ແຈ້ງເຕືອນສະບັບ 2 ! ເຝົ້າລະວັງພາຍຸຸນເຂດຮ້ອນ ແມດໂມ ຄາດວ່າຈະໄດ້ຮັບຜົນກະທົບໃນວັນທີ 4-7 ຕຸລາ 2025
ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານວ່າ: ໃນເວລາ 08 ໂມງ 00 ຂອງວັນທີ 04 ຕຸລາ 2025 ພາຍຸໝຸນເຂດຮ້ອນ ແມດໂມ (Matmo) ຫົວທີ 21 ປະຈຳປີ 2025 ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 18.1 ອົງສາເໜືອ ແລະ ເສັ້ນແວງທີ່ 116.5 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ຢູ່ເລຈີນໃຕ້ ຕອນເໜືອ.
ຈາກນັ້ນ, ຄາດວ່າຈະເພີ້ມກໍາລັງແຮງກາຍເປັນພາຍຸໄຕ້ຝຸ່ນ ແລະ ມ່ງໜ້າເຄື່ອນທີ່ຜ່ານເກາະໄຫໜານ ສປ ຈີນ ໃນຕອນກາງຄືນມື້ນີ້ ແລະ ຈະເຄື່ອນທີ່ຂຶ້ນຝັ່ງ ສສ ຫວຽດນາມ ໃນລະຫ່ວາງວັນທີ 05 ຫາ 06 ຕຸລາ 2025 ແລະ ອ່ອນກໍາລັງລົງກາຍເປັນພາຍຸດີເປຼຊັນ ແລະ ຈະອ່ອນກໍາລັງລົງຕາມລໍາດັບ ກາຍເປັນຍ່ອມຄວາມກົດດັນອາກາດຕໍ່າ.
ສໍາລັບປະເທດລາວ ອາດຈະໄດ້ຮັບຜົນກະທົບທາງອ້ອມຕໍ່ພາຍຸຫົວນີ້, ເນື່ອງຈາກວ່າ ລົມມໍລະສຸມຕາເວັນຕົກສຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ແລະ ຈະເຮັດໃຫ້ເກີດມີຝົນຕົກ, ຟ້າຮ້ອງ-ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຈະມີຝົນຕົກໜັກພ້ອມລົມພັດແຮງ ຢູ່ບາງທ້ອງຖິ່ນໃນໄລຍະວັນທີ 04 ຫາ 07 ຕຸລາ 2025.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນໃນແຕ່ລະພາກລວມທັງນະຄອນຫຼວງວຽງຈັນ ຈົ່ງມີສະຕິລະມັດລະວັງ ແລະ ກຽມພ້ອມຮັບມື ຕໍ່ສະພາບຝົນຕົກໜັກຕິດຕໍ່ກັນຫຼາຍວັນ ທີ່ອາດຈະເຮັດໃຫ້ເກີດມີດິນເຈື່ອນ, ນໍ້າປ່າໄຫຼຊຸແຮງ, ນໍ້າຖ້ວມຍຶ່ງ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ.