ລຸກຢືດທຸກຊົ່ວໂມງ ພາໃຫ້ສະໝອງປອດໂປ່ງ ການເຮັດວຽກດີຂຶ້ນແທ້!

ຜົນການສຶກສາສະແດງໃຫ້ເຫັນວ່າ: ການພັກເບຣກສັ້ນໆ ລະຫວ່າງເຮັດວຽກ ຊ່ວຍຫລຸດຜ່ອນຄວາມເມື່ອຍລ້າ, ເພີ່ມສະມາທິ ແລະ ກະຕຸ້ນໃຫ້ສະໝອງເຮັດວຽກໄດ້ດີຂຶ້ນ

ລາຍງານຈາກ ວາລະສານ Frontiers in Psychology (2022) ພົບວ່າ: “ການພັກເບຣກສັ້ນໆ ຫຼື micro-breaks” ເຊັ່ນ: ການລຸກຢືນ, ຢືດກ້າມຊີ້ນ ຫຼື ຍ່າງເບົາໆ ທຸກໆ 30–60 ນາທີ, ສາມາດຊ່ວຍໃຫ້ຮ່າງກາຍ ແລະ ສະໝອງຟື້ນຕົວຈາກຄວາມເມື່ອຍລ້າໄດ້ຢ່າງມີປະສິດທິພາບ. ໂດຍຜູ້ເຂົ້າຮ່ວມການທົດລອງມີລະດັບຄວາມອິດເມື່ອຍຫຼຸດລົງ ແລະ ຮູ້ສຶກມີພະລັງງານຫຼາຍຂຶ້ນກວ່າກຸ່ມທີ່ນັ່ງເຮັດວຽກຕໍ່ເນື່ອງ.

ຜົນວິໄຈເພີ່ມເຕີມຈາກ NIH (National Institutes of Health) ຍັງລະບຸວ່າ: ຊ່ວງເວລາສັ້ນໆ ທີ່ສະໝອງໄດ້ “ພັກແບບມີສະຕິ” (wakeful rest) ຈະຊ່ວຍໃຫ້ສະໝອງປະມວນຜົນ ແລະ ຈັດເກັບຂໍ້ມູນໃໝ່ໄດ້ດີຂຶ້ນ, ຄ້າຍຄືກັບການຣີເຟຣຊລະບົບຄວາມຈຳ.

ສ່ວນທາງດ້ານ Harvard Health ແລະ Mayo Clinic ກໍແນະນຳວ່າ: ການລຸກຂຶ້ນປ່ຽນທ່າທາງຢ່າງໜ້ອຍທຸກຊົ່ວໂມງ ຊ່ວຍໃຫ້ການໄຫຼວຽນຂອງເລືອດດີ, ຫຼຸດອາການເຈັບເມື່ອຍຈາກການນັ່ງດົນ ແລະ ສົ່ງຜົນດີຕໍ່ສຸຂະພາບໂດຍລວມ, ໂດຍສະເພາະຜູ້ທີ່ເຮັດວຽກຢູ່ໜ້າຄອມພິວເຕີ.

ຢ່າງໃດກໍຕາມ, ຜູ້ຊ່ຽວຊານເຕືອນວ່າ: ການຢືນດົນໂດຍບໍ່ເຄື່ອນໄຫວອາດສົ່ງຜົນເສຍຕໍ່ຂາ ແລະ ເສັ້ນເລືອດ, ດັ່ງນັ້ນ, ຄວນເລືອກພັກແບບເຄື່ອນໄຫວເບົາໆ ເຊັ່ນ: ຍ່າງ, ຢືດແຂນ ຫຼື ໝຸນບ່າໄຫຼ່ ແທນ.

ສະຫຼຸບ: “ພັກສັ້ນໆ ທຸກຊົ່ວໂມງ ບໍ່ແມ່ນຄວາມຂີ້ຄ້ານ ແຕ່ແມ່ນວິທີເພີ່ມພະລັງໃຫ້ສະໝອງ ແລະ ຮ່າງກາຍກັບມາເຮັດວຽກໄດ້ດີຂຶ້ນ”

ອ້າງອີງຈາກ

·  Frontiers in Psychology, “Give me a break! A systematic review on the effects of micro-breaks” (2022), PMCID: PMC9432722

·  NIH News Release, “Study shows how taking short breaks may help our brains learn new skills” (2021)

·  Harvard Health Publishing, “The truth behind standing desks”

·  Mayo Clinic Minute, “Benefits of an active workstation”