ສະຫາຍ ບົວຄົງ ນາມມະວົງ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ວັນທີ 30 ກັນຍາ 2025 ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ຄັ້ງທີ VI ຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຫສນຍ ຊຸດໃໝ່ ບົນພື້ນຖານການໃຊ້ສິດປະຊາທິປະໄຕ ຢ່າງຖືກຕ້ອງ, ສອດ ຄ່ອງກັບມາດຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 17 ສະຫາຍ, ເລືອກໄດ້ 13 ສະຫາຍ, ຍິງ 2 ສະຫາຍ ຄື:

1. ສະຫາຍ ບົວຄົງ ນາມມະວົງ

2. ສະຫາຍ ເຂິງຄຳ ແກ້ວໜູຈັນ

3. ສະຫາຍ ວິແກ້ວ ບຸບຜາວັນ

4. ສະຫາຍ ບຸນຍົງ ສີສຸພັນ

5. ສະຫາຍ ນາງ ອຳມາລາ ແກ້ວໜູຈັນ

6. ສະຫາຍ ຄົມສັນ ໄຊຍະສານ

7. ສະຫາຍ ໂຈມ ຂະທຸມພົມ

8. ສະຫາຍ ຊາຍຄຳ ພຸດທະວົງ

9. ສະຫາຍ ນາງ ວິລະສະຕີ ສົມບູນຂັນ

10. ສະຫາຍ ນິມມະວົງ ອິນທະວົງ

11. ສະຫາຍ ປາດຖະໜາ ສຸກອາລຸນ

12. ສະຫາຍ ສົມຄວນ ມາສຸວັນ

13. ສະຫາຍ ສອນສະໄໝ ວໍລະສານ.

ກອງປະຊຸມເລືອກຕັ້ງເອົາສະຫາຍ ບົວຄົງ ນາມມະວົງ ເປັນເລຂາຄະນະບໍລິຫານງານພັກ ຫສນຍ, ສະຫາຍ ເຂິງຄຳ ແກ້ວໜູຈັນ ເປັນຮອງເລຂາຄະນະບໍລິຫານງານພັກ, ສະຫາຍ ວິແກ້ວ ບຸບຜາວັນ ເປັນປະທານຄະນະກວດກາພັກ, ສະຫາຍ ປາດຖະໜາ ສຸກອາລຸນ ແລະ ສະຫາຍ ນາງ ດາລາພອນ ຄໍາມູນເຮືອງ ເປັນຮອງປະທານຄະນະກວດກາພັກ ຫສນຍ; ພ້ອມດຽວກັນນັ້ນ, ໃນກອງປະຊຸມໃຫຍ່ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 7 ສະຫາຍ, ຍິງ 2 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 2 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ທີ່ມາ: ກົມປະຊາສຳພັນ ຫສນຍ