ເກືອບໄດ້ຕັດນິ້ວ! Galaxy Ring ແບັດບວມຕິດນິ້ວ ຕ້ອງຮີບເຂົ້າຫ້ອງສຸກເສີນ

ຜູ້ໃຊ້ໂຊຊຽວລາຍໜຶ່ງໄດ້ເປີດເຜີຍປະສົບການທີ່ໜ້າຕົກໃຈ ຫລັງຈາກໄດ້ໃສ່ Galaxy Ring ເຊິ່ງເປັນອຸປະກອນໃໝ່ຂອງ Samsung ທີ່ໃສ່ຢູ່ປາຍນິ້ວ ແຕ່ເກີດເຫດ ແບັດເຕີຣີບວມ ຈົນບໍ່ສາມາດຖອດອອກດ້ວຍຕົນເອງໄດ້, ເຮັດໃຫ້ນິ້ວມືເລີ່ມບວມ ແລະ ສ່ຽງຕໍ່ການບາດເຈັບ.

ໃນທີ່ສຸດ, ລາວຕ້ອງຮີບເຂົ້າ ຫ້ອງສຸກເສີນ (ER) ຂອງໂຮງໝໍ ເພື່ອໃຫ້ເຈົ້າໜ້າທີ່ແພດຊ່ວຍຖອດ ແຫວນອອກຢ່າງປອດໄພ. ໂດຍໄດ້ນໍາໃຊ້ເຄື່ອງມືພິເສດໃນການຕັດອອກ ເນື່ອງຈາກຖ້າປ່ອຍໄວ້ດົນ ອາດຈະເກີດອັນຕະລາຍຕໍ່ເນື້ອເຍື່ອ ແລະ ເສັ້ນເລືອດບໍລິເວນນິ້ວມືໄດ້.

ເຫດການນີ້ເຮັດໃຫ້ຫລາຍຄົນສະແດງຄວາມເປັນຫ່ວງ ແລະ ແນະນໍາໃຫ້ຜູ້ໃຊ້ງານອຸປະກອນທີ່ໃສ່ຕາມຮ່າງກາຍ (wearable device) ທີ່ໃຊ້ແບັດເຕີຣີ ຄວນກວດສອບຄວາມຜິດປົກກະຕິຢູ່ສະເໝີ ແລະຖອດອອກທັນທີ ຖ້າຮູ້ສຶກວ່າຜິດປົກກະຕິ. ເຖິງຢ່າງໃດກໍຕາມ, ທາງບໍລິສັດ Samsung ຍັງບໍ່ທັນໄດ້ອອກຖະແຫລງການໃດໆກ່ຽວກັບເຫດການດັ່ງກ່າວ.

ທີ່ມາ Extreme IT