ປະຊາຊົນສະເໜີຜົນກະທົບ ຈາກໂຄງການກໍ່ສ້າງທາງລົດເມດ່ວນ BRT ຢູ່ຖະໜົນເສດຖາທິລາດ ແລະ ສະເໜີໃຫ້ທາງໂຄງການພິຈາລະນາແກ້ໄຂ

ກະຊວງໂຍທາທິການ ແລະ ຂົນສົ່ງ ລາຍງານວ່າ: ວັນທີ 30 ກັນຍາ 2025 ຜ່ານມາ ໂດຍມີທ່ານ ລິດຕາ ຂັດຕິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ສີລິລາດທົງສິງ ທອງເພັງ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາ, ພ້ອມດ້ວຍຜູ້ຮັບຜິດຊອບຈັດຕັ້ງປະຕິບັດໂຄງການ ລວມເຖິງພະແນກການອ້ອມຂ້າງ ໄດ້ລົງຕິດຕາມການຮື້ຖອນ 2 ສະຖານີ ຢູ່ຖະໜົນເສດຖາທິລາດ ເຂດເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ການລົງຕິດຕາມຄັ້ງນີ້, ໄດ້ພົບປະກັບບັນດານາຍບ້ານ, ພໍ່ແມ່ປະຊາຊົນ ແລະ ຕາງໜ້າຈາກຫ້າງຮ້ານ ແລະ ຫົວໜ່ວຍຜູ້ປະກອບການຕ່າງໆ ທີ່ອາໄສລຽບຕາມເສັ້ນທາງຖະໜົນເສດຖາທິລາດ ພ້ອມເປີດໂອກາດໃຫ້ພໍ່ແມ່ປະຊາຊົນ ໄດ້ສະເໜີບັນຫາ ຫລື ຂໍ້ຫຍຸ້ງຍາກ ທີ່ໄດ້ພົບພໍ້ຈາກການກໍ່ສ້າງທາງລົດເມດ່ວນ BRT. ໂດຍລວມແມ່ນບັນດານາຍບ້ານ ແລະ ພໍ່ແມ່ປະຊາຊົນເຫັນດີທີ່ມີໂຄງການດັ່ງກ່າວເກີດຂຶ້ນຜ່ານບ້ານ-ເຮືອນຂອງຕົນເອງ ແລະ ພ້ອມທີ່ຈະໃຫ້ການຮ່ວມມືທຸກຢ່າງເພື່ອໃຫ້ໂຄງການກໍ່ສ້າງເສັ້ນທາງລົດເມດ່ວນ BRT ມີຄວາມສະດວກ.

ຈາກນັ້ນ, ປະຊາຊົນໄດ້ສະເໜີຫລາຍບັນຫາທີ່ໄດ້ຮັບຜົນກະທົບ ແລະ ສະເໜີໃຫ້ທາງໂຄງການກໍ່ສ້າງໃຫ້ພິຈາລະນາແກ້ໄຂບັນຫາຫລັກໆແມ່ນ:

  • ເຫລັກຂ້າງທາງກັ້ນເຂດທາງລົດ ແລະ ທາງຄົນຍ່າງ ເຮັດໃຫ້ກີດທາງເຂົ້າເຮືອນປະຊາຊົນ, ເຮັດໃຫ້ບ່ອນຈອດແຄມທາງແຄບລົງ-ເຮັດໃຫ້ການສັນຈອນແອອັດ.
  • ເມື່ອມີຫລັກຢູ່ໜ້າເຮືອນແລ້ວ ເຮືອນແຄມທາງທີ່ບໍ່ມີບ່ອນຈອດລົດ (ປົກກະຕິຈອດຢູ່ແຄມທາງ ຫລື ຟຸດບາດ) ກໍພົບຄວາມຫຍຸ້ງຍາກ.
  • ຮ່ອງລະບາຍນໍ້າ ເນື່ອງຈາກເສັ້ນທາງສ້າງໃໝ່ ສູງກວ່າພື້ນທີ່ເດີມ ເຮັດໃຫ້ນໍ້າໄຫລເຂົ້າຖ້ວມຮ້ານ ແລະ ເຮືອນປະປະຊາຊົນ.

ທ່ານ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຮັບຟັງຄຳເຫັນຄຳສະເໜີຂອງພໍ່ແມ່ປະຊາຊົນ ແລະ ຢືນຢັນວ່າ ຈະຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງໃນການແກ້ໄຂ.

ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ