ຫາລື ເລັ່ງແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ

ວັນທີ 22 ກັນຍາ 2025 ຜ່ານມາ ທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ກອງເລຂາຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມ ຊຸກຍູ້ແກ້ໄຂບັນຫາຕົວະຍົວະຫລອກລວງຜ່ານທາງອອນລາຍ. ໂດຍການເປັນປະທານຮ່ວມຂອງ ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຊ ແລະ ພົທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ (ປກສ) ມີຕາງໜ້າຈາກບັນດາກົມອ້ອມຂ້າງ ກຕສ (ຫ້ອງການກອງເລຂາ ຄຄອຊ, ອົງການດັດສົມໂທລະຄົມມະນາຄົມ, ກົມຄວາມປອດໄພໄຊເບີ), ກະຊວງປ້ອງກັນຄວາມສະຫງົບ (ກົມໃຫຍ່ສັນຕິບານ, ກົມ 202), ບັນດາບໍລິສັດໂທລະຄົມມະນາຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຫ້ອງການກອງເລຂາ ຄຄອຊ ໄດ້ລາຍງານ ສະພາບຮູບແບບໃໝ່ໃນການຕົວະຍົວະຫລອກລວງຜ່ານທາງຂໍ້ຄວາມ ເປັນຕົ້ນ: ຂໍ້ຄວາມຫລອກລວງວ່າໄດ້ຮັບລາງວັນ, ຂໍ້ຄວາມສົ່ງລິ້ງປອມໃຫ້ກົດເຂົ້າ ແລະ ອື່ນໆ. ພ້ອມນີ້, ແຕ່ລະພາກສ່ວນໄດ້ຮ່ວມກັນຄົ້ນຄວ້າ, ປະກອບຄໍາຄິດເຫັນ ເພື່ອແກ້ໄຂບັນຫາດັ່ງກ່າວໃຫ້ເລັ່ງດ່ວນ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ໄດ້ເນັ້ນຢໍ້າໃຫ້ແຕ່ລະພາກສ່ວນປະສານສົມທົບລະອຽດ ລະຫວ່າງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ກະຊວງ ປ້ອງກັນຄວາມສະຫງົບ ແລະ ບັນດາບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມ ໃຫ້ຈັດແບ່ງໜ້າທີ່ຄວາມຮັບຜິດຊອບສາມາດຈັດຕັ້ງໄດ້ ແລະ ນໍາໃຊ້ທ່າແຮງສາຍສໍາພັນຮ່ວມກັບຄູ່ຮ່ວມມື ແກ້ໄຂບັນຫາດັ່ງກ່າວໃຫ້ມີຜົນສໍາເລັດສູງສຸດ.

ທີ່ມາ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ