ແຜນການ 5 ປີຕໍ່ໜ້າ ກະຊວງສຶກສາທິການ ແລະ ກິລາ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນສຶກສາ ຈາກລະບົບ 5+4+3 ມາເປັນ 6+3+3

ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ຜ່ານ (ຮ່າງ) ບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງສຶກສາທິການ ແລະ ກິລາ ສະໄໝທີ IX ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ກ່ຽວກັບທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມຕົ້ນຕໍໃນການໍາພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X ໄລຍະ 5 ປີຕໍ່ໜ້າ (2026-2030) ໃນວັນທີ 26 ກັນຍາ 2025 ຜ່ານມານີ້ວ່າ:

ສໍາລັບທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກຈຸດສຸມຕົ້ນຕໍໃນການໍາພາຂອງອົງຄະນະພັກ ກະຊວງສຶກສາທິການ ແລະ ກິລາ ສະໄໝທີ X (2026-2030) ຄາດໝາຍສູ້ຊົນແຕ່ລະດ້ານ:

  • ຈະສືບຕໍ່ຢຶດໝັ້ນລັດທິມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ຫັນແນວທາງປ່ຽນແປງໃໝ່ເຂົ້າສູ່ລວງເລິກໃນວຽກງານສຶກສາ, ວິທະຍາສາດ ແລະ ກິລາ, ກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນທັງ 4 ດ້ານ, ປັບປຸງ ແລະ ຂະຫຍາຍການຈັດຕັ້ງຂອງພັກໃຫ້ສອດຄ່ອງກັບກົງຈັກບໍລິຫານລັດຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ທັງພາກລັດ ແລະ ເອກະຊົນ, ຕັ້ງໜ້າຂະຫຍາຍພັກໃຫ້ຕິດພັນກັບຂະບວນການຕົວຈິງ, ເອົາໃຈໃສ່ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ;
  • ສ້າງແຜນບໍາລຸງ ແລະ ກໍ່ສ້າງຄະນະພັກ, ຄະນະນໍາ, ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ, ພະນັກງານຄຸ້ມຄອງ-ນໍາພາ ແຕ່ລະຂັ້ນຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ທາງດ້ານທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງ ແລະ ຂັ້ນສູງທັງພາຍໃນ ແລະ ຕ່າງປະເທດ;
  • ສືບຕໍ່ສ້າງນິຕິກໍາກ່ຽວກັບການສຶກສາ, ການຄົ້ນຄວ້າວິທະຍາດສາດ ແລະ ການກິລາ ຢ່າງເປັນລະບົບ ເປັນຕົ້ນແມ່ນຮ່າງມະຕິຂອງສູນກາງພັກ ຕໍ່ກັບການພັດທະນາຊັບພະຍາກອນມະນຸດ, ຍຸດທະສາດການສຶກສາ, ຍຸດທະສາດການຄົ້ນຄວ້າວິທະຍາສາດ ແລະ ການກິລາ ໃຫ້ໄດ້ຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ.
  • ຈະສືບຕໍ່ປັບປຸງຄວາມຮູ້ທາງດ້ານວິຊາການ ແລະ ທັກສະດ້ານການສອນຂອງຄູຊັ້ນການສຶກສາກ່ອນໄວຮຽນ ແລະ ປະຖົມສຶກສາ ໂດຍສຸມໃສ່ການປະຕິຮູບລະບົບການສຶກສາ ສາຍສາມັນສຶກສາ ຈາກລະບົບ 5+4+3 ມາເປັນ 6+3+3 ( ຈາກລະບົບ ປໍ1-5 +ມໍ1-4 +ມໍ5-7 ມາເປັນ ປໍ1-6, ມໍ1-3,ມໍ4-6 )ແລະ ການໂຮມໂຮງຮຽນສາມັນສຶກສາ, ການຂະຫຍາຍການສຶກສາສາມັນວິຊາຊີບ, ການສຶກສານອກໂຮງຮຽນ ໃຫ້ມີປະສິດທິພາບ ແລະ ສອດຄ່ອງກັບຄວາມເປັນຈິງຂອງແຕ່ລະທ້ອງຖິ່ນທັງພາກລັດ ແລະ ເອກະຊົນ;
  • ສືບຕໍ່ສະໜອງການສຶກສາຫລັງຂັ້ນພື້ນຖານທີ່ມີຄຸນນະພາບ ໂດຍສະເພາະໃນຊັ້ນມັດທະຍົມສຶກສາຕອນປາຍ, ອາຊີວະສຶກສາ ແລະ ການສຶກສາຊັ້ນສູງ ເພື່ອປະກອບສ່ວນເຂົ້າໃນການສະໜັບສະໜູນບັນດາບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10;
  • ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ, ສະມາຊິກພັກ ແລະ ຄູ-ອາຈານ ທາງດ້ານທັກສະຄວາມຮູ້ຄວາມສາມາດ, ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ ເພື່ອໃຫ້ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງໜ້າທີ່ ການເມືອງ;
  • ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທຸກລະດັບໃນການຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງ-ບໍລິການ, ວຽກງານວາງແຜນ, ວຽກງານຄຸ້ມຄອງພະນັກງານ ແລະ ອື່ນໆ ແລະ ຄວາມຮັບຜິດຊອບຂອງເຂົາເຈົ້າ, ປັບປຸງຫຼັກສູດການສຶກອົບຮົມໃຫ້ຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທັງພາກລັດ ແລະ ເອກະຊົນ;
  • ສືບຕໍ່ວຽກງານຄຸ້ມຄອງ, ຊຸກຍູ້ ແລະ ສົ່ງເສີມການຄົ້ນຄວ້າ, ນໍາໃຊ້ຜົນການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຊີ, ເຕັກນິກວິຊາການ, ນະວັດຕະກຳ ແລະ ພູມປັນຍາອັນຍອດຍິ່ງເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ສົມທົບກັບພາກສ່ວນຕ່າງໆ ເຊັ່ນ: ຜູ້ປະກອບການ, ນັກທຸລະກິດ ແລະ ນັກວິທະຍາສາດລາວ ເພື່ອສ້າງຜະລິດຕະພັນ ແລະ ຊົມໃຊ້ຜະລິດຕະພັນລາວ;
  • ສືບຕໍ່ຫຼຸດຜ່ອນຄວາມແຕກໂຕນກັນໃນການພັດທະນາວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ໃນທົ່ວປະເທດ ໂດຍສຸມໃສ່ບັນດາເມືອງ ແລະ ໂຮງຮຽນທີ່ຍັງດ້ອຍໂອກາດ ເປັນຕົ້ນຕໍ;
  • ສືບຕໍ່ກໍ່ສ້າງ ແລະ ພັດທະນາບຸກຄະລາກອນການກິລາ-ກາຍະກຳໃຫ້ມີຄຸນນະພາບ ສາມາດແຂ່ງຂັນກັບພາກພື້ນ ແລະ ສາກົນໄດ້ເທື່ອລະກ້າວ;
  • ເອົາໃຈໃສ່ປົກປັກຮັກສາ ແລະ ປັບປຸງພື້ນຖານໂຄງລ່າງ, ສະຖານທີ່ຝຶກແອບ ແລະ ອຸປະກອນຮັບໃຊ້ຕ່າງໆ ໃຫ້ສາມາດນໍາໃຊ້ໄດ້ຍາວນານ ແລະ ຄຸ້ມຄ່າ ແລະ ສົ່ງເສີມການອອກກຳລັງກາຍເພື່ອສຸຂະພາບໃນທົ່ວປວງຊົນ.

ທີ່ມາ: ໜັງສືພິມສຶກສາ, ວິທະຍາສາດ ແລະ ກິລາ ອອນລາຍ