ອີລອນ ມັສກ໌ ຂຶ້ນເປັນມະຫາເສດຖີໂລກຄົນທຳອິດ ທີ່ມີມູນຄ່າຊັບສິນເກີນ 5 ແສນລ້ານໂດລາ

ວັນທີ 2 ຕຸລາ 2568 — ທ່ານ ອີລອນ ມັສກ໌ (Elon Musk) ມະຫາເສດຖີດ້ານເທັກໂນໂລຢີ ແລະ ເປັນຊີອີໂອຂອງບໍລິສັດ Tesla, ໄດ້ສ້າງສະຖິຕິໃໝ່ໃນວົງການຄວາມຮັ່ງມີຂອງໂລກ ຫລັງຈາກມູນຄ່າຊັບສິນສຸດທິໄດ້ເພີ່ມຂຶ້ນເຖິງ 500,100 ລ້ານໂດລາສະຫະລັດ, ນີ້ຖືເປັນຄັ້ງທຳອິດໃນປະຫວັດສາດທີ່ມີບຸກຄົນມີຊັບສິນແຕະຫລັກ 5 ແສນລ້ານໂດລາ.

ອີງຕາມລາຍງານດັດຊະນີມະຫາເສດຖີຂອງວາລະສານ Forbes ໃນວັນພຸດທີ່ຜ່ານມາ, ຊັບສິນຂອງທ່ານ ມັສກ໌ ໄດ້ພຸ່ງສູງສຸດກ່ອນທີ່ຈະຫລຸດລົງມາເລັກນ້ອຍ ແຕ່ຍັງຄົງຢູ່ທີ່ກວ່າ 499,000 ລ້ານໂດລາ.

ປັດໄຈສຳຄັນທີ່ເຮັດໃຫ້ມູນຄ່າຊັບສິນຂອງລາວ ເພີ່ມຂຶ້ນຢ່າງວ່ອງໄວແມ່ນມາຈາກ ລາຄາຫຸ້ນຂອງ Tesla ທີ່ເພີ່ມສູງຂຶ້ນຢ່າງຕໍ່ເນື່ອງໃນປີນີ້. ຫຸ້ນ Tesla ໄດ້ເພີ່ມຂຶ້ນອີກກວ່າ 3.3% ໃນວັນພຸດທີ່ຜ່ານມາ ແລະ ເພີ່ມຂຶ້ນລວມກວ່າ 20% ໃນປີນີ້.

ທ່ານ ມັສກ໌ ຍັງຄົງນຳໜ້າບັນດາເສດຖີຄົນອື່ນໆຢ່າງຂາດລອຍ, ໂດຍອັນດັບສອງໃນດັດຊະນີຂອງ Forbes ແມ່ນທ່ານ ແລຣີ ແອລລິສັນ (Larry Ellison), ຜູ້ກໍ່ຕັ້ງບໍລິສັດ Oracle, ເຊິ່ງມີຊັບສິນຢູ່ປະມານ 350,700 ລ້ານໂດລາສະຫະລັດ (ປະມານ 11.38 ລ້ານລ້ານບາດ).

ນອກເໜືອຈາກ Tesla ແລ້ວ, ບໍລິສັດໃນກຸ່ມທຸລະກິດຂອງທ່ານ ມັສກ໌ ເຊັ່ນ: X AI (ບໍລິສັດດ້ານປັນຍາປະດິດ) ແລະ SpaceX (ບໍລິສັດອະວະກາດ ແລະ ຈະຫຼວດ) ກໍມີບົດບາດສຳຄັນໃນການເພີ່ມມູນຄ່າຄວາມຮັ່ງມີຂອງ ອີລອນ ມັສກ໌ ໃນຊ່ວງຫຼາຍເດືອນທີ່ຜ່ານມາ.

ກ່ອນໜ້ານີ້, ທ່ານ ມັສກ໌ ຍັງໄດ້ປະກາດການຊື້ຫຸ້ນ Tesla ມູນຄ່າປະມານ 1,000 ລ້ານໂດລາ ເພື່ອຢືນຢັນຄວາມເຊື່ອໝັ້ນໃນບໍລິສັດຂອງຕົນເອງ, ເຊິ່ງໄດ້ສ້າງຄວາມຕື່ນຕົວ ແລະ ຄວາມເຊື່ອໝັ້ນໃນກຸ່ມນັກລົງທຶນວ່າຕົນຍັງຄົງມຸ່ງໝັ້ນ ແລະ ມີວິໄສທັດໃນທຸລະກິດໄລຍະຍາວ.

ຄະນະກຳມະການບໍລິຫານຂອງ Tesla ເຄີຍເປີດເຜີຍວ່າ ຫາກທ່ານ ມັສກ໌ ສາມາດບັນລຸເປົ້າໝາຍທີ່ວາງໄວ້ໃນທົດສະວັດຂ້າງໜ້າ, ລາວອາດຈະໄດ້ຮັບຜົນຕອບແທນທີ່ມີມູນຄ່າສູງເຖິງ 1 ລ້ານຕື້ໂດລາ. ເງື່ອນໄຂຕ່າງໆປະກອບມີການເພີ່ມມູນຄ່າຂອງ Tesla ໃຫ້ສູງຂຶ້ນເຖິງ 8 ເທົ່າ, ການຜະລິດ ຫຸ່ນຍົນ AI ຈຳນວນ 1 ລ້ານໂຕ ແລະ ຂາຍລົດ Tesla ໃຫ້ໄດ້ເຖິງ 12 ລ້ານຄັນ.

ປັດຈຸບັນ, Tesla ກຳລັງປັບຕົວເຂົ້າສູ່ທຸລະກິດທີ່ເຊື່ອມໂຍງກັບ AI ແລະ ຫຸ່ນຍົນ, ທ່າມກາງການແຂ່ງຂັນທີ່ຮຸນແຮງຈາກຜູ້ຜະລິດລົດໄຟຟ້າລາຍອື່ນໆ ເຊັ່ນ: BYD ຈາກປະເທດຈີນ.