ນ້ຳງຽບນອງ ຖ້ວມກະທັນຫັນ 2ບ້ານ ເຂດລຸ່ມເຂື່ອນ ເມືອງບໍລິຄັນ ແຂວງບໍລິຄຳໄຊ
ເພຈແຂວງບໍລິຄຳໄຊ ລາຍງານວ່າ: ເຂື່ອນໄຟຟ້ານ້ຳງຽບ1 ໄດ້ເປີດປະຕູນ້ຳເພື່ອລະບາຍນ້ຳຢ່າງກະທັນຫັນ ເຮັດໃຫ້ນ້ຳໄຫລເຂົ້າຖ້ວມບ້ານເຮືອນປະຊາຊົນ ໃນຕອນຄືນ ເວລາ 01:00 ໂມງ ວັນທີ 30 ກັນຍາ 2025 ໄດ້ຮັບຜົນກະທົບ 2 ບ້ານ ຄື: ບ້ານຫາດຢື້ນ ແລະ ບ້ານທ່າເຮືອ ປະຊາຊົນຂາດທີ່ຢູ່ອາໄສ, ເນື້ອທີ່ການຜະລິດ ແລະ ສັດລຽ້ງ ໄດ້ຮັບຜົນເສຍຫາຍຈຳນວນຫລາຍ. ນອກນັ້ນ, ຍັງມີ ບ້ານຊົມຊື່ນ ນ້ຳແມ່ນໄດ້ເລີ່ມຂຶ້ນຖ້ວມເຮືອນປະຊາຊົນຈຳນວນໜື່ງ.

ເຂື່ອນນໍ້າເຂື່ອນໄຟຟ້ານໍ້າງຽບ1 ລະດັບນໍ້າໃນອ່າງເຂື່ອນໃຫຍ່ມີປະລິມານ 319.88 m.a.s.l ຫຼື 319.88 ແມັດ ເໜືອນ້ຳທະເລ, ລະດັບນ້ຳເຕັມອ່າງແມ່ນ 320 ແມັດ ເໜືອນ້ຳທະເລ, ຫ່າງຈາກນ້ຳເຕັມອ່າງ 0,10 m ແລະ ນໍ້າໄຫລເຂົ້າອ່າງເຂື່ອນໃຫຍ່ມີປະລິມານ 2,900 ແມັດກ້ອນຕໍ່ວິນາທີ ແລະ ນ້ຳທີ່ປ່ອຍນຜ່ານປະຕູລະບາຍ 2,650 ແມັດກ້ອນຕໍ່ວິນາທີ, ປ່ອຍນໍ້າຜ່ານຈັກຜະລິດໄຟຟ້າ 230 ແມັດກ້ອນຕໍ່ວິນາທີ, ປະລິມານປ່ອຍນໍ້າລວມຈາກເຂື່ອນໃຫຍ່ 2880 ແມັດກ້ອນຕໍ່ວິນາທີ ຈຶ່ງເປັນຕົ້ນເຫດເກີດໃຫ້ນ້ຳຖ້ວມເຮືອນປະຊາຊົນຢ່າງກະທົນຫັນ.
ທີ່ມາ: Bolikhamxay Province
