ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຄະນະບໍລິຫານງານພັກ ຫສນຍ ເອົາໃຈໃສ່ຫລາຍບັນຫາ

ໃນວັນທີ 30 ກັນຍາ 2025, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຄັ້ງທີ VI ກ່ຽວກັບບັນດາຈຸດອ່ອນ-ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ພ້ອມກັນປັບປຸງ ແກ້ໄຂໃນຕໍ່ໜ້າ ໃຫ້ມີການຫັນປ່ຽນດີຂຶ້ນໂດຍເໜັ້ນວ່າ:

  • ເອົາໃຈໃສ່ເພີ່ມທະວີນໍາພາ ວຽກງານຮອບດ້ານ ເລີ່ມຈາກການປັບປຸງກົງຈັກພັກພາຍໃນ ບົນຈິດໃຈຄຳຂວັນ: “ຍົກສູງຄວາມສາມາດ ການນຳພາທີ່ເຂັ້ມແຂງຂອງຄະນະພັກແຕ່ລະຂັ້ນ, ຄວາມເປັນແບບເປັນຢ່າງນຳໜ້າຂອງສະມາຊິກພັກ ໃນການປະຕິ ບັດໜ້າທີ່ການເມືອງ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໃຫ້ມີປະສິດທິພາບ ແລະ ຄຸນນະພາບສູງ” ສະເພາະ ໃຫ້ຖືສຳຄັນ ແລະ ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ;
  • ປັບປຸງຍົກສູງຄວາມເຊື່ອໝັ້ນ ຢ່າງຕາຍໃຈ, ມີຄວາມເປັນເອກະພາບສູງກັບແນວທາງ, ທິດທາງທີ່ພັກ, ລັດວາງອອກ ບົນພື້ນຖານສ້າງຄວາມຕັດ ສິນໃຈເດັດດ່ຽວຈັດຕັ້ງໃຫ້ປະກົດຜົນເປັນຈິງ; ຍູ້ແຮງຄວາມຕື່ນຕົວຝຶກຝົນຫລໍ່ຫຼອມຕົນເອງ ຂອງສະມາຊິກພັກ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຄວາມຮູ້ຄວາມສາມາດ, ແບບແຜນວິທີນຳພາ ແລະ ແບບ ແຜນວິທີເຮັດວຽກ;
  • ເອົາໃຈໃສ່ຢ່າງຈົດຈໍ່ ຕໍ່ການກໍ່ສ້າງພັກທາງດ້ານການຈັດຕັ້ງ ໂດຍປະຕິບັດເຂັ້ມງວດ 5 ຫຼັກການ 3 ທິດນໍາຂອງພັກ;
  • ຕັ້ງໜ້າປັບປຸງແບບແຜນ ວິທີນໍາພາຂອງອົງຄະນະພັກ ເປັນຕົ້ນ ນຳພາດ້ວຍແນວທາງ ແລະ ລະບຽບກົດໝາຍ ຕິດພັບກັບການຂະຫຍາຍຄວາມເປັນແບບຢ່າງນຳໜ້າຂອງພັກ; ເອົາໃຈໃສ່ວຽກພະນັກງານ ຢ່າງຈິງຈັງ ໂດຍສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງໃນທຸກຂອດ; ເພີ່ມທະວີການຄຸ້ມຄອງ, ຕິດ ຕາມ, ກວດກາ ແລະ ປະຕິບັດວິໄນຕໍ່ພະນັກງານຢ່າງຖືກຕ້ອງເຂັ້ມງວດ;
  • ລົງເລິກວຽກງານການເມືອງ-ແນວຄິດ, ສຶກສາອົບຮົມ ສະມາຊິກພັກ, ພະນັກງານໃຫ້ມີລັກສະນະຕັ້ງໜ້າ ແລະ ເຂັ້ມແຂງກວ່າເກົ່າ, ສ້າງຄວາມສາມັກຄີ ແລະ ມີການຄົ້ນ ຄວ້າປັບປຸງວິທີການເຮັດວຽກ ໃຫ້ແທດເໝາະກັບສະພາບຕົວຈິງ ໃນແຕ່ລະໄລຍະ ຕິດພັນກັບການກໍ່ສ້າງ ແລະ ຝຶກອົບຮົມພະນັກງານ ໃຫ້ມີຄວາມຮູ້-ຄວາມສາມາດ, ມີຄວາມຍຸຕິທໍາ, ມີນໍ້າໃຈເສຍສະລະ, ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນເຂັ້ມງວດ; ເອົາໃຈໃສ່ຕິດຕາມ ແລະ ກວດກາຄວາມຮັບຜິດຊອບທາງ ການເມືອງ ຂອງສະມາຊິກພັກ, ພະນັກງານຢ່າງເປັນປົກກະຕິ; ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດ, ເຂັ້ມແຂງ, ມີປະສິດທິພາບ, ຫັນເປັນທັນສະໄໝ ໄປຄຽງຄູ່ກັບການປັບປຸງນິຕິກໍາ ລະບຽບການຕ່າງໆ ໃຫ້ຮັດກຸມ;
  • ປັບປຸງກົນໄກປະສານງານໃຫ້ຄ່ອງຕົວ, ວ່ອງໄວ, ໂລ່ງລ່ຽນ, ສ້າງລະບອບປະຊຸມ, ລາຍງານສ່ອງແສງເປັນປະຈໍາ; ເພີ່ມທະວີການນໍາພາ ອົງການຈັດຕັ້ງມະຫາຊົນ ໃຫ້ກາຍເປັນກຳລັງແຮງສັງລວມຂອງພັກ ເພື່ອສ້າງ ແລະ ຮັບປະກັນຊີວິດການເປັນຢູ່ ຂອງພະນັກງານ-ລັດຖະກອນ ແລະ ປະກອບສ່ວນສຳຄັນໃນຂະບວນການຕ່າງໆຂອງຊາດ; ເອົາໃຈໃສ່ຈັດຕັ້ງປະຕິບັດ ບັນດາທິດທາງຂອງລາຍງານການເມືອງ ແລະ ແຜນພັດທະນາ ທີ່ໄດ້ກຳນົດໄວ້ ໂດຍມີການລົງ ເລິກຕິດຕາມ, ກວດກາ, ປະເມີນຜົນ ວຽກງານແຕ່ລະດ້ານ; ໃຫ້ເອົາໃຈໃສ່ທີ່ສຸດ ເປັນເສນາທິການດ້ານເນື້ອໃນ ຊຶ່ງຕ້ອງມີການວິເຄາະ, ວິໄຈ, ກັ່ນຕອງ, ຂໍ້ມູນ-ຂ່າວສານ, ສະພາບຄວາມບໍ່ສະຫງົບ ແລະ ປະກົດການຫຍໍ້ທໍ້ຕ່າງໆ ຕະຫລອດຮອດສະ ພາບພົ້ນເດັ່ນທາງດ້ານເສດຖະກິດ-ສັງຄົມ ແລະ ການເມືອງ ພາຍໃນ ແລະ ຕ່າງປະເທດ, ທັງສະ ເໜີວິທີແກ້ໄຂ ດ້ວຍເນື້ອໃນທີ່ຄົບຖ້ວນ, ຖືກຕ້ອງ, ຊັດເຈນ, ມີວິທະຍາສາດ, ຕາມແນວທາງນະໂຍບາຍ, ລະບຽບກົດ ໝາຍ, ມີຄວາມເປັນທຳ, ສາມາດຈັດຕັ້ງປະຕິບັດໄດ້ ແລະ ຮັກສາໄດ້ຄວາມລັບ, ເອົາໃຈ ໃສ່ສ້າງ ແລະ ປັບປຸງໂຄງການ ດໍາເນີນງານ, ແຜນການເຄື່ອນໄຫວວຽກງານຂອງລັດຖະບານ, ນາຍົກ-ຮອງນາຍົກລັດຖະມົນຕີ ແຕ່ລະໄລຍະໃຫ້ລະ ອຽດ ແລະ ສອດຄ່ອງກວ່າເກົ່າ; ຊ່ວຍອຳນວຍ, ຄວບຄຸມ, ຕິດຕາມກວດກາ ການຈັດຕັ້ງປະຕິບັດນິຕິກຳຕ່າງໆ ໃຫ້ເປັນໄປໃນລວງດຽວກັນ ກັບແຜນຂອງລັດຖະບານ;
  • ຍົກສູງຄວາມສາມາດ ເປັນເສນາທິການຊ່ວຍນາຍົກ-ບັນດາຮອງນາຍົກລັດຖະມົນຕີ ໃນການກະກຽມ ແລະ ດຳເນີນກອງປະຊຸມສໍາຄັນຕ່າງໆ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນ, ປະຊຸມໜ້ອຍລົງ ແຕ່ແກ້ໄຂໄດ້ຫຼາຍວຽກ-ຫຼາຍບັນຫາ, ທັນກັບສະພາບການ; ເພີ່ມທະວີວຽກງານຕິດຕາມ, ຊຸກຍູ້ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ແຕ່ລະໄລຍະ ໃຫ້ໄປຕາມຄາດໝາຍ; ເພີ່ມທະວີການປະສານງານ ກັບກະຊວງ-ອົງການ, ທ້ອງຖິ່ນ ແລະ ຂະແໜງການທັງພາຍໃນ ແລະ ຕ່າງປະເທດເພື່ອຮັບປະກັນປະຕິບັດພາລະບົດບາດ, ໜ້າທີ່ ແລະ ຄວາມຮັບ ຜິດຊອບຂອງແຕ່ລະພາກສ່ວນສູງຂຶ້ນກວ່າເກົ່າ; ສືບຕໍ່ຫັນວຽກງານ ຫສນຍ ແລະ ການບໍລິຫານລັດ ເປັນທັນສະໄໝ; ຍົກສູງບົດບາດວຽກງານປະຊາສຳພັນ, ວຽກໂຄສົກລັດຖະບານ, ການສະໜອງຂໍ້ມູນຂ່າວສານ, ການໂຄສະນາ ເຜີຍແຜ່ຕ້ອງວ່ອງໄວ ແລະ ຮັບປະກັນຄຸນນະພາບ ດ້ວຍລັກສະນະປ້ອງກັນ ແລະ ລັກສະນະຕໍ່ສູ້, ທັງສະໜອງ ຂໍ້ມູນຂ່າວສານທີ່ຖືກຕ້ອງໃຫ້ສັງຄົມ ແລະ ປະຊາຊົນໄດ້ຮັບຮູ້ຢ່າງກວ້າງຂວາງ. ສໍາລັບຄະນະບໍລິຫານງານພັກຊຸດໃໝ່ ໃຫ້ພ້ອມກັນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເປັນໂຄງການ, ແຜນງານ ເປັນອັນລະອຽດ ສອດຄ່ອງ ກັບຕົວຈິງ ແລະ ສາມາດຈັດຕັ້ງປະຕິບັດໄດ້; ຍູ້ຂະບວນການສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນວຽກງານເສນາທິການຮັບໃຊ້ລັດຖະບານ; ຮີບຮ້ອນແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ, ຄະນະປະຈຳພັກ ໃຫ້ລະອຽດ, ຈະແຈ້ງ; ຍຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ຫລັກການ, ລະບອບແບບແຜນ ວິທີນຳ ພາຂອງພັກ; ຮັບຜິດຊອບໂດຍກົງຕໍ່ຜົນໄດ້-ຜົນເສຍ ຂອງວຽກງານທີ່ຖືກມອບໝາຍ; ສືບຝຶກຝົນຫລໍ່ຫລອມຕົນເອງ ຢ່າງຮອບດ້ານ, ສາມັກຄີຮັກແພງ ຈິງໃຈຊ່ວຍເຫລືອກໍ່ສ້າງໝູ່ຄະນະ ໃຫ້ມີຄວາມເຂັ້ມແຂງ; ເປັນແບບເປັນຢ່າງຈັດ ຕັ້ງປະຕິບັດກົດລະບຽບພັກ, ລະບຽບກົດໝາຍຂອງລັດ;

ຕິດຕາມ, ຊຸກຍູ້ການຈັດຕັ້ງ, ພະນັກງານ, ສະມາຊິກພັກ ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີທັດສະນະ ແລະ ການກະທຳທີ່ຖືກຕ້ອງ, ຕ້ານປະກົດການຫຍໍ້ທໍ້ທຸກຮູບແບບ, ດໍາລົງຊີວິດປອດໃສ, ປະຢັດ, ອົດທົນ ເປັນແບບເປັນຢ່າງໃນທຸກຂົງເຂດວຽກງານ, ຫຼີກລຽງ ພະຍາດອາດຍາສິດ, ສ້າງກຸ່ມກ້ອນ, ຈຸ້ມເຈື້ອເຊື້ອສາຍ ຄົນເຈົ້າຄົນຂ້ອຍ, ສ້າງຜົນປະໂຫຍດສ່ວນຕົວ ແລະ ພັກພວກ ທີ່ຈະກະທົບຕໍ່ບົດ ບາດ, ອິດທິພົນ ແລະ ຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ; ພົວພັນຮ່ວມມືກັບພາຍໃນ ແລະ ຕ່າງປະເທດ ໂດຍ ສະເພາະປະເທດເພື່ອນມິດຍຸດທະສາດ ແລະ ປະເທດອື່ນໆ ເພື່ອຍາດແຍ່ງການຊ່ວຍເຫຼືອ, ເພື່ອຮຽນຮູ້, ການຝຶກ ອົບຮົມ ແລະ ຖອດຖອນບົດຮຽນທີ່ກ້າວໜ້າ ມາໝູນໃຊ້ກັບວຽກງານຂອງຕົນ ຕິດພັນກັບມີສະຕິລະວັງຕົວ ແລະ ມີທັດສະນະທີ່ຖືກຕ້ອງຕາມແນວທາງ ແລະ ລະບຽບກົດໝາຍ.

ທີ່ມາ: ໜັງສືພິມປະຊາຊົນ