ປກສ ແຂວງວຽງຈັນ ສຶກສາອົບຮົມເຈົ້າຂອງຮ້ານອິນເຕີເນັດກາເຟ 19 ຮ້ານ ທີ່ເປີດບໍລິການບໍ່ຖືກຈຸດປະສົງ ພ້ອມຢຶດອຸປະກອນ

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 30 ກັນຍາ 2025 ຜ່ານມານີ້, ປກສ ແຂວງວຽງຈັນ ໄດ້ຈັດພິທີສຶກສາອົບຮົມ-ກ່າວເຕືອນຕໍ່ຜູ້ປະກອບການເຈົ້າຂອງຮ້ານອິນເຕີເນັດກາເຟ ໂດຍການເປັນປະທານຂອງ ພັຕ ບຸນລັບ ແສງສຸວັນ ຮອງຫົວໜ້າພແນກຕໍາຫຼວດເສດຖະກິດ ປກສ ແຂວງວຽງຈັນ ມີບັນດາ ຜູ້ປະກອບການເຈົ້າຂອງຮ້ານອິນເຕີເນັດກາເຟ ເຂົ້າຮ່ວມ.

ຜ່ານການລົງກວດກາຕົວຈິງພົບເຫັນ ຜູ້ປະກອບການຮ້ານອິນເຕີເນັດກາເຟ 19 ຮ້ານ ມີ: ເມືອງໂພນໂຮງມີ 7 ຮ້ານ, ເມືອງທຸລະຄົມມີ 6 ຮ້ານ ແລະ ເມືອງວັງວຽງ ມີ 6 ຮ້ານ, ພ້ອມທັງຢຶດອຸປະກອນຄອມພິວເຕີ, ຕັ້ງ-ໂຕະ 82 ຊຸດ, ໂນດບຸກ 1 ໜ່ວຍ ແລະ ເຄື່ອງປິ່ນໃບລະຫັດເຊີ 19 ເຄື່ອງ.

ການສຶກສາອົບຮົມ-ກ່າວເຕືອນຕໍ່ຜູ້ປະກອບການ ເພື່ອໃຫ້ພວກເຂົາເຂົ້າໃຈເຖິງລະບຽບການຕ່າງໆ ພ້ອມທັງໃຫ້ຢຸດເຊົາການບໍລິການຮ້ານອິນເຕີເນັດກາເຟ ການຫລິ້ນການພະນັນຜ່ານເກມອອນລາຍ, ຫ້າມບໍ່ໃຫ້ເປີດບໍລິການຮ້ານອິນເຕີເນັດກາເຟທີ່ບໍ່ຖືກກັບຈຸດປະສົງ ໃນການສຶກສາອົບຮົມໃນຄັ້ງນີ້, ແມ່ນເປັນການສຶກສາອົບຮົມຄັ້ງສຸດທ້າຍ ຖ້າຫາກເຈົ້າໜ້າທີ່ຕໍາຫລວດພວກເຮົາກວດກາພົບເຫັນໃນຄັ້ງຕໍ່ໄປແມ່ນຈະດໍາເນີນຄະດີຕາມລະບຽບກົດໝາຍຂອງບ້ານເມືອງ.
ທີ່ມາ: Viengchan Police news
