ສານຈີນ ຕັດສິນປະຫານຊີວິດ 11 ຄົນ ຄະດີສໍ້ໂກງ-ຄໍເຊັນເຕີ ແລະ ຄ້າຢາເສບຕິດ
ວັນທີ 29 ກັນຍາ 2025 ສຳນັກຂ່າວ ຊິນຫົວ ໄດ້ລາຍງານວ່າ: ສານເທດສະບານເມືອງເວີນໂຈວ ແຂວງເຈີ້ຈຽງ ປະເທດຈີນ ໄດ້ມີຄຳພິພາກສາໃຫ້ລົງໂທດ ປະຫານຊີວິດ ສະມາຊິກແກ໊ງອາຊະຍາກຳ “ຕະກູນໝິງ” ຈຳນວນ 11 ຄົນ. ເຊິ່ງແກ໊ງນີ້ມີຖານປະຕິບັດການຢູ່ໃນເຂດໂຄກັງ ທາງພາກເໜືອຂອງປະເທດມຽນມາ ແລະ ພົວພັນກັບຄະດີອາຍາຫລາຍປະເພດ ເຊັ່ນ: ການສໍ້ໂກງທາງໂທລະຄົມມະນາຄົມ (ຄໍເຊັນເຕີ), ການພະນັນຜິດກົດໝາຍ, ການຄ້າຍາເສບຕິດ ແລະ ການຄ້າປະເວນີ.
ໃນນັ້ນ, ສານໄດ້ຕັດສິນໂທດເພີ່ມເຕີມດັ່ງນີ້: 5 ຄົນ ຖືກພິພາກສາໂທດ ປະຫານຊີວິດ ແຕ່ໃຫ້ລໍຖ້າລົງອາຍາ 2 ປີ, 11 ຄົນ ຖືກຕັດສິນ ຈຳຄຸກຕະຫຼອດຊີວິດ, ອີກ 12 ຄົນ ຖືກຕັດສິນ ຈຳຄຸກລະຫວ່າງ 5-24 ປີ ພ້ອມກັບບົດລົງໂທດອື່ນໆ ເຊັ່ນ: ການປັບໃໝ, ຍຶດຊັບສິນ ແລະ ການເນລະເທດອອກຈາກປະເທດ.
ສານ ໄດ້ລະບຸວ່າ: ຕັ້ງແຕ່ປີ 2015 ກຸ່ມດັ່ງກ່າວໄດ້ຈັດຕັ້ງສູນ (compounds) ເພື່ອດໍາເນີນກິດຈະກຳອາຊະຍາກຳ, ເຊິ່ງສາມາດສ້າງລາຍໄດ້ຈາກການສໍ້ໂກງ ແລະ ການພະນັນລວມກັນຫລາຍກວ່າ 10,000 ລ້ານຢວນ (ປະມານ 1.4 ຕື້ໂດລາສະຫະລັດ). ນອກຈາກນີ້, ຍັງພົບການໃຊ້ຄວາມຮຸນແຮງ, ມີຜູ້ເສຍຊີວິດຢ່າງໜ້ອຍ 14 ຄົນ ແລະ ບາດເຈັບ 6 ຄົນ ຈາກການຖືກສັງຫານ ຫລື ທໍາຮ້າຍ ເພື່ອປ້ອງກັນບໍ່ໃຫ້ຫລົບໜີອອກຈາກແກ໊ງ.
ຄໍາພິພາກສາຄັ້ງນີ້ຖືເປັນສັນຍານສຳຄັນຈາກລັດຖະບານຈີນ ທີ່ໄດ້ປະກາດຈຸດຢືນເຂັ້ມງວດໃນການ ປາບປາມອາຊະຍາກຳຂ້າມຊາດ, ໂດຍສະເພາະເຄືອຂ່າຍ ຄໍເຊັນເຕີ ທີ່ສ້າງຄວາມເສຍຫາຍໃຫ້ກັບປະຊາຊົນທັງໃນຈີນ ແລະ ຕ່າງປະເທດ.
ທີ່ມາ: Xinhua, China Daily Asia, Global China Daily
