ນັກວິທະຍາສາດສະຫະລັດ ສ້າງຕົວອ່ອນຂອງມະນຸດ ຈາກ DNA ຜິວໜັງສຳເລັດເປັນຄັ້ງທຳອິດຂອງໂລກ

ສະຫະລັດອາເມລິກາ – ນັກຄົ້ນຄວ້າຈາກມະຫາວິທະຍາໄລສາທາລະນະສຸກ ແລະ ວິທະຍາສາດ ແຫ່ງລັດ ອໍເຣກອນ (Oregon), ໄດ້ປະສົບຜົນສຳເລັດໃນການສ້າງ “ຕົວອ່ອນຂອງມະນຸດໃນໄລຍະເລີ່ມຕົ້ນ” ໂດຍໃຊ້ DNA ຈາກເຊວຜິວໜັງ ເປັນຄັ້ງທຳອິດຂອງໂລກ. ນີ້ຖືເປັນຄວາມກ້າວໜ້າທາງດ້ານວິທະຍາສາດທີ່ອາດຈະປ່ຽນແປງການປິ່ນປົວພາວະມີລູກຍາກໃນອະນາຄົດ.

ສາດສະດາຈານ ຊູຄຣັດ ມິຕາລີປັຟ (Shoukhrat Mitalipov) ຫົວໜ້າທີມຄົ້ນຄວ້າ ໄດ້ເປີດເຜີຍວ່າ: ທີມງານໄດ້ນຳເອົາ ນິວເຄລຍ (Nucleus) ຈາກເຊລຜິວໜັງ ມາໃສ່ໃນ ໄຂ່ທີ່ຖືກນຳເອົາສານພັນທຸກຳອອກ ແລ້ວກະຕຸ້ນໃຫ້ເຫຼືອພຽງ 23 ໂຄໂມໂຊມ ກ່ອນທີ່ຈະປະສົມກັບ ເຊື້ອອະສຸຈິ. ຂະບວນການນີ້ເຮັດໃຫ້ໄດ້ໄຂ່ທັງໝົດ 82 ໜ່ວຍ ເຊິ່ງບາງສ່ວນສາມາດປະສົມພັນ ແລະ ພັດທະນາເປັນຕົວອ່ອນໃນໄລຍະເລີ່ມຕົ້ນໄດ້ສຳເລັດ.

ເຖິງວ່າຜົນການທົດລອງຍັງບໍ່ສົມບູນ, ຕົວອ່ອນທັງໝົດສາມາດເຕີບໂຕໄດ້ສູງສຸດພຽງ 6 ມື້ ແລະພົບບັນຫາຄວາມຜິດປົກກະຕິຂອງໂຄໂມໂຊມຫຼາຍຢ່າງ, ແຕ່ອັດຕາຄວາມສຳເລັດທີ່ໄດ້ປະມານ 9% ຖືເປັນ “ບາດກ້າວທຳອິດທີ່ສຳຄັນ”.

ນັກວິທະຍາສາດຄາດວ່າ: ຫາກສາມາດພັດທະນາຕໍ່ໄປໄດ້ສຳເລັດ ວິທີນີ້ ອາດຈະຊ່ວຍໃຫ້ຄູ່ຮັກທີ່ມີບັນຫາມີລູກຍາກ, ລວມທັງຄູ່ຮັກເພດດຽວກັນ, ສາມາດມີລູກທີ່ມີ ພັນທຸກຳຮ່ວມກັນ ໄດ້. ແນວໃດກໍຕາມ, ຜູ້ຊ່ຽວຊານເນັ້ນຢ້ຳວ່າ ຍັງຕ້ອງໃຊ້ເວລາອີກຢ່າງໜ້ອຍ 10 ປີ ໃນການຄົ້ນຄວ້າ ແລະ ທົດສອບກ່ອນນຳມາໃຊ້ຕົວຈິງໃນຄລີນິກ ແລະ ຈຳເປັນຕ້ອງໄດ້ພິຈາລະນາປະເດັນດ້ານ ຈັນຍາບັນ ຄຽງຄູ່ກັນໄປນຳ.