ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບຂອງພະຍຸບົວລອຍ ທີ່ບ້ານກໍໄຮ ເມືອງອະນຸວົງ

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ໃນວັນທີ 30 ກັນຍາ 2025, ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍຄະນະນໍາຂອງແຂວງ ແລະ ເມືອງອະນຸວົງ ໄດ້ເຄື່ອນໄຫວຕິດຕາມສະພາບຄວາມເສຍຫາຍຟູ່ບ້ານກໍໄຮ ເມືອງອະນຸວົງ ຍ້ອນໄດ້ຮັບຜົນກະທົບຈາກພະຍຸບົວລອຍ ເຮັດໃຫ້ເຮືອນຊານຂອງປະຊາຊົນໄດ້ຮັບຄວາມເສຍຫາຍ ແລະ ມີຜູ້ເສຍຊີວິດ 3 ຄົນ.
ຕາມການບອກເລົ່າຂອງປະຊາຊົນພາຍໃນບ້ານດັ່ງກ່າວ ໃຫ້ຮູ້ວ່າ: ໃນເວລາປະມານທ່ຽງຄືນ ຂອງວັນທີ 29 ກັນຍາ 2025 ມີຝົນຕົກໜັກ ເຮັດໃຫ້ມີນໍ້າໄຫລຊຸ ເອົາເຮືອນປະຊາຊົນ ຈໍານວນ 2 ຫລັງ ແລະ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ນອກນີ້ ຍັງມີເຮືອນຂອງປະຊາຊົນຈໍານວນໜຶ່ງ ທີ່ຢູ່ໃກ້ຄຽງເຂດດັ່ງກ່າວຖືກນໍ້າຖ້ວມ, ເສັ້ນທາງເປ່ເພບໍ່ສາມາດສັນຈອນໄປ-ມາໄດ້, ປັດຈຸບັນມີ ກຳລັງ ປກຊ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງໄດ້ປະຈໍາຢູ່ຈຸດດັ່ງກ່າວ ເພື່ອເຝົ້າລະວັງ ແລະ ໃຫ້ການຊ່ວຍເຫລືອປະຊາຊົນໃນເວລາສຸກເສີນ, ສ່ວນຄວາມເສຍຫາຍທັງໝົດຍັງບໍ່ສາມາດປະເມີນໄດ້.
ໂອກາດນີ້, ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ສະແດງຄວາມເສຍໃຈ ແລະ ຄວາມເປັນຫ່ວງເປັນໄຍ ຂອງການນໍາພັກ-ລັດ ກໍຄືການນໍາແຂວງໄຊສົມບູນ ທີ່ມີຕໍ່ປະຊາຊົນຕະຫລອດມາ ລົງໃກ້ຊິດຕິດແທດ ເພື່ອເປັນກໍາລັງໃຈແກ່ຄອບຄົວທີ່ໄດ້ຮັບຜົນກະທົບໃນເຫດການຄັ້ງນີ້. ພ້ອມທັງໄດ້ເນັ້ນໃຫ້ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ຈົ່ງຮີບຮ້ອນສະຫລຸບລາຍງານຜົນເສຍຫາຍໃນຄັ້ງນີ້ ໃຫ້ຂັ້ນສູນກາງ ພ້ອມທັງໃຫ້ຄວາມຊ່ວຍເຫລືອເບື້ອງຕົ້ນແກ່ຄອບຄົວທີ່ມີຜູ້ເສຍຊີວິດ.
ທີ່ມາ: ຈົດໝາຍຂ່າວໄຊສົມບູນ
