ຫລວງພະບາງ ເອົາໃຈໃສ່ຊຸກຍູ້ການປົກປັກຮັກສາ ເມືອງມໍລະດົກໂລກ
ແຫລ່ງຂ່າວຈາກ ແຂວງຫລວງພະບາງ ລາຍງານວ່າ: ໄລຍະຊຸມປີຜ່ານມາ ຄະນະບໍລິຫານງານພັກແຂວງຫລວງພະບາງ ແຕ່ລະສະໄໝ ໄດ້ເນັ້ນໜັກເຖິງການປົກປັກຮັກສາ ແລະ ປ້ອງກັນນາມມະຍົດເມືອງມໍລະດົກໂລກ ໃຫ້ມີຄວາມຍືນຍົງ ແລະ ຄົງຄຸນຄ່າ ດ້ວຍສະພາບຈຸດພິເສດຂອງເມືອງມໍລະດົກໂລກທາງດ້ານວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດ ຈຶ່ງເຮັດໃຫ້ໄດ້ຮັບລາງວັນຈາກອົງການຈັດຕັ້ງສາກົນຫລາຍຢ່າງ. ປັດຈຸບັນ ສະຖາປັດຕະຍະກໍາຂອງອາຄານທີ່ເກົ່າແກ່ຊົງລາວບູຮານ ຢູ່ໃນບັນຊີມໍລະດົກຈໍານວນ 611 ຫລັງ ຍັງໄດ້ຮັບການຄຸ້ມຄອງຮັກສາໄດ້ເປັນຢ່າງດີ, ເຖິງວ່າອາຄານຈໍານວນໜຶ່ງ ໄດ້ຮັບການປັບປຸງ, ສ້ອມແປງ ແຕ່ຍັງຮັກສາແບບຮູບຊົງເກົ່າດັ່ງເດີມ; ວັດທະນະທໍາ-ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກສະເພາະຂອງຫລວງພະບາງ ໄດ້ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງຕັ້ງໜ້າ, ສະຖານທີ່ສັກກາລະບູຊາ ປູສະນິຍະສະຖານ ວັດວາອາຮາມໄດ້ຮັບການຄຸ້ມຄອງບູລະນະຮັກສາເຖິງ 113 ແຫ່ງ.
ສະຫາຍ ສຳນານ ສົນທະນີ ເລຂາຄະນະບໍລິຫານພັກ ນະຄອນ ຫລວງພະບາງ ໄດ້ລາຍງານ ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງຫລວງພະບາງ ຄັ້ງທີ IX ໃນວັນທີ 29 ກັນຍາ 2025 ຜ່ານມານີ້ວ່າ: ໄລຍະຜ່ານມາຄະນະພັກແຕ່ລະຂັ້ນ ຂອງແຂວງຫລວງພະບາງ ໄດ້ຖືສໍາຄັນໃນການນຳພາ-ຊີ້ນໍາຈັດຕັ້ງຜັນຂະຫຍາຍດຳລັດ ວ່າດ້ວຍມໍລະດົກໂລກຫລວງພະບາງ ໂດຍສ້າງເປັນນິຕິກໍາ ເຊັ່ນ: ຂໍ້ກໍານົດກ່ຽວກັບກົດລະບຽບຂອງແຜນຜັງປົກປັກຮັກສາ ແລະ ເຮັດໃຫ້ມີຄຸນຄ່າ, ກົດລະບຽບຄຸ້ມຄອງຕົວເມືອງ ແລະ ແຕ່ງຕັ້ງຄະນະກໍາມະການຮັບຜິດຊອບ ດ້ວຍຄວາມເອົາໃຈໃສ່ ຢ່າງມີຄວາມຮັບຜິດຊອບສູງ ຂອງຄະນະພັກ-ອົງການປົກຄອງ, ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫລວດ, ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ບວກກັບຄວາມເປັນເຈົ້າການ ຂອງຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ພ້ອມກັນປົກປັກຮັກສາເມືອງມໍລະດົກໂລກຢ່າງເຂັ້ມງວດ, ບົນຫລັກການທຸກວຽກງານໃນການສ້າງສາພັດທະນາ ຢູ່ໃນຂອບເຂດພື້ນທີ່ນະຄອນ ຫລວງພະບາງ ຕ້ອງຄໍານຶງເຖິງມໍລະດົກໂລກເປັນບັນຫາສໍາຄັນ, ບໍ່ອະນຸຍາດໃຫ້ມີກິດຈະກໍາ, ໂຄງການທີ່ກະທົບຕໍ່ເມືອງມໍລະດົກຢ່າງເດັດຂາດ. ພ້ອມກັນນັ້ນ, ໄດ້ເອົາໃຈໃສ່ເຜີຍແຜ່, ເຊື່ອມຊຶມແນວທາງນະໂຍບາຍ ແລະ ບັນດາກົດລະບຽບ ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຂົ້າໃຈ ເຮັດໃຫ້ແຕ່ລະຄອບຄົວ ມີຄວາມເປັນເຈົ້າການໃຫ້ການຮ່ວມມື ກັບອົງການປົກຄອງນະຄອນ ເຊັ່ນ: ຖ້າເຫັນຄອບຄົວໃດ ຫລື ບຸກຄົນພາຍໃນບ້ານມີການລະເມີດລະບຽບ, ເຂົາເຈົ້າກໍ່ທັກທ້ວງກັນ ຫລື ລາຍງານຕໍ່ພາກສ່ວນກ່ຽວຂ້ອງ.
ເພື່ອພັດທະນາ ນະຄອນ ຫລວງພະບາງ ໃຫ້ມີຄວາມປະສົມປະສານ ແລະ ເພື່ອແກ້ໄຂຄວາມສ່ຽງຜົນກະທົບ ຕໍ່ມໍລະດົກໂລກໃນໄລຍະຍາວ, ຈຶ່ງໄດ້ກໍານົດທິດທາງການພັດທະນາຕົວເມືອງ ແລະ ການຂະຫຍາຍຕົວເມືອງໄປສູ່ບັນດາພື້ນທີ່ອ້ອມຮອບ ຕາມໂຄງສ້າງຕົວເມືອງ ໃນ 4 ເຂດຈຸດສຸມ ຄື:
- ເຂດທີ 1 ເຂດມໍລະດົກ ແລະ ເຂດຕົວເມືອງທີ່ມີຢູ່ແລ້ວ ແມ່ນສຸມໃສ່ປະສົມປະສານການປົກປັກຮັກສາຄຸນຄ່າ ຂອງມໍລະດົກ ກັບ ການພັດທະນາການທ່ອງທ່ຽວ ແລະ ການຄຸ້ມຄອງຕົວເມືອງ ໂດຍການຄວບຄຸມການພັດທະນາໃໝ່ ໃຫ້ຖືກຕ້ອງ, ປັບປຸງພື້ນຖານໂຄງລ່າງ-ສິ່ງອໍານວຍຄວມສະດວກ ເພື່ອຮອງຮັບການຂະຫຍາຍຕົວທາງດ້ານເສດຖະກິດ ກໍຄື ການທ່ອງທ່ຽວໃນອະນາຄົດ ໃຫ້ມີຄຸນນະພາບ-ທັນສະໄໝ ແລະ ສ້າງສະພາບແວດລ້ອມໃຫ້ມີສະເໜ່ຍິ່ງຂຶ້ນ. ໜຶ່ງໃນວຽກຈຸດສຸມຄືການຮັກສາຄວາມສະອາດ, ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ, ປັບປຸງລະບົບແສງສະຫວ່າງ, ລະບົບລະບາຍນໍ້າ-ບໍາບັດນໍ້າເປື້ອນ, ພັດທະນາສວນສາທາລະນະ, ຮັກສາຕົ້ນໄມ້ສີຂຽວ, ແກ້ໄຂຖະໜົນຫົນທາງທີ່ເປັນບວກເປັນຂຸມ, ສ້າງທາງເບຕົງທາງຮ່ອມ ຈາກຫລາຍແຫລ່ງທຶນ, ປັບປຸງລະບົບການສັນຈອນທີ່ໃຊ້ເວລາໜ້ອຍລົງ ແລະ ປອດໄພ.
- ເຂດທີ 2 ເຂດອ້ອມຮອບສະຖານນີລົດໄຟ ເປັນເຂດພັດທະນາຕົວເມືອງໃໝ່ ໃນທາງທິດຕາເວັນອອກ, ເປັນເຂດບໍລິການ ການຂົນສົ່ງ ແລະ ການຄ້າ, ສ້າງຕຶກອາຄານທີ່ພັກ ເພື່ອຮອງຮັບການເພີ່ມຂຶ້ນຂອງນັກທ່ອງທ່ຽວ ແລະ ການເພີ່ມຂຶ້ນຂອງພົນລະເມືອງ.
- ເຂດທີ 3 ເຂດທ່ອງທ່ຽວໄປຫາຕາດກວາງຊີ ແລະ ເຂດກະສິກໍາ ໄປທາງທິດໃຕ້ ແມ່ນສົ່ງເສີມການພັດທະນາການທ່ອງທ່ຽວທໍາມະຊາດ ຕິດພັນກັບກະສິກໍາ ແລະ ວັດທະນະທໍາຂອງບັນດາເຜົ່າ ໂດຍການມີສ່ວນຮ່ວມຂອງບ້ານ ແລະ ປະຊາຊົນ, ພັດທະນາເປັນສະຖານທີ່ພັກຜ່ອນ, ສະຖານທີ່ແວະເຊົາ ແລະ ອື່ນໆ, ປັບປຸງເສັ້ນທາງເຊື່ອມຕໍ່ ລະຫວ່າງ ໃຈກາງເມືອງໄປຫາເຂດທ່ອງທ່ຽວ ໃຫ້ມີຄວາມສະດວກ.
- ເຂດທີ 4 ເຂດອຸດສາຫະກຳ ແລະ ບັນດາບ້ານໄກຈາກຕົວເມືອງ ໄປທາງທິດເໜືອ ແມ່ນສົ່ງເສີມ ການສ້າງເປັນເຂດອຸດສາຫະກໍາ ທີ່ເປັນມິດກັບສິ່ງແວດລ້ອມ, ພັດທະນາບັນດາບ້ານໃຫ້ມີຄວາມຍືນຍົງ ດ້ວຍການວາງແຜນຜັງພັດທະນາບ້ານ, ສ້າງກຸ່ມຜະລິດກະສິກໍາ, ສະບຽງອາຫານ ແລະ ຫັດຖະກຳຂອງທ້ອງຖິ່ນ, ສົ່ງເສີມການທ່ອງທ່ຽວບ້ານວັດທະນະທໍາ, ທ່ອງທ່ຽວທໍາມະຊາດ ແລະ ອື່ນໆ, ປັບປຸງເສັ້ນທາງເຂົ້າເຖິງບັນດາບ້ານ ແລະ ເຂດການຜະລິດ ໃຫ້ຮັບປະກັນໄປ-ມາສະດວກ.
ທີ່ມາ: ຂ່າວສານປະເທດລາວ
