ລາວ ແລະ ກູບາ ສືບຕໍ່ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ບຣູໂນ ໂຣດຣີເກັຊ໌ ປາຣີຢາ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ກູບາ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ສ.ກູບາ ຢ່າງເປັນທາງການ ໃນວັນທີ 2-3 ຕຸລາ 2025 ເພື່ອເພີ່ມທະວີຮັດແໜ້ນການພົວພັນທີ່ມີມູນເຊື້ອ ແຫ່ງ ມິດຕະພາບ ການຮ່ວມມືທີ່ດີ ແລະ ຄວາມສາມັກຄີຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ສປປ ລາວ ແລະ ສ. ກູບາ.
ກອງປະຊຸມພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ບຣູໂນ ໂຣດຣີເກັຊ໌ ປາຣີຢາລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ກູບາ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍ ໄດ້ມີຂຶ້ນໃນວັນທີ 3 ຕຸລາ 2025 ທີ່ ນະຄອນຫລວງ ລາຮາວານ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການພົວພັນຮ່ວມມືສອງຝ່າຍ, ພ້ອມທັງໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງສອງປະເທດໃຫ້ກັນຊາບ. ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ໄດ້ຮັບການຮັດແໜ້ນ ແລະ ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ ບົນພື້ນຖານປະເທດເພື່ອນມິດຍຸດທະສາດທີ່ມີອຸດົມການດຽວກັນ ແລະ ມີມູນເຊື້ອການພົວພັນອັນດີງາມມາແຕ່ຍາວນານ ໂດຍເຫັນໄດ້ຈາກການພົວພັນຮ່ວມມືທາງດ້ານການເມືອງແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ, ເຊິ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ກໍຄືບັນດາອົງການຈັດຕັ້ງມະຫາຊົນຂອງສອງປະເທດ ຢ່າງເປັນປະຈໍາ ແລະ ພິເສດ ໃນປີ 2024 ຜ່ານມາ ສອງປະເທດໄດ້ຮ່ວມກັນຈັດພິທີສະເຫຼີມສະຫຼອງ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ກູບາ, ກູບາ-ລາວ ຢ່າງເປັນຂະບວນຟົດຟື້ນ ແລະ ມີຄວາມໝາຍ. ພ້ອມນັ້ນ, ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືອັນສໍາຄັນທາງດ້ານເສດຖະກິດ-ການຄ້າ, ສາທາລະນະສຸກ, ການສຶກສາ, ກິລາ, ກະສິກໍາ ແລະ ດ້ານວັດທະນະທໍາ-ສັງຄົມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ, ພ້ອມທັງໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ສົ່ງເສີມບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນຂອງສອງປະເທດ. ນອກຈາກນັ້ນ, ສອງຝ່າຍຍັງເຫັນດີຈະສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງການພົບປະສອງຝ່າຍໃນຄັ້ງນີ້, ພ້ອມທັງໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າທີ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງ ໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ຕັ້ງແຕ່ໄລຍະຕໍ່ສູ້ເພື່ອປົດປ່ອຍປະເທດຊາດ ຈົນເຖິງປັດຈຸບັນ. ພ້ອມນີ້, ກໍໄດ້ຢືນຢັນຄືນເຖິງນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອອັນດີງາມ ແລະ ຄວາມສາມັກຄີ ລະຫວ່າງ ສອງຊາດ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນໃນອະນາຄົດ ແລະ ຢືນຢັນຈະຢູ່ຄຽງບ່າຄຽງໄຫຼ່ກັບປະຊາຊົນກູບາອ້າຍນ້ອງ ເພື່ອກ້າວໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ, ພ້ອມທັງໄດ້ຖືໂອກາດເຊື້ອເຊີນ ສະຫາຍ ບຣູໂນ ໂຣດຣີເກັຊ໌ ປາຣີຢາ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ກູບາ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ເຫັນວ່າມີຄວາມສະດວກ.
ໃນຂະນະດຽວກັນ, ສະຫາຍ ບຣູໂນ ໂຣດຣີເກັຊ໌ ປາຣີຢາ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ກູບາ ກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມຄັ້ງນີ້, ເຊິ່ງເປັນຄັ້ງທໍາອິດຂອງ ສະຫາຍ ທອງສະຫວັນ ພົມວິຫານ ພາຍຫຼັງດໍາລົງຕໍາແໜ່ງເປັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທັງເປັນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາຢ່າງຍາວນານ ແລະ ຄວາມສາມັກຄີຖານອ້າຍນ້ອງ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກູບາ-ລາວ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ
