ແຈ້ງເຕືອນ! ພາຍຸແມດໂມ ສະບັບທີ 3 ແຂວງພາກເໜືອກຽມຮັບມື ຈະມີຝົນຕົກໜັກ ແລະ ລົມແຮງ ວັນທີ 6-7 ຕຸລາ 2025
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພພາຍຸໝູນເຂດຮ້ອນ ແມດໂມ (Matmo)ໃນລະຫວ່າງວັນທີ 5 – 7 ຕຸລາ 2025 ສະບັບທີ 3 ວ່າ: ໃນເວລາ 07:00 ໂມງ ຂອງວັນທີ 5 ຕຸລາ 2025 ພາຍຸໝູນ ເຂດຮ້ອນ ແມດໂມ (Matmo) ຫົວທີ 21 ປະຈຳປີ 2025 ມີ ຈຸດສູນກາງຢູ່ເສັ້ນຂະໜານທີ່ 21.1 ອົງສາເໜືອ ແລະ ເສັ້ນແວງ ທີ່ 111.8 ອົງສາຕາເວັນອອກ, ໄດ້ເຄື່ອນທີ່ຜ່ານເກາະໄຫໜານ ສປ ຈີນ. ຈາກນັ້ນ, ຄາດວ່າຈະມຸ້ງໜ້າເຂົ້າສູ່ພາກເໜືອຂອງ ສສ ຫວຽດນາມ ໃນລະຫ່ວາງວັນທີ 5 ຫາ 6 ຕຸລາ 2025 ແລະ ອ່ອນກໍາລັງລົງກາຍເປັນພາຍຸດີເປຊັນ ແລະ ຈະອ່ອນກໍາລັງລົງ ຕາມລໍາດັບກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ.
ສໍາລັບ ສປປ ລາວ ອາດຈະໄດ້ຮັບຜົນກະທົບທາງອ້ອມຕໍ່ພາຍຸຫົວນີ້ ເນື່ອງຈາກວ່າ ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງແຮງ ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ ເກີດມີຝົນຕົກ, ຟ້າຮ້ອງ, ຟ້າເຫລື້ອມ ໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະມີຝົນຕົກປານກາງ ຫາ ໜັກ ພ້ອມລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອ ໃນໄລຍະວັນທີ 6 ຫາ 7 ຕຸລາ 2025.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກ ລວມທັງນະຄອນຫລວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫລາຍວັນ ທີ່ອາດຈະ ເຮັດໃຫ້ເກີດມີດິນເຈື່ອນ, ນໍ້າປ່າໄຫລຊຸແຮງ, ນໍ້າຖ້ວມຍື່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.
