ສະໂມສອນ ມາດສເຕີ້ ຄວ້າແຊ້ມ ການແຂ່ງຂັນ ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2025 ເປັນສະໄຫມທີ 2 ຕິດຕໍ່ກັນ

ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ສຳເລັດການແຂ່ງຂັນກິລາບານເຕະ ການແຂ່ງຂັນບານເຕະ ລາວລີກ ຍິງ 2025 LAO WOMEN’S LEAGUE 2025 ຂື້ນເມື່ອ ວັນທີ 30 ກັນຍາ 2025 ຢູ່ທີ່ສະຫນາມກິລາກອງທັບ ຫຼັກ 5 ພາຍຫຼັງດໍາເນີນການແຂ່ງຂັນມາແຕ່ວັນທີ 22 ມິຖຸນາ 2025, ເຂົ້າຮ່ວມພິທີປິດມີ ທ່ານ ພັທ ຖາວອນ ຫຼວງຈັນດາວົງ, ທ່ານ ປອ ບຸນຍູ້ ສີສານ, ທ່ານ ນ.ພູໄຊ ແພງພົງ ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ ພ້ອມດ້ວຍຜູ້ໃຫ້ການສະຫນັບສະຫນູນແລະ ບັນດາແຟນບານເຂົ້າຮ່ວມຮັບຊົມການແຂ່ງຂັນ.

ການແຂ່ງຂັນບານເຕະລາວລີກຍິງ ປະຈຳປີ 2025 LAO WOMEN’S LEAGUE 2025 ມີ 10 ທີມ ເຂົ້າຮ່ວມປະກອບມີ: 1. ມາດສເຕີ້ 2. ກອງທັບ 3. ເອັສອີຊີ 4. ນໍ້າທາ 5. ມັດສະດ້າ ຈີບີ 6. ໄຊເສດຖາ 7. ມະຫາວິທະຍາໄລວິທະຍາສາດສຸຂະພາບ 8. ບໍລິຄຳໄຊ 9. ເຄພີເອັສ 10. ເຊໂນ ຈາກແຂວງສະຫວັນນະເຂດ ການແຂ່ງຂັນຄັ້ງນີ້ແມ່ນໄດ້ນຳໃຊ້ 6 ສະຫນາມຄື: ສະຫນາມກິລາແຫ່ງຊາດຫຼັກ 16 ສະຫນາມນອກ, ສະຫນາມກິລາສູນຝຶກຫ້ວຍຫົງ ( 2 ສະຫນາມ), ສະຫນາມກິລາກອງທັບ ຫຼັກ 5, ສະຫນາມກິລາສະຖານບັນກິລາ-ກາຍຍະກຳ ( ສີເກີດ ) ແລະ ສະຫນາມກິລາລ້ານຊ້າງ. ຮູບແບບການແຂ່ງຂັນພົບກັນທັງໝົດ 2 ຮອບ ທີມໜຶ່ງແຂ່ງຂັນ 18 ນັດ, ທີມທີ່ມີຄະແນນຫລາຍສຸດເປັນແຊ້ມ ຖ້າຄະແນນເທົ່າກັນມາໄລ່ Head to Head ຫລື ສະຖິຕິການພົບກັນ, ຖ້າຫາກຄະແນນ ແລະ ສະຖິຕິຍັງເທົ່າກັນ ຈະມາໄລ່ປະຕູໄດ້ເສຍ.

ສະຫລຸບຜົນການແຂ່ງຂັນ ອັນດັບ 1 ມາດສເຕີ້ ໄດ້ຮັບຂັນແຊັມພ້ອມເງິນລາງວັນ 300 ລ້ານກີບ, ອັນດັບ 2 ເອັສອີຊີ ຢູໄນເຕັດ ໄດ້ຮັບເງິນລາງວັນ 100 ລ້ານກີບ, ອັນດັບ 3 ມັດສະດ້າ ຈີບີ ໄດ້ຮັບເງິນລາງວັນ 50 ລ້ານກີບ, ອັນດັບ 4 ມະຫາວິທະຍາໄລວິທະຍາສາດສຸຂະພາບ, ອັນດັບ 5 ກອງທັບ, ອັນດັບ 6 ນໍ້າທາ ຢູໄນເຕັດ, ອັນດັບ 7 ນໍ້າທາ ຢູໄນເຕັດ, ອັນດັບ 8 ໄຊເສດຖາ, ອັນດັບ 9 ບໍລິຄຳໄຊ ແລະ ອັນດັບ 10 ເຄພີເອັສ. ນອກຈາກນັ້ນ,ຍັງມີລາງວັນປະເພດບຸກຄົນມີ: ລາງວັນນັກກິລາທີ່ຍິງປະຕູສູງສຸດ ເກມມີ້ ພັດດາລາ ລົງສະຫນາມ 18 ນັດ ຍິງໄດ້ 43 ປະຕູ ໄດ້ຮັບຂັນລາງວັນ, ລາງວັນຜູ້ຮັກສາປະຕູດີເດັ່ນ ທອງສະຫມຸດ ວົງຄຳພັນ ຈາກ ສະໂມສອນ ມັດສະດ້າ ຈີບີ ໄດ້ຮັບຂັນລາງວັນ 1 ຫນ່ວຍ, ລາງວັນ ຄູຝຶກດີເດັ່ນ ທ່ານ ຕົ້ນ ເພັດເພັງທອງ ຈາກ ສະໂມສອນ ບານເຕະ ມາສເຕີ້ ເຊເວັ້ນ ໄດ້ຮັບຂັນລາງວັນ 1 ໜວ່ຍ ແລະ ລາງວັນນັກເຕະດີເດັ່ນ ໃຈຄຳ ໄຊຍະປະເສີດ ຈາກ ສະໂມສອນ ມາດສເຕີ້.

ສະໂມສອນ ມາດສເຕີ້ ໄດ້ຮັບສິດເຂົ້າຮ່ວມ ການແຂ່ງຂັນເຕະບານຍິງ ຊິງແຊ້ມສະໂມສອນອາຊີ AFC WOMEN’S CHAMPIONS LEAGUE ລະດູການ 2026/27 ໃນຖານະແຊ້ມ ການແຂ່ງຂັນບານເຕະ ລາວລີກ ຍິງ ປະຈຳປີ 2025.

ພາບ-ຂ່າວ: LaoFF