ກຸ່ມຜູ້ສະໜັບສະໜູນປາແລັສຕິນໃນຫລາຍປະເທດຊຸມນຸມປະທ້ວງ ເຫດສະກັດກັ້ນກອງເຮືອຊ່ວຍເຫລືອກາຊາ
ບັນດາກຸ່ມຜູ້ສະໜັບສະໜູນປາແລັສຕິນໃນຫລາຍປະເທດເຊັ່ນ: ອິຕາລີ, ແອັສປາຍ, ອາຟຣິກາໃຕ້, ແມັກຊິກ ແລະ ໂກລົມບີ ຕ່າງລວມຕົວກັນຊຸມນຸມປະທ້ວງ ເຫດກອງທັບອິດສະລາແອນສະກັດກັ້ນກອງເຮືອນານາຊາດ Global Sumud Flotilla ທີ່ຂີ່ມຸ້ງໜ້າຊ່ວຍເຫລືອດ້ານມະນຸດສະທໍາໃນກາຊາ ແລະ ຫວັງຢຸດການປິດລ້ອມນ່ານນໍ້າທີ່ບໍ່ຖືກຕ້ອງດ້ວຍກົດໝາຍຂອງອິດສະລາແອນ.
ອິດສະລາແອນໄດ້ສະກັດກັ້ນກອງເຮືອ ແລະ ຄວບຄຸມຜູ້ໂດຍສານກອງເຮືອດັ່ງກ່າວ ເຊິ່ງລວມມີນາງ ເກຣຕາ ທັນເບິກ ນັກເຄື່ອນໄຫວດ້ານສະພາບອາກາດຊາວສະວີເດັນ ກ່ອນຈະມີຄວາມພະຍາຍາມສົ່ງພວກເຂົາກັບປະເທດຕົ້ນທາງ ໂດຍນາງ ເກຣຕາ ແລະ ບັນດານັກກິດຈະກໍາຕ່າງເບິ່ງວ່າ: ເຫດການທີ່ເກີດຂຶ້ນບໍ່ຕ່າງຈາກການລັກພາຕົວ.
ກຸ່ມຜູ້ຊຸມນຸມຍັງຮຽກຮ້ອງໃຫ້ອິດສະລາແອນເປີດພື້ນທີ່ໃຫ້ມີການສົ່ງມອບການຊ່ວຍເຫລືອດ້ານມະນຸດສະທໍາ ເພື່ອຢຸດສະພາບອຶດຫິວທີ່ກໍາລັງເກີດຂຶ້ນໃນຫລາຍພື້ນທີ່ຂອງກາຊາ ທັງຍັງຮຽກຮ້ອງໃຫ້ອິດສະລາແອນຢຸດສົງຄາມ ແລະ ການໃຊ້ຄວາມຮຸນແຮງໃນກາຊາໂດຍໄວ.
ລັດຖະບານຫລາຍປະເທດໄດ້ປະນາມອິດສະລາແອນຈາກເຫດການສະກັດກັ້ນກອງເຮືອດັ່ງກ່າວ, ພ້ອມພິຈາລະນາມາດຕະການອື່ນໆ ເພື່ອຕອບໂຕ້ ແລະ ກົດດັນອິດສະລາແອນໃຫ້ປ່ອຍຕົວນັກກິດຈະກໍາທຸກຄົນທີ່ຖືກຄວບຄຸມໄວ້.
ກ່ອນໜ້ານີ້, ນານາຊາດເຊັ່ນ: ຕວກກີ, ແອັສປາຍ ແລະ ອິຕາລີ ໄດ້ສົ່ງເຮືອຮົບ ແລະ ໂດຣນ ຮ່ວມປົກປ້ອງກອງເຮືອດັ່ງກ່າວທີ່ກໍາລັງມຸ້ງໜ້າສູ່ກາຊາ ຫລັງຕົກເປັນເປົ້າໂຈມຕີຈາກໂດຣນຫລາຍເທື່ອ. ພ້ອມເນັ້ນວ່າ: ພາລະກິດດັ່ງກ່າວເປັນໄປເພື່ອປະຕິບັດການກູ້ໄພ ຫລື ໃຫ້ການຊ່ວຍເຫລືອດ້ານມະນຸດສະທໍາ ບໍ່ກ່ຽວຂ້ອງກັບດ້ານການທະຫານແຕ່ຢ່າງໃດ.
Global Sumud Flotilla ຢືນຢັນວ່າ: ເຮືອຂອງກອງເຮືອທັງໝົດຖືກອິດສະລາແອນສະກັດກັ້ນຢ່າງຜິດກົດໝາຍ ໂດຍຢືນຢັນວ່າ: ນີ້ບໍ່ແມ່ນຈຸດຈົບຂອງພາລະກິດນີ້. ກອງເຮືອນີ້ຈະຍັງຕັ້ງໃຈຜະເຊີນກັບການກະທໍາໂຫດຮ້າຍຂອງອິດສະລາແອນ ແລະ ຢືນຢັນຄຽງຂ້າງຊາວປາແລັສຕິນບໍ່ປ່ຽນແປງ, ພ້ອມຮຽກຮ້ອງໃຫ້ປ່ອຍຕົວນັກກິດຈະກໍາທັງໝົດທັນທີ.
ອ້າງອີງ:
- https://www.aljazeera.com/news/liveblog/2025/9/2/live-geta-thunberg-once-more-on-board-sumud-flotilla-sailing-for-gaza
- https://apnews.com/photo-gallery/gaza-flotilla-activists-protests-photos-b4ee905517eb030ed5c04aa4487d5af5
- https://www.theguardian.com/world/2025/oct/03/final-boat-of-42-strong-pro-palestinian-flotilla-intercepted-by-israel
