ຊາຍໜຸ່ມຈີນ ຈົບປະລິນຍາມາ 5 ປະເທດ ແຕ່ຖິ້ມຊີວິດລູກເສດຖີ ມາເປັນຄົນເລ່ລ້ອນ

ແຂວງຢຸນນານ – ກໍລະນີຂອງ “ຈ້າວຕ້ຽນ” ຊາຍຊາວຈີນອາຍຸ 32 ປີ ກາຍເປັນປະເດັນຮ້ອນໃນສັງຄົມອອນລາຍ ຫຼັງຈາກລາວໄດ້ຕັດສິນໃຈປະຖິ້ມຊີວິດລູກເສດຖີຢູ່ຕ່າງປະເທດ ແລະ ເລືອກທີ່ຈະດໍາລົງຊີວິດແບບຄົນເລ່ລ້ອນຢູ່ໃນເມືອງ ຕ້າຫຼີ່, ແຂວງຢຸນນານ, ໂດຍມີລາຍໄດ້ພຽງແຕ່ເດືອນລະ 100 ຢວນ (ປະມານ 450 ບາດ).

ຈ້າວຕ້ຽນໄດ້ເປີດເຜີຍວ່າ ລາວໄດ້ເຕີບໃຫຍ່ໃນນະຄອນ ຊຽງໄຮ້ ກ່ອນທີ່ຈະຍ້າຍໄປ ນິວຊີແລນ ຕັ້ງແຕ່ຍັງນ້ອຍ ແລະ ປະສົບຜົນສໍາເລັດດ້ານການສຶກສາຢ່າງສູງ, ຈົບປະລິນຍາຕີ 2 ໃບ ແລະ ປະລິນຍາໂທດ້ານການເງິນ 3 ໃບ ຈາກມະຫາວິທະຍາໄລທີ່ມີຊື່ສຽງໃນ ຊິດນີ, ນິວຢອກ, ປັກກິ່ງ ແລະ ປາຣີ.

ແນວໃດກໍຕາມ, ລາວໄດ້ເລືອກທີ່ຈະຕັດຂາດຈາກຄອບຄົວ ເນື່ອງຈາກຮູ້ສຶກວ່າຜົນສໍາເລັດດ້ານການສຶກສາຖືກໃຊ້ເປັນ ພາລະ ແລະ ຂໍ້ຜູກມັດ ທີ່ຕ້ອງໄດ້ປະຕິບັດຕາມຄວາມຄາດຫວັງຂອງພໍ່ແມ່. ຈ້າວຕ້ຽນເລົ່າວ່າ ເຖິງແມ່ນວ່າໄລຍະໜຶ່ງລາວເຄີຍເຮັດວຽກຢູ່ປາຣີ, ແຕ່ລາວກັບມີຄວາມສຸກກັບ ວຽກລ້າງຈານ ຫຼາຍກວ່າວຽກສາຍການເງິນ.

ຕັ້ງແຕ່ປີ 2013 ລາວໄດ້ກັບມາໃຊ້ຊີວິດຢູ່ປະເທດຈີນ, ເລີ່ມຈາກວຽກເສີບ ກ່ອນຈະຍ້າຍມາຢູ່ເມືອງຕ້າຫຼີ່ ແລະ ໃນປີ 2024 ໄດ້ຕັດສິນໃຈເລືອກໃຊ້ຊີວິດຢູ່ຕາມທ້ອງຖະໜົນ. ປັດຈຸບັນ ລາວມີເງິນຝາກປະມານ 2,500 ຢວນ (ປະມານ 11,000 ບາດ), ດໍາລົງຊີວິດຢ່າງລຽບງ່າຍ, ອາໄສອາບນໍ້າຢູ່ຕາມໂຮສເທວ, ຮັບປະທານອາຫານເຈຟຣີ ແລະ ໃຊ້ເວລາສ່ວນໃຫຍ່ໃນການອ່ານປຶ້ມ ລວມທັງຈັດຕັ້ງຊົມຮົມແລກປ່ຽນຄວາມຮູ້.

ເຖິງແມ່ນວ່າລາວຈະບໍ່ໄດ້ຕິດຕໍ່ກັບພໍ່ແມ່ທີ່ຢູ່ປະເທດນິວຊີແລນແລ້ວ, ແຕ່ຍັງຄົງເວົ້າລົມກັບລູກສາວອາຍຸ 10 ປີ ທີ່ເກີດຈາກຄວາມສໍາພັນໃນນິວຢອກ ຜ່ານທາງອອນລາຍ.

ເລື່ອງລາວຂອງລາວໄດ້ສ້າງກະແສຖົກຖຽງໃນໂລກໂຊຊຽວ, ບາງສ່ວນເຫັນໃຈວ່າ ເປັນການເລືອກໃຊ້ຊີວິດຢ່າງອິດສະຫຼະເພື່ອຮັກສາຄວາມຮູ້ສຶກ ແຕ່ໃນຂະນະທີ່ອີກຝ່າຍວິຈານວ່າເປັນການ ຂາດຄວາມຮັບຜິດຊອບ, ໂດຍສະເພາະໃນຖານະຂອງພໍ່.

ຮຽບຮຽງຈາກ

https://sc.mp/3d0nv?utm_source=copy-link&utm_campaign=3326653&utm_medium=share_widget

https://www.scmp.com/news/people-culture/trending-china/article/3326653/wealthy-educated-chinese-man-chooses-live-homeless-survives-us14-monthly?utm_source=chatgpt.com