ຫວຽດນາມຕັດສິນຈຳຄຸກອະດີດ CEO ບໍລິສັດ SJC ຂໍ້ຫາສໍ້ໂກງຄຳມູນຄ່າຫລາຍລ້ານໂດລາ

ນະຄອນໂຮ່ຈີມິນ ປະເທດຫວຽດນາມ – ສານປະຊາຊົນນະຄອນໂຮ່ຈິມິນ ໄດ້ຕັດສິນລົງໂທດນາງ Le Thuy Hung ອະດີດຜູ້ອຳນວຍການໃຫຍ່ບໍລິສັດຜະລິດຄຳ Saigon (SJC) ໃຫ້ຈຳຄຸກ 25 ປີ ໃນຂໍ້ຫາສໍ້ໂກງ ແລະ ສວຍໃຊ້ອຳນາດ. ເຊິ່ງກໍລະນີນີ້ ແມ່ນຫນຶ່ງໃນບັນດາການປາບປາມການສໍ້ລາດບັງຫລວງລະດັບສູງຂອງຫວຽດນາມ.
ໃນລະຫວ່າງປີ 2021-2024 ນາງ Hung ໄດ້ສັ່ງໃຫ້ພະນັກງານເພີ່ມອັດຕາການສູນເສຍ ໃນການຜະລິດຄໍາແທ່ງເປັນ 10 ໂຕນ ແລະ ນໍາໄປຂາຍເພື່ອຜົນປະໂຫຍດສ່ວນຕົວ. ນອກນັ້ນ, ຍັງໄດ້ປອມບັນຊີລາຍຊື່ລູກຄ້າ ແລະ ເອກະສານເພື່ອປົກປິດການກະທຳ, ລວມມູນຄ່າປະມານ 2.7 ລ້ານໂດລາສະຫະລັດ.
ສານລາຍງານວ່າ ນາງ Hung ຍັງມີຄໍາແທ່ງໄວ້ຄອບຄອງ ຈໍານວນ 235 ກິໂລກຣາມ ແລະ ແຫວນຄຳເປັນຈຳນວນຫລວງຫລາຍ ໂດຍບໍ່ໄດ້ຮັບອະນຸຍາດ, ໃນນັ້ນມີຄຳ ທີ່ຖືກລັກລອບໄປປະມານ 34 ກິໂລ, ສານໄດ້ສັ່ງໃຫ້ຈຳເລີຍຊົດໃຊ້ຄືນໃຫ້ລັດປະມານ 640 ກິໂລ.
ຄະດີນີ້ໄດ້ສະທ້ອນໃຫ້ເຫັນເຖິງບັນຫາການສໍ້ລາດບັງຫຼວງໃນລະບົບການຜະລິດຄຳຂອງລັດຫວຽດນາມ, ເຊິ່ງກຳລັງຢູ່ໃນຂັ້ນຕອນການປະຕິຮູບເພື່ອຍົກເລີກການຜູກຂາດ ແລະ ເປີດເສລີໃຫ້ກັບຕະຫລາດຄຳ.
