຟ້ານໍ້າງຽບ 2C ແລະ 2B ຈໍານວນໜຶ່ງໄດ້ຮັບຄວາມເສຍຫາຍເປ່ເພ ມີຜູ້ສູນຫາຍ 2 ຄົນ (ຍັງບໍ່ສາມາດຊອກເຫັນ), ເຮືອນຂອງປະຊາຊົນຕາມແຄມນໍ້າຖືກດິນທັບຖົມ ເຊາະເຈື່ອນ, ເນື້ອທີ່ທໍາການຜະລິດກໍໄດ້ຮັບຄວາມ ເສຍຫາຍໜັກ. ເບື້ອງຕົ້ນພາກສ່ວນກ່ຽວຂ້ອງໄດ້ຕິດຕາມ ແລະ ມອບເຄື່ອງທີ່ຈໍາເປັນຈໍານວນໜຶ່ງແກ່ປະຊາຊົນທີ່ຖືກເຄາະຮ້າຍ ດັ່ງກ່າວ.
