ເລັ່ງແກ້ໄຂສ້ອມແປງເສັ້ນທາງ ແຕ່ເມືອງຄູນ ແຂວງຊຽງຂວາງ ຫາ ເມືອງທ່າໂທມ ແຂວງໄຊສົມບູນ

ໜັງສືພິມຊຽງຂວາງ ມີໄຊ ລາຍງານວັນທີ 4 ຕຸລາ 2025 ນີ້ວ່າ ແຈ້ງໃຫ້ບັນດາທ່ານທີ່ມີຈຸດປະສົ່ງທີ່ຈະເດີນທາງຕາມເສັ້ນທາງ1D ແຕ່ເມືອງຄູນ ແຂວງຊຽງຂວາງ ຫາ ເມືອງທ່າໂທມ ແຂວງໄຊສົມບູນ ຂໍໃຫ້ພວກທ່ານກວດສອບແລະຕິດຕາມສະພາບເສັ້ນທາງໃຫ້ລະອຽດເພື່ອຮັບປະກັນຕໍ່ການເດີນທາງໃຫ້ມີຄວາມປອດໄພແລະບໍ່ຊັກຊ້າ, ເນື່ອງຈາກວ່າເສັ້ນທາງດັ່ງກ່າວ ມີຫຼາຍຈຸດທີ່ໄດ້ຮັບຜົນກະທົບຈາກພະຍຸບົວລອຍໃນລະຫວ່າງວັນທີ 29-30 /2025 ຜ່ານມາ ທີ່ເຮັດໃຫ້ເສັ້ນທາງດັ່ງກ່າວຫຼາຍຈຸດມີການເປເພທີ່ບໍ່ສາມາດສັນຈອນໄດ້ເຊິ່ງປະຈຸບັນທາງໜ່ວຍງານທີ່ກ່ຽວຂ໊ອງກຳລັງເລັງແກ້ໄຂຢູ່ສະນັ້ນຂໍໃຫ້ທ່ານຕິດຕາມແລະກວດສອບກ່ອນເດີນທາງ.