ທ່ານ ເນທັນຢາຮູ ຫວັງວ່າ ຕົວປະກັນຮາມັດຈະຖືກປ່ອຍຕົວໃນມໍ່ໆນີ້ ພ້ອມເດີນຕາມແຜນສັນຕິພາບທ່ານ ທຣໍາ
ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ຫວັງວ່າຕົວປະກັນທີ່ກຸ່ມຮາມັດຈັບໄວ້ຢູ່ເຂດກາຊາ ນັບແຕ່ວັນທີ 7 ຕຸລາ 2023 ຈະຖືກປ່ອຍຕົວໃນມໍ່ໆນີ້ ໂດຍທ່ານສະແດງເຖິງຄວາມພ້ອມຈະເດີນໜ້າຕາມແຜນສັນຕິພາບຂອງທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ.
ທ່ານ ເນທັນຢາຮູ ກ່າວໃນເວລາຖະແຫລງການຜ່ານໂທລະພາບວ່າ: ຮາມັດຈະຖືກປົດອາວຸດ ແລະ ເຂດກາຊາຈະຖືກເຮັດໃຫ້ເປັນ “ເຂດປອດທະຫານ” ບໍ່ວ່າຈະດ້ວຍວິທີງ່າຍ ຫລື ຍາກ, ແຕ່ສິ່ງນີ້ “ຈະຕ້ອງສໍາເລັດ”.
ທ່າທີດັ່ງກ່າວເກີດຂຶ້ນ ຫລັງຈາກກຸ່ມຮາມັດອອກຖະແຫລງການໃນວັນທີ 3 ຕຸລາວ່າ: ພວກເຂົາຕົກລົງຈະປ່ອຍຕົວປະກັນຕາມແຜນສັນຕິພາບຂອງອາເມລິກາ, ແຕ່ບໍ່ໄດ້ກ່າວເຖິງການປົດອາວຸດ ແລະ ຂໍເຈລະຈາເພີ່ມຕື່ມໃນບັນຫາອື່ນໆ ໂດຍຄາດວ່າການເຈລະຈາຢຸດຍິງທາງອ້ອມລະຫວ່າງທັງສອງຝ່າຍຈະເກີດຂຶ້ນຢູ່ອີຢິບໃນວັນທີ 6 ຕຸລານີ້.
ເຖິງຢ່າງໃດກໍຕາມ, ອຸປະສັກສໍາຄັນທີ່ເຮັດໃຫ້ຂໍ້ຕົກລົງກ່ອນໜ້ານີ້ຍາກຈະເກີດຂຶ້ນຍັງມີຢູ່ ບໍ່ວ່າຈະເປັນຄວາມຕ້ອງການໃຫ້ຖອນກໍາລັງທາງທະຫານທັງໝົດຂອງອິດສະລາແອນອອກຈາກເຂດກາຊາທັນທີ ແລະ ການຮັບປະກັນວ່າອິດສະລາແອນຈະບໍ່ກັບມາສູ້ຮົບອີກ ຫລັງຈາກປ່ອຍຕົວປະກັນ. ກຸ່ມຮາມັດຮູ້ດີວ່າ: ພວກເຂົາຈະບອບບາງ ຖ້າບໍ່ມີຕົວປະກັນ ແລະ ຕ້ອງການການຮັບປະກັນທີ່ເຂັ້ມແຂງວ່າ ເລື່ອງນີ້ຈະບໍ່ເກີດຂຶ້ນ.
ກ່ອນໜ້ານີ້ມີການຕັ້ງຂໍ້ສັງເກດຈາກຜູ້ຊ່ຽວຊານພາຍໃນ ແລະ ພາຍນອກອິດສະລາແອນວ່າ: ທ່ານ ເນທັນຢາຮູ ໄດ້ຂັດຂວາງຄວາມພະຍາຍາມກ່ອນໜ້ານີ້ ເພື່ອຂະຫຍາຍເວລາສົງຄາມອອກໄປເພື່ອຜົນປະໂຫຍດທາງການເມືອງ ຫລື ບໍ່ ພາຍຫລັງລັດຖະມົນຕີໃນລັດຖະບານທ່ານ ເນທັນຢາຮູ ຂູ່ວ່າຈະລາອອກ ຖ້າສົງຄາມຈົບລົງໂດຍບໍ່ມີການທໍາລາຍຮາມັດໃຫ້ຊິ້ນຊາກ ເຊິ່ງອາດນໍາໄປສູ່ການລົ້ມສະຫລາຍຂອງລັດຖະບານ ເນທັນຢາຮູ.
ໂພສຫລາຍແຫ່ງໃນອິດສະລາແອນຊີ້ວ່າ: ຊາວອິດສະລາແອນສ່ວນຫລາຍຕ້ອງການບັນລຸຂໍ້ຕົກລົງກັບຮາມັດ ເພື່ອປ່ອຍຕົວປະກັນ ແລະ ຢຸດສົງຄາມ ໂດຍອິດສະລາແອນກໍາລັງຜະເຊີນສະພາບການແບ່ງແຍກທາງການເມືອງ, ຄົນເມື່ອຍລ້າຈາກສົງຄາມ ແລະ ຖືກກີດກັນໃນເວລີສາກົນເພີ່ມຂຶ້ນເລື້ອຍໆ ແຕ່ບໍ່ມີການຮັບປະກັນວ່າ: ແຜນສັນຕິພາບຈະເກີດຂຶ້ນແທ້ແນ່ນອນ.
ອ້າງອີງ:
