ປະທານປະເທດ ມອບສານຕາຕັ້ງໃຫ້ແກ່ບັນດາເອກອັກຄະລັດຖະທູດຂອງ ສປປ ລາວ ໄປຮັບໜ້າທີ່ປະຈຳຢູ່ຕ່າງປະເທດ 3 ທ່ານ

ວັນທີ 3 ຕຸລາ 2025 ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານຕາຕັ້ງໃຫ້ແກ່ບັນດາເອກອັກຄະລັດຖະທູດຂອງ ສປປ ລາວ ເພື່ອໄປຮັບໜ້າທີ່ປະຈຳຢູ່ຕ່າງປະເທດ ຈໍານວນ 3 ທ່ານປະກອບມີ:

  1. ທ່ານ ສີສະຫວາດ ອິນພະຈັນ, ໄປຮັບໜ້າທີ່ເປັນເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກໄທ;
  2. ທ່ານ ນາງ ໄກມະນີ ອໍລະບູນ, ໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ເກົາຫຼີ;
  3. ⁠ທ່ານ ກະເສມສັກ ສາຍສຸລິຍາ, ໄປຮັບໜ້າທີ່ເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສາທາລະນະລັດ ສະຫະພັນ ເຢຍລະມັນ.

ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ມີຄໍາເຫັນຊີ້ນຳ ຕໍ່ເອກອັກຄະລັດຖະທູດ ທັງ 3 ທ່ານ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນສຸມທຸກເຫື່ອແຮງ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ປະເທດເພື່ອນມິດ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ, ຍາດແຍ່ງເອົາການຮ່ວມມື ແລະ ການສະໜັບສະໜູນຊ່ວຍເຫຼືອດ້ານຕ່າງໆຈາກສາກົນ, ເອົາໃຈໃສ່ໂຄສະນາຂົນຂວາຍບັນດານັກລົງທຶນ, ນັກທຸລະກິດ ແລະ ນັກທ່ອງທ່ຽວຕ່າງປະເທດ ໃຫ້ເຂົ້າມາ ສປປ ລາວ ຫຼາຍຂຶ້ນ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວບັນ ດາເຜົ່າ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນການລຶບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນລາວ ແລະໃຫ້ສາມາດນຳພາປະເທດຊາດຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາຕາມເປົ້າໝາຍທີ່ວາງໄວ້.

ທີ່ມາ: ໜັງສືພິມປະຊາຊົນ