ນາຍົກລັດຖະມົນຕີ ໄດ້ສົ່ງໂທລະເລກສະແດງຄວາມເຫັນໃຈ ເຖິງ ນາຍົກລັດຖະມົນຕີຫວຽດນາມ ທີ່ ສສ ຫວຽດນາມ ໄດ້ຮັບຜົນກະທົບຈາກພາຍາບົວລອຍ

ວັນທີ 2 ຕຸລາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີລາວ ໄດ້ສົ່ງໂທລະເລກສະແດງ ຄວາມເຫັນໃຈ ເຖິງທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ

ເນື້ອໃນໂທລະເລກຂຽນວ່າ:
ຂ້າພະເຈົ້າໄດ້ຕິດຕາມຢ່າງໃກ້ຊິດຕໍ່ສະພາບຜົນກະທົບຂອງລົມພາຍຸບົວລອຍ ທີ່ໄດ້ພັດເຂົ້າຫຼາຍທ້ອງຖິ່ນ, ເຂດ ແລະ ແຂວງຕ່າງໆ ຂອງຫວຽດນາມ ຊຶ່ງໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງໃຫ້ແກ່ຊີວິດ ແລະ ຊັບສິນຂອງປະຊາຊົນຫວຽດນາມອ້າຍນ້ອງ.

ໃນນາມພັກ, ລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນອົກເຫັນໃຈ ແລະ ຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ຖານສະຫາຍອ້າຍນ້ອງ ມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ໂດຍສະເພາະບັນດາຄອບຄົວຜູ້ປະສົບເຄາະຮ້າຍໃນເຫດການຄັ້ງນີ້ດ້ວຍ.

ທີ່ມາ: ຂ່າວສານປະເທດລາວ