ຮາມັດຍອມຮັບຂໍ້ສະເໜີປ່ອຍຕົວປະກັນ ແຕ່ຍັງບໍ່ຍອມປົດອາວຸດ-ຖອນກໍາລັງ

                ກຸ່ມຮາມັດເປີດເຜີຍໃນວັນທີ 3 ຕຸລາວ່າ: ຈະຍອມຮັບບາງຂໍ້ສະເໜີໃນແຜນ 20 ຂໍ້ຂອງປະທານາທິບໍດີ ໂດນັລ ທຣໍາ ຜູ້ນໍາອາເມລິກາ ເພື່ອຢຸດສົງຄາມກາຊາ ເຊິ່ງລວມທັງການປ່ອຍຕົວປະກັນ, ແຕ່ບັນຫາສໍາຄັນຄືການປົດອາວຸດຍັງບໍ່ຖືກລະບຸແນ່ນອນ ແລະ ກຸ່ມຮາມັດຈະຂໍເຈລະຈາຕໍ່ໄປ.

                ກ່ອນໜ້ານີ້, ທ່ານ ທຣໍາ ໄດ້ກໍານົດເສັ້ນຕາຍພາຍໃນວັນທີ 5 ຕຸລານີ້ວ່າ: ຮາມັດຈະຍອມຮັບ ຫລື ປະຕິເສດແຜນ 20 ຂໍ້ດັ່ງກ່າວ ໂດຍທ່ານ ທຣໍາ ລະບຸຜ່ານໂພສໃນ Truth Social ວ່າ: ທ່ານເຊື່ອວ່າ ຮາມັດພ້ອມສໍາລັບສັນຕິພາບຢ່າງຍືນຍົງ ແລະ ປະເທດອິດສະລາແອນຕ້ອງຢຸດການໂຈມຕີທາງອາກາດໃນກາຊາທັນທີ.

               ເຖິງຢ່າງໃດກໍຕາມ, ຈາກເອກະສານຖະແຫລງການ ຮາມັດບໍ່ໄດ້ລະບຸວ່າຈະປົດອາວຸດ ແລະ ເຮັດໃຫ້ເຂດກາຊາເປັນເຂດປອດທະຫານ ເຊິ່ງເປັນສິ່ງທີ່ອິດສະລາແອນ ແລະ ອາເມລິກາຕ້ອງການ, ແຕ່ເຄີຍຖືກຮາມັດປະຕິເສດມາກ່ອນ. ນອກຈາກນີ້ ຮາມັດຍັງບໍ່ໄດ້ຍອມຮັບການຖອນກໍາລັງຂອງອິດສະລາແອນແບບຄ່ອຍເປັນຄ່ອຍໄປຕາມຂໍ້ສະເໜີຂອງອິດສະລາແອນ ແຕກຕ່າງຈາກຄວາມຕ້ອງການຂອງຮາມັດທີ່ຕ້ອງການໃຫ້ຖອນກໍາລັງອອກໄປທັງໝົດທັນທີ.

               ຮາມັດຍັງສະແດງຄວາມພ້ອມທີ່ຈະສົ່ງມອບການບໍລິຫານເຂດກາຊາໃຫ້ໜ່ວຍງານປາແລັສຕິນອິດສະຫລະ ເຊິ່ງຈັດຕັ້ງບົນພື້ນຖານຂອງຄວາມເຫັນພ້ອມຂອງຊາວປາແລັສຕິນ ແລະ ໄດ້ຮັບການສະໜັບສະໜູນຈາກກຸ່ມປະເທດອາຣັບ ແລະ ອິດສະລາມ.