ກວດພົບເຄຕາມີນ 457 ກຣາມ ຊຸກເຊື່ອງໃນກະເປົາເດີນທາງ ຊາຍໜຸ່ມສັນຊາດ ສ. ເກົາຫລີ ຢູ່ສະ ໜາມບິນວັດໄຕ

ກະຊວງການເງິນ ລາຍງານວ່າ: ວັນທີ 28 ກັນຍາ 2025 ເວລາ 22:30 ໂມງ, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ, ເຈົ້າໜ້າທີ່ພາສີ ປະຈໍາດ່ານພາສີສາກົນສະໜາມບິນວັດໄຕ ແລະ ເຈົ້າໜ້າທີ່ຕໍາຫລວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ, ໄດ້ກວດກາກະເປົາເດີນທາງຂອງຄົນສັນຊາດ ສ ເກົາຫລີ ອາຍຸ 21 ປີ ສົງໄສວ່າມີສານເສບຕິດທີ່ສະໝາມບິນສາກົນວັດໄຕ.

ຜ່ານການກວດກາພົບເຫັນ ຢາເສບຕິດ ປະເພດເຄຕາມີນ ນໍ້າໝັກ 457 ກຣາມ ທີ່ຊຸກເຊື່ອງໄວ້ ຢູ່ໃນກະເປົາເດີນທາງ ທີ່ຈະເດີນທາງອອກໄປປະເທດ ສ ເກົາຫລີ. ດັ່ງນັ້ນ, ເຈົ້າໜ້າທີ່ພາສີຈຶ່ງໄດ້ສືບສວນ-ສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນພ້ອມເຮັດບົດບັນທຶກຢຶດຂອງກາງ ແລ້ວສົ່ງມອບຄະດີດັ່ງກ່າວ ຂອງກາງພ້ອມຜູ້ຖືກຫາ ມອບໃຫ້ເຈົ້າໜ້າທີ່ ຕໍາຫລວດ ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດເພື່ອນໍາໄປດໍາເນີນຄະດີຕາມກົດໝາຍ.
ທີ່ມາ: ກະຊວງການເງິນ
