ເກີດແຜ່ນດິນໄຫວ 6.9 ຣິກເຕີ ຢູ່ຟີລິບປິນ ມີຜູ້ເສຍຊີວິດແລ້ວ 69 ຄົນ ທີມກູ້ໄພເລັ່ງຄົ້ນຫາຜູ້ລອດຊີວິດ
ຟີລິບປິນເກີດແຜ່ນດິນໄຫວຄັ້ງໃຫຍ່ 6.9 ຣິກເຕີ ບໍລິເວນພາກກາງຂອງຟີລິບປິນ ເຮັດໃຫ້ອາຄານບ້ານເຮືອນພັງເສຍຫາຍ, ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 69 ຄົນ ໂດຍທີມກູ້ໄພກໍາລັງເລັ່ງຄົ້ນຫາຜູ້ລອດຊີວິດກ້ອງຊາກຫັກພັງຢ່າງຕໍ່ເນື່ອງ.
ແຂວງເຊບູ ເຊິ່ງເປັນໜຶ່ງໃນພື້ນທີ່ທີ່ໄດ້ຮັບຜົນກະທົບຢ່າງໜັກ ໄດ້ປະກາດສະຖານະການສຸກເສີນ ຫລັງແຜ່ນດິນໄຫວແລ້ວ ໂດຍທາງການຟີລິບປິນຍັງສົ່ງການຊ່ວຍເຫລືອ ແລະ ພະຍາຍາມຟື້ນຟູລະບົບໄຟຟ້າ ແລະ ການສື່ສານຢ່າງຮີບດ່ວນ.
ຟີລິບປິນມີຄວາມສ່ຽງສູງຕໍ່ໄພທໍາມະຊາດເນື່ອງຈາກຢູ່ເທິງວົງແຫວນໄຟ (Ring of Fire) ທີ່ບໍ່ໝັ້ນຄົງທາງທໍລະນີວິທະຍາ ແລະ ຍັງຢູ່ໃນເສັ້ນທາງທີ່ໄຕ້ຝຸ່ນພັດຜ່ານມະຫາສະໝຸດປາຊີຟິກເປັນປະຈໍາທຸກປີ ໂດຍແຜ່ນດິນໄຫວຄັ້ງນີ້ເກີດຂຶ້ນຫລັງຈາກໄຕ້ຝຸ່ນສອງຫົວຕິດຕໍ່ກັນໄດ້ພັດຖະຫລົ່ມຟີລິບປິນ ເຮັດໃຫ້ມີຜູ້ເສຍຊີວິດນັບສິບຄົນ. ອີກທັງລະດູມໍລະສຸມທີ່ປຽກຊຸ່ມຜິດປົກກະຕິເຮັດໃຫ້ນໍ້າຖ້ວມໃນຫລາຍພື້ນທີ່ ສ້າງຄວາມເສຍຫາຍໃຫ້ແກ່ການບໍລິຫານແກ້ໄຂໄພພິບັດສາທາລະນະຂອງລັດຖະບານ ແລະ ທາງການທ້ອງຖິ່ນຂອງຟີລິບປິນຈໍານວນຫລາຍ.
ອ້າງອີງ:
