ຫຼີ້ນບຸນຊ່ວງເຮືອ ເພື່ອຄວາມມ່ວນຊື່ນ ປອດໄພ ຮັກສາໄດ້ຄວາມ ເປັນລະບຽບຮຽບຮ້ອຍ
ໂດຍ: ຜາຕຸງ
ບຸນອອກພັນສາ ປະວໍລະນາ ປະຈຳປີ2025 ນີ້ ແມ່ນກົງກັບ ມື້ເພັງ15 ເດືອນ11 ພສ 2568 ກົງກັບວັນອັງຄານ ວັນທີ7 ຕຸລາ ຄສ 2025 ແລະ ສິ່ງໜຶ່ງທີ່ຕິດພັນກັບບຸນອອກພັນສາ ກໍ່ແມ່ນບຸນຊ່ວງເຮືອປະຈຳປີ ທີ່ບັນດາແຂວງໄດ້ຈັດຕັ້ງປະຕິບັດໄປຄຽງຄູ່ກັນ, ໂດຍລວມແລ້ວຕາມປະເພນີການຊ່ວງເຮືອເພິ່ນຈະຈັດຂຶ້ນໃນມື້ແຮມຄ່ຳໜຶ່ງເດືອນ11 ພສ 2568 ເຊິ່ງປີນີ້ກົງກັບວັນພຸດ ທີ 8 ຕຸລາ ແຕ່ມີບາງທ້ອງຖິ່ນອາດຈະຈັດກ່ອນ ຫຼື ຫຼັງກໍ່ໄດ້ເພາະອີງຕາມເງື່ອນໄຂແລະຄວາມພ້ອມຂອງແຕ່ລະບ່ອນເປັນສຳຄັນ, ເວົ້າສະເພາ ຢູ່ນະຄອນຫຼວງວຽງຈັນເພິ່ນຈະຈັດຂຶ້ນໃນ ວັນພຸດ,ວັນທີ 8 ຕຸລານີ້ທີ່ທ່າວັດຈັນເມືອງຈັນທະບູລີ,ມາຮອດເວລານີ້ ເມືອງຈັນທະບູລີ ມີຄວາມພ້ອມໃນທຸກໆດ້ານ ໃນການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2025,ເຊິ່ງຈະຈັດຂຶ້ນແຕ່ວັນທີ 4-8 ຕຸລາ 2025 ນີ້ ເພື່ອ ເປັນການຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ປະກອບສ່ວນດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວນະຄອນຫຼວງວຽງຈັນ ທັງເປັນການຊຸກຍູ້ສົ່ງເສີມການຜະລິດສີນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ເພື່ອທົດແທນການນໍາເຂົ້າ ແລະ ເປັນການສົ່ງເສີມການຄ້າ-ຂາຍ ເຮັດໃຫ້ເສດຖະກິດດີຂຶ້ນ
ໃນໄລຍະຈັດງານບຸນນີ້ ເພິ່ນຈະໄດ້ຈັດຫຼາຍໆກິດຈະກໍາໄປຄຽງຄູ່ກັນຢູ່ຕາມສະຖານທີ່ ທີ່ຄະນະຮັບຜິດຊອບໄດ້ກຳນົດອອກເຊັ່ນວ່າ ກິດຈະກຳທາງດ້ານສາສະໜາ ແລະ ຮີດຄອງປະເພນີ ກໍ່ໄດ້ມີການການຄອບໄຂວ່ສະຖານທີ່ສັກສິດ,ມີພິທີສູດອອກພັນສາປະວໍລະນາ, ພິທີຕັກບາດ ຖວາຍສັງຄະທານ ຕາມປະເພນີລາວ, ພິທີວຽນທຽນໄຫລເຮືອໄຟໂຄກ – ເຮືອໄຟນ້ຳ ແຕ່ ບໍ່ອະນຸຍາດໃຫ້ອອກໄປໄຫລຢູ່ກາງນ້ຳຂອງ, ມີການຄົບງັນ ຈູດບັ້ງໄຟພຸ-ບັ້ງໄຟດອກ ແລະ ບັ້ງໄຟຕະໄລ, ການສະແດງສີລະປະວັນນະຄະດີ ແລະ ອື່ນໆທີ່ຕິດພັນ.
ແນວໃດກໍ່ຕາມ ໝາກຫົວໃຈຫຼັກຂອງງານແມ່ນການຊ່ວງເຮືອຊີງຄວາມແຂງແຮງເປັນເຈົ້າໜ້ານ້ຳ ໃນວັນທີ 8 ຕຸລາ ຊຶ່ງຈະເລີ່ມຊ່ວງ ແຕ່ເວລາ 8:30 ໂມງເປັນຕົ້ນໄປ ຊ່ວງເຮືອປະເພນີ 55 ສີພາຍ ທັງຍິງ ແລະຊາຍ ແລະ ເຮືອສູດຊາຍ ຈາກນັ້ນຄາດວ່າຮອດເວລາ16:00 ໂມງ ແມ່ນການມອບລາງວັນເຮືອຊ່ວງທີ່ຊະນະເລີດ ຮອງຊະນະເລີດ ແລະ ອັນດັບຕ່າງໆ ນອກຈາກນັ້ນຍັງມີກິດຈະກຳວາງສະແດງ ແລະ ຊື້-ຂາຍສິນຄ້າ: ກຳນົດເວລາ 5 ວັນ ແຕ່ວັນທີ 4-8 ຕຸລາ,
ນອກນັ້ນຍັງມີ, ກິດຈະກຳວາງສະແດງ ແລະ ຂາຍສິນຄ້າກະສິກຳ ແລະ ອາຫານພື້ນເມືອງປະເພດ ເຂົ້າ ຫຼາມ ປີ້ງໄກ່, ເຂົ້າໜົມນົມເນີຍແລະຫຼາຍສິ່ງຫຼາຍຢ່າງໃຫ້ເລືອຊື້ຕາມໃຈມັກຂອງຜູ້ຄົນທີ່ໄປທ່ຽວໃນງານ, ຄຽງຄູ່ກັນນີ້ສິ່ງທີ່ຈຳເປັນແລະຂາດບໍ່ໄດ້ແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບປອດໄພຮອບດ້ານ ມີການຈັດຕັ້ງການປ້ອງກັນເວນຍາມ ແລະ ປະຈຳການຕະຫຼອດ 24 ຊົ່ວໂມງ ໂດຍນໍາໃຊ້ກໍາລັງຂອງເມືອງຈັນທະບູລີ ເປັນຕົ້ນຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% , ນອກຈາກນຳໃຊ້ກຳລັງແລ້ວ ຄະນະຮັບຜິດຊອບໄດ້ອອກຂໍ້ຫ້າມແລະມາດຕະການຕ່າງໆຫຼາຍຢ່າງເພືອໃຫ້ມວນຊົນທົວໄປລວມທັງພໍ່ຄ້າແມ່ຄ້າ, ຜູ້ປະກອບການໄດ້ປະຕິບັດໃຫ້ຖືກຕ້ອງເຂັ້ມງວດເພື່ອຮັກສາຄວາມປອດໄພໃນງານບຸນ
ເພື່ອເຮັດໃຫ້ງານບຸນອອກພັນສາ ປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈໍາປີ 2025 ຢູ່ທ່າວັດຈັນ ເມືອງຈັນທະບູລີ ປີນີ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ທາງຄະນະຮັບຜິດຊອບໄດ້ຖືສໍາຄັນວຽກງານປ້ອງກັນຄວາມສະຫງົບປອດໄພຮອບດ້ານ ຈຶ່ງຮຽກຮ້ອງມາຍັງບັນດາທ່ານ ທຸກພາກສ່ວນ ຕະ ຫຼອດຮອດພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ທົ່ວນະຄອນຫຼວງວຽງຈັນ ຈົ່ງພ້ອມກັນເປັນເຈົ້າການປະກອບສ່ວນ ປະຕິບັດຕາມມາດຕະການແລະຂໍ້ຫ້າມຕ່າໆທີ່ກຳນົດອອກໃຫ້ເຂັ້ມງວດ ແລະ ເຂົ້າຮ່ວມງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງ ເຮືອ ປະຈໍາປີ 2025 ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ດ້ວຍບັນຍາກາດເບີກບານມ່ວນຊື່ນ, ຮັກສາອະນາໄມຄວາມສະອາດ, ມີສະຕິລະວັງຕົວ, ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ

