ໂຄງການລົດເມ BRT ກັບຄວາມກັງວົນຂອງຫລາຍໆຄົນໃນສັງຄົມ
ໂດຍ: ທິດກໍ່າ
ດັ່ງພວກເຮົາຮູ້ນໍາກັນແລ້ວວ່າ, ໂຄງການກໍ່ສ້າງສາຍທາງລົດເມດ່ວນບີອາທີເປັນໂຄງການທີ່ສໍາຄັນລະດັບຊາດ, ເປັນໜຶ່ງໃນໂຄງການຂົນສົ່ງສາທາລະນະແບບຍືນຍົງ ທັງປອດໄພ, ວ່ອງໄວ ແລະ ເປັນມິດກັບສິ່ງແວດລ້ອມ ເພາະຫລັງຈາກສ້າງສໍາເລັດ ລົດບັດທີ່ຈະເອົາມາແລ່ນແມ່ນລະບົບໄຟຟ້າ, ປອດຄວັນ, ປອດສານພິດ, ສະເພາະເສັ້ນທາງແລ່ນລົດກໍແມ່ນເປັນບູລິມະສິດສະເພາະ ລົດຊະນິດອື່ນບໍ່ມີສິດແລ່ນຜ່ານ ຫລື ລໍ້າແດນຢ່າງເດັດຂາດ ເພາະສະນັ້ນຈຶ່ງມີແນວກັ້ນເພື່ອຄວາມປອດໄພໃນເວລາລົດເມແລ່ນ. ໂຄງການສ້າງເສັ້ນທາງລົດເມດ່ວນບີອາທີແມ່ນໄດ້ຮັບທຶນສະໜັບສະໜູນຈາກທະນາຄານພັດທະນາອາຊີ (ADB), ທະນາຄານການລົງທຶນເອີຣົບ (EIB), ກອງທຶນການລົງທຶນ ອາຊຽນ-ເອີຣົບ (EU-IF), ກອງທຶນກຸ່ມປະເທດໂອເປັກ (OPEC) ເພື່ອການພັດທະນາສາກົນ (OFID) ແລະ ກອງທຶນສິ່ງແວດລ້ອມໂລກ (GEF) ໃນມູນຄ່າຫລາຍສິບລ້ານໂດລາ. ພາຍຫລັງໂຄງການນີ້ສໍາເລັດຈະແກ້ໄຂບັນຫາຫຍໍ້ທໍ້ໄດ້ຫລາຍດ້ານຄື: ຫລຸດຜ່ອນສະພາບລົດຕິດ, ການເກີດອຸປະຕິເຫດໃນທ້ອງຖະໜົນ, ຄົນທີ່ຕ້ອງການໄປໃນສະພາວະອັນເລັ່ງດ່ວນ ໂດຍສະເພາະຜູ້ທີ່ມີບ່ອນເຮັດວຽກໃກ້ສາຍທາງ ຫລື ຜູ້ທີ່ມີສະຖບັນການສຶກສາທີ່ໃກ້ຄຽງ, ປະຢັດການໃຊ້ລົດໃຊ້ຖະໜົນ, ປະຢັດການໃຊ້ຈ່າຍໃນຊີວິດປະຈໍາວັນ ແລະ ອື່ນໆ.
ວັນທີ 29 ກັນຍາ 2025 ຜ່ານມາ, ຢູ່ທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນໄດ້ເປີດກອງປະຊຸມຄະນະຊີ້ນໍາໂຄງການກໍ່ສ້າງສາຍທາງລົດເມບີອາທີ (BRT) ໂດຍການເປັນປະທານຮ່ວມຂອງທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມບັນດາທ່ານຮອງລັດຖະມົນຕີ, ບັນດາຂະແໜງການ ແລະ ໜ່ວຍງານທີ່ກ່ຽວຂ້ອງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປຶກສາຫາລືວິທີການແກ້ໄຂໂຄງການກໍ່ສ້າງໃຫ້ສໍາເລັດຕາມແຜນທີ່ໄດ້ຄາດກະເອົາໄວ້.
ຢ່າງໃດກໍດີ, ສິ່ງທີ່ມີຄວນກັງວົນກັບໂຄງການສ້າງທາງດັ່ງກ່າວໃກ້ຈະສໍາເລັດໄປເທົ່າໃດ ກໍຍິ່ງມີຫາງສຽງຕັ້ງບັນຫາກະທູ້ຕ່າງໆນາໆສາລະພັດອອກມາຜ່ານສື່ສັງຄົມອອນລາຍວ່າທາງແຄບຢູ່ແລ້ວພັດມາເຮັດໃຫ້ມັນແຄບເຂົ້າຕື່ມ, ຍິ່ງມີບັນຫາລິດຕິດຕື່ມ. ມີຫລາຍຄົນພາກັນຕັ້ງໂຈດວ່າ ຖ້າຕ້ອງການຂີ່ລົດເມດ່ວນຈະພາກັນຂ້າມທາງໄດ້ແບບໃດ ເພາະສະຖານີລົດເມມັນຕັ້ງຢູ່ກາງທາງ ຫລື ຖ້າຕ້ອງການຂ້າມທາງໄປຂີ່ລົດເມ ລົດອື່ນທີ່ແລ່ນຕາມສອງຝາກຂ້າງທາງກໍຕ້ອງໄດ້ຢຸດເພື່ອໃຫ້ຄົນຍ່າງຂ້າມ ຫລື ບັນຫາອື່ນໆທີ່ຕັ້ງຂຶ້ນ. ຈາກຫາງສຽງເວົ້າວ່າ ໃນຄວາມກັງວົນຕ່າງໆນານາ ທາງຂະແໜງການກ່ຽວຂ້ອງຈຶ່ງໄດ້ມີການທົບທວນຄືນຈົນເປັນເຫດໃຫ້ມີການມ້າງຮື້ຖອນໃນບາງຈຸດທີ່ຫລໍ່ແຫລມເກະກະ ເຊິ່ງບໍ່ຕ່າງຫຍັງກັບຄໍາທີ່ວ່າ ເຮັດແລ້ວກໍມ້າງ-ມ້າງແລ້ວກໍເຮັດແບບຊໍ້າຊາກ ທັງຊິ້ນເປືອງງົບປະມານໂຄງການ ໃກ້ຈະສໍາເລັດໄປເທົ່າໃດກໍຍິ່ງມີແນວມາອ້າງຫລາຍອັນຫລາຍຢ່າງ ເບິ່ງຢ່າງໜຶ່ງຄືວຽກບໍ່ໄປຕາມແຜນ-ແຜນບໍ່ໄປຕາມໜ້າວຽກ.
ການທີ່ພັກ ແລະ ລັດຖະບານເຮົາ ກໍຄືການນໍາຂັ້ນນະຄອນຫລວງໄດ້ຕັດສິນໃຈລົງມືສ້າງໂຄງການລົດເມດ່ວນບີອາທີ ແມ່ນການມີວິໃສທັດໃນສະພາບປັດຈຸບັນ ແລະ ອະນາຄົດ ເພາະພົນລະເມືອງນັບມື້ເພີ່ມຂຶ້ນຕິກໆ, ພາຫະນະກໍເພີ່ມຂຶ້ນໃນແຕ່ລະເດືອນແຕ່ລະປີ ຄວາມຈະເລີນຂອງນະຄອນຫລວງພວມຄຶກຄັກກ້າວກະໂດດ. ສະນັ້ນ ການມີເສັ້ນທາງຂົນສົ່ງບີອາທີຄືສຸດຍອດເພື່ອຮອງຮັບຄວາມຈະເລີນຂອງນະຄອນຫລວງ ກໍຄືໃບໜ້າໃບຕາຂອງຊາດໃນປັດຈຸບັນ ແລະ ອະນາຄົດ.
