ຂາຍເຄື່ອງ ຈະແມ່ນ ເດັກນ້ອຍ ຫຼື ຜູ້ໃຫຍ່ ກໍຄວນໃຫ້ມີການກະທຳທີ່ເໝາະສົມຕໍ່ລູກຄ້າ
ໂດຍ: ຜາຕຸງ
ປະຈຸບັນການຄ້າຂາຍຫງາຍມື ເປັນອາຊີບໜຶ່ງທີ່ສາມາດເຂົ້າເຖິງໄດ້ທຸກກຸ່ມຄົນ ທັງພາຍໃນ ແລະ ຕ່າງປະເທດ ຜູ້ໃດທີ່ມີຄາລົມຄົມຄາຍໃນການໂຄສະນາຂາຍສິນຄ້າໄດ້ອ່າວດີແດ່ສ້າງຄວາມພໍໃຈຕໍ່ລູກຄ້າ ກໍ່ສາມາດສ້າງລາຍຮັບໄດ້ອ່າວເປັນກອບເປັນກຳແດ່ ແຕ່ກົງກັນຂ້າມຜູ້ທີ່ບໍ່ມີຄາລົມຄົມຄາຍໃນການຂາຍກໍ່ຈະເຮັດໃຫ້ມີລາຍຮັບອ່າວຫຼຸດເພື່ອນແດ່ ແລະ ບາງຄົນເກືອບວ່າບໍ່ໄດ້ຂາຍເລີຍກໍ່ເປັນໄດ້ ໂດຍສະເພາະຢູ່ໃນເຂດສະຖານທີ່ທ່ອງທ່ຽວ.
ເມື່ອເປັນເຊັ່ນນັ້ນ ເວລາຫຼາຍທ່ານເດີນທາງຂຶ້ນເໜືອ ລົງ ໃຕ້ ໄປທ່ອງທ່ຽວຕາມສະຖານທີ່ທ່ອງທ່ຽວຫຼາຍບ່ອນ ມັກຈະເຫັນກຸ່ມຄົນຈຳນວນໜຶ່ງ ບາງບ່ອນກໍ່ແມ່ນຜູ້ໃຫຍ່ ບາງບ່ອນກໍ່ແມ່ນເດັກນ້ອຍມັກນຳເອົາສິນຄ້າ ໂດຍສະເພາະແມ່ນອາຫານການກິນ ໝາກໄມ້ໝາກຕອກຫຸ້ມໃສ່ບຸກຄົນທີ່ໄປຮອດຈຸດທ່ອງທ່ຽວນັ້ນໆ ເພື່ອຫວັງຂາຍສິນຄ້າໃຫ້ຜູ້ຄົນທີ່ຫາກໍ່ໄປຮອດ ບາງທີກໍ່ພາກັນຫຸ້ມລ້ອມປານວ່າບຸກຄົນກຸ່ມຄົນນັ້ນເປັນນັກໂທດກະບໍ່ປານ ເຖິງຈະບອກບໍ່ຊື້ແຕ່ກໍ່ຍັງໝົ້ນເຂົ້າມາຊູຊີຫວັງຈະຂາຍໃຫ້ໄດ້ ຖ້າຫາກເປັນຄົນພາຍໃນປະເທດກໍ່ພໍຮັບໄດ້ ແຕ່ຫາກເປັນຄົນຕ່າງປະເທດເດລະ ເຂົາຈະຄິດແນວໃດ? ແລະ ມັນກັບກາຍເປັນການສ້າງຄວາມລຳຄານໃຫ້ແຂກຜູ້ຢາມຊ້ຳ.
ຜູ້ຂຽນ ຂໍຍົກເອົາປາກົດການໜຶ່ງທີ່ເຫັນຢູ່ໃນສື່ອອນລາຍ ຈາກຜູ້ໃສ່ຊື່ວ່າ “ສາວລາວໃຕ້ ຄົນໄກບ້ານ”
ຊຶ່ງອາດແມ່ນໝູ່ຄູ່ຂອງເພິ່ນຖ່າຍໄວ້ ມາແລກປ່ຽນຄຳຄິດຄຳເຫັນນຳກັນ ຕາມຄລິບທີ່ຖ່າຍໄວ້ນັ້ນແມ່ນເກີດຂຶ້ນຢູ່ແຫຼ່ງທ່ອງທ່ຽວແຫ່ງໜຶ່ງທາງພາກໃຕ້ທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ, ໃນຄລິບນັ້ນເພິ່ນບໍ່ໄດ້ບອກວັນເດືອນປີທີ່ຖ່າຍໄວ້ ໃນຄລິບນັ້ນພໍແຕ່ເພິ່ນຂັບລົດໄປຮອດສະຖານທີ່ທ່ອງທ່ຽວຈອດລົດໄວ້ກໍ່ມີເດັກນ້ອຍກຸ່ມໜຶ່ງປະມານ 10 ກວ່າຄົນ ພາກັນຫີ້ວຖົງໝາກໄມ້ແນວໃດບໍ່ຮູ້ ຫຸ້ມເຂົ້າໃສ່ເພິ່ນຮ້ອງບອກໃຫ້ເພິ່ນຊື້ຊ່ວຍ ເຖິງຈະແລ່ນປົບໜີໄປທາງໃດກຸ່ມເດັກນ້ອຍນັ້ນກໍ່ຍັງແລ່ນຕາມຫຸ້ມໃສ່ຢູ່ ທັ່ງໆທີ່ເພິ່ນກໍ່ບອກວ່າຈະຊື້ຊ່ວຍທຸກຄົນ ແຕ່ກຸ່ມເດັກເຫຼົ່ານັ້ນກໍ່ຍັງຊູຊີຢູ່ບໍ່ເຊົາ, ໃນທີ່ສຸດເພິ່ນກໍ່ຊື້ຊ່ວຍໝົດທຸກຄົນ, ຜູ້ຂຽນຂອບໃຈນຳເພິ່ນແທນເດັກນ້ອຍເຫຼົ່ານັ້ນຢ່າງຈິງໃຈ.
ແນວໃດກໍ່ດີ ເຫດການແນວນີ້ຖ້າເບິ່ງແບບຜິວເຜີນກໍເຫັນວ່າເປັນການດີ ທີ່ເດັກນ້ອຍສາມາດຫາລາຍໄດ້ໃຫ້ຕົນເອງກໍຄືຄອບຄົວແຕ່ເວລາຍັງນ້ອຍເພື່ອກາຍເປັນຜົນພວງຕໍ່ໃນເມື່ອເຕີບໂຕຂຶ້ນມາ, ຖ້າຫາກເປັນຂອງຕົນເອງແທ້ຍິ່ງເປັນການດີ ແຕ່ຖ້າຫາກເປັນການຂາຍໃຫ້ຜູ້ອື່ນແລ້ວຮັບສ່ວນແບ່ງທີ່ເອີ້ນວ່າເປີເຊັນຈາກຜູ້ອື່ນກໍ່ອາດບໍ່ຄັກບໍ່ແນ່ປານໃດ ນອກຈາກເດັກບໍ່ໄດ້ຮັບຄ່າຕອບແທນອັນເໝາະສົມແລ້ວ ອາດເປັນການສວຍໂອກາດນຳໃຊ້ແຮງງານເດັກແບບບໍ່ຖືກຕ້ອງນຳອີກ,
ກໍ່ພໍເຂົ້າໃຈວ່າ ການຊອກເບ້ຍຫາເງິນໃນສະພາບທີ່ເສດຖະກິດຄືແນວນີ້ຕ່າງຄົນກໍ່ຕ່າງເຮັດ ວ່າແຕ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ນັບວ່າແມ່ນໜຶ່ງໃນທາງອອກທີ່ດີຕໍ່ຜູ້ທີ່ຍັງບໍ່ມີວຽກເຮັດງານທຳເປັນຫຼັກເປັນແຫຼ່ງ,ແຕ່ກໍ່ຄວນເບິ່ງຄືນໃໝ່ຄິດຄືນໃໝ່ວ່າງມັນເໝາະສົມຫຼືບໍ ໂດຍສະເພາະໃນບໍລິເວນແຫຼ່ງທ່ອງທ່ຽວທີ່ມີທັງຄົນພາຍໃນແລະຕ່າງປະເທດ ອາດຈະເຮັດໃຫ້ເຫັນແລ້ວບໍ່ມ່ວນຊື່ນໃນສາຍຕາຂອງເຂົາກໍ່ເປັນໄດ້,ນີ້ບໍ່ແມ່ນການຫ້າມ ແຕ່ແມ່ນການແກ້ໄຂວ່າຈະເຮັດແນວໃດໃຫ້ດີ ແລະ ເປັນລະ ບຽບກວ່ານີ້ ແມ່ນບໍ່?
ດັ່ງນັ້ນ ພາກສ່ວນກ່ຽວຂ້ອງ ໂດຍສະເພາະ ແມ່ນພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ແລະ ພາກສ່ວນ ອື່ນໆຄວນໄດ້ປຶກສາຫາລືກັນຊອກຫາທາງອອກ ດ້ວຍການກ່າວເຕືອນ ໃຫ້ເຂົາເຈົ້າຮັບຮູ້ ເພື່ອຈະບໍ່ໄດ້ກະທະອີກໃນຄັ້ງຕໍ່ໄປ ຫຼື ຈະມີວິທີການອື່ນທີ່ເໝາະສົມກວ່ານີ້ ເພື່ອຮັກສາພາບພົດອັນດີງາມ ຂອງປະເທດຊາດ ຂອງທ້ອງຖິ່ນ ສ້າງຄວາມປະທັບໃຈໃຫ້ນັກທ່ອງທ່ຽວທີ່ພົບເຫັນ.

