ນາຍົກລັດຖະມົນຕີ ໂອ້ລົມພີ່ນ້ອງຄົນເຊື້ອຊາດລາວ ຢູ່ວໍຊິງຕັນ ດີຊີ

ວັນທີ 28 ກັນຍາ 2025, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ທີ່ນະຄອນຫລວງວໍຊິງຕັນ ດີຊີ ສະຫະລັດອາເມລິກາ ຈັດງານພົບປະພີ່ນ້ອງຄົນເຊື້ອຊາດລາວ ໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ-ເຮັດວຽກ ຢູ່ນະຄອນຫລວງວໍຊິງຕັນ ດີຊີ ລະຫວ່າງວັນທີ 27-30 ກັນຍາຜ່ານມາ, ມີທ່ານລັດຖະ ມົນຕີກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີ ແລະ ຄະນະຕິດຕາມ, ທ່ານເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານສະ ຖານທູດ ແລະ ພີ່ນ້ອງຄົນເຊື້ອຊາດລາວ ທີ່ດຳລົງຊີວິດຢູ່ ສະຫະ ລັດອາເມລິກາ ແລະ ການາດາ ເຂົ້າຮ່ວມ.
ໃນພິທີ ທ່ານ ພູໂຂງ ສີສຸລາດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສ ອາເມລິກາ ແລະ ການາດາ ໄດ້ກ່າວຈຸດປະສົງຂອງງານພົບປະຄັ້ງນີ້, ເພື່ອເປັນໂອກາດໃຫ້ພີ່ນ້ອງຄົນເຊື້ອຊາດລາວ ໄດ້ພົບປະ ແລະ ຮັບຟັງການໂອ້ລົມຈາກການນຳຂັ້ນສູງຂອງລາວ ກ່ຽວກັບການພັດທະ ນາເສດຖະກິດ-ສັງຄົມຢູ່ ສປປ ລາວ ກໍຄື ນະໂຍບາຍ ແລະ ຄວາມເອົາໃຈໃສ່ຂອງລັດຖະ ບານລາວ ຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ໂດຍສະເພາະຢູ່ສະຫະລັດອາເມລິກາ ແລະ ການາດາ. ພ້ອມກັນນີ້, ຍັງເປັນໂອກາດອັນດີໃຫ້ພີ່ນ້ອງຄົນເຊື້ອຊາດລາວ ໄດ້ແລກປ່ຽນສົນທະນາກັບການ ນໍາ ຂັ້ນສູງຂອງ ລາວ ອັນໄດ້ເຮັດໃຫ້ພວກເຂົາເຈົ້າມີຄວາມຮັບຮູ້ ແລະ ເຂົ້າໃຈເປັນຢ່າງດີກ່ຽວກັບແນວທາງການພັດທະນາປະເທດ ກໍຄື ນະໂຍບາຍຕ່າງໆທີ່ລັດຖະບານລາວ ມີຕໍ່ພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ.
ໂອກາດນີ້, ທ່ານນາຍົກລັດຖະມົນຕີແຫ່ງ ສອນໄ ສີພັນດອນ ໄດ້ເນັ້ນໜັກວ່າ: ລັດຖະບານລາວຍາມໃດກໍຖືພີ່ນ້ອງຄົນເຊື້ອຊາດລາວຢູ່ຕ່າງປະເທດ ເປັນສ່ວນໜຶ່່ງຂອງວົງຄະນະຍາດແຫ່ງຊາດ, ເປັນກຳລັງແຮງໃນການປະກອບສ່ວນສ້າງສາພັດທະນາປະເທດຊາດ ໂດຍທາງກົງ ຫລື ທາງອ້ອມ ຕາມສະພາບເງື່ອນໄຂ ແລະ ຄວາມສາມາດຕົວຈິງຂອງເຂົາເຈົ້າ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ພີ່ນ້ອງຄົນເຊື້ອຊາດລາວທີ່ສືບຕໍ່ອະນຸລັກຮັກສາຮີດຄອງປະເພນີອັນດີງາມ ແລະ ເອກະລັກຄວາມເປັນລາວ ລວມທັງປະກອບສ່ວນໃນການເຜີຍແຜ່ວັດທະນະທຳອັນດີງາມຂອງລາວ ຢູ່ຊຸມຊົນໃນປະເທດທີ່ເຂົາເຈົ້າອາໄສຢູ່, ປະກອບສ່ວນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ກັບ ອາເມລິກາ, ສປປ ລາວ ກັບ ການາດາ.
ທ່ານນາຍົກລັດຖະມົນຕີ ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມຂອງລາວໃນປັດຈຸບັນ ທີ່ກຳລັງສຸມໃສ່ເພື່ອບັນລຸບັນດາຄາດໝາຍສູ້ຊົນຕ່າງໆຂອງລັດຖະບານ ໃນໄລຍະທ້າຍ ຂອງການປະ ຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX, ບັນດາເປົ້າໝາຍພັດທະນາແບບຍືນຍົງ ເພື່ອນຳເອົາປະເທດຊາດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການປະຕິບັດສອງວາລະແຫ່ງຊາດ, ສືບຕໍ່ຍົກລະ ດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ດີຂຶ້ນເລື້ອຍໆ ຊຶ່ງທຸກພາກສ່ວນໃນສັງຄົມກຳລັງພ້ອມກັນຈັດຕັ້ງປະຕິບັດດ້ວຍຄວາມເອົາໃຈໃສ່, ເປັນເຈົ້າການ ແລະ ຮັບຜິດຊອບສູງ ແລະ ໄດ້ຖືໂອກາດນີ້ ເຊີນຊວນພີ່ນ້ອງຄົນເຊື້ອຊາດລາວອວາຍໜ້າກັບເມືອຢ້ຽມຢາມບ້ານເກີດເມືອງນອນ, ໄປທ່ອງທ່ຽວ ຫລື ດໍາເນີນທຸລະກິດຢູ່ ສປປ ລາວ ໂດຍສະເພາະໃນທ້າຍປີ2025 ນີ້ ຈະມີການສະເຫລີມສະຫລອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ຊຶ່ງລັດຖະ ບານ ກໍຄື ປະຊາຊົນລາວທັງຊາດ ກຳລັງກະກຽມຕ້ອນຮັບພີ່ນ້ອງຄົນເຊື້ອຊາດລາວ ທີ່ຈະເດີນທາງມາຈາກທົ່ວໂລກ. ພ້ອມນີ້ ຍັງໄດ້ຮຽກຮ້ອງໃຫ້ພີ່ນ້ອງຄົນເຊື້ອຊາດລາວສືບຕໍ່ປົກປັກຮັກສາຮີດຄອງປະເພນີ-ວັດທະນະທຳຂອງລາວເຮົາ, ພ້ອມຈິດພ້ອມໃຈ ເປັນນໍ້າໜຶ່ງໃຈດຽວກັນສົ່ງເສີມເອກະລັກຄວາມເປັນລາວທີ່ມີກຽດສະຫງ່າ ຢູ່ປະເທດທີ່ຕົນດໍາລົງຊີວິດ ກໍຄື ເວທີສາກົນອື່ນໆ, ພ້ອມທັງປະ ກອບສ່ວນສ້າງສາພັດທະນາປະເທດລາວ ຕາມກຳລັງແຮງຂອງຕົນທີ່ມີ ເພື່ອເຮັດໃຫ້ມາຕຸພູມແຜ່ນດິນລາວ ກ້າວໄປສູ່ຄວາມສີວິໄລ ຮັ່ງມີ ຜາສຸກ, ປະຊາຊົນຢູ່ດີກິນດີຂຶ້ນໄປເລື້ອຍໆ.

ໂອກາດນີ້ ທ່ານນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ຮັບປະທານອາຫານຄໍ່າຮ່ວມກັບພີ່ນ້ອງຄົນເຊື້ອຊາດລາວ ຢູ່ສະຖານທູດລາວ ດ້ວຍບັນຍາກາດອັນສະໜິດສະໜົມ ແລະ ເປັນກັນເອງ, ພີ່ນ້ອງຄົນເຊື້ອຊາດລາວຕ່າງກໍມີຄວາມດີໃຈ ແລະ ເບີກບານມ່ວນຊື່ນທີ່ໄດ້ມີໂອກາດພົບປະໂອ້ລົມກັບການນຳຂັ້ນສູງຂອງ ສປປ ລາວ ແບບໃກ້ຊິດຕິດແທດກັບທຸກຊັ້ນຄົນ.
ທີ່ມາ: ຂ່າວສານປະເທດລາວ
