ກຳນົດຈຸດຝາກລົດໃຫ້ເຂົ້າລະບົບ ຊ່ວຍໃຫ້ຕົວເມືອງມີຄວາມເປັນລະບຽບຫຼາຍຂຶ້ນ
ໂດຍ: ຜາຕຸງ
ຜ່ານມາກໍ່ຄືປະຈຸບັນ ບັນຫາການຝາກລົດໃນຕົວເມືອງ ກາຍເປັນໜຶ່ງຂອງປະກົດການຫຍໍ້ທໍ້ທີ່ສ້າງຄວາມຫຍຸ້ງຍາກ ຄວມບໍ່ເປັນລະບຽບໃນສັງຄົມຢູ່ນະຄອນຫຼວງວຽງຈັນ, ເຖິງວ່າຜ່ານມາ ທາງອົງການທີ່ກຽວຂ້ອງແຕ່ລະພາກສ່ວນ ເປັນຕົ້ນ ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ລວມທັງ ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຕ່ລະເມືອງໄດ້ດຳເນີນການຄຸ້ມຄອງກຳກັບນັບຊາຢ່າງຮັດກຸມແຕ່ກໍ່ຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ ຍັງເປັນຊ່ອງຫວ່າງໃຫ້ກຸ່ມຄົນຈຳນວນໜຶ່ງຫາເງິນເຂົ້າຖົງຕົນເອງ ແລະ ຈຸ້ມເຈື້ອເຊື້ອສາຍດ້ວຍການສວຍໃຊ້ສະຖານທີ່ສາທາລະນະຕ່າງໆ ເປັນບ່ອນຝາກລົດ,ໂດຍທີ່ພາກລັດບໍ່ສາມາດຮູ້ໄດ້ວ່າແຕ່ລະມື້ແຕ່ລະວັນເຂົາມີລາຍໄດ້ເທົ່າໃດ ແລະ ພາກລັດໄດ້ຈາກພັນທະເທົ່າໃດ,
ປະກົດການແນວນີ້ເຮົາເຫັນໄດ້ທົ່ວໄປຕາມແຄມຖະໜົນຫົນທາງສາຍຕ່າງໆຫຼາຍຈຸດຫຼາຍບ່ອນມັກຈັດເປັນບ່ອນຝາກລົດ ຝາກທັງລົດຈັກ ລົດໃຫຍ່ ບໍ່ເວົ້າສາບ່ອນທີ່ເພິ່ນໄດ້ຈັດສັນຕາມໂຮງໝໍ,ຕາມຕະ ຫຼາດລາດລີ ຫຼື ຕາມສະຖານທີ່ຂອງບໍລິສັດ ຂອງສ່ວນບຸກຄົນ ນັ້ນແມ່ນເພິ່ນສາມາດເຮັດໄດ້ຢູ່ແລ້ວ ແຕ່ວ່າຕາມແຄມຖະໜົນຫົນທາງຫຼວງນີ້ຕີ່ພັດຖືກຈັດແບ່ງໃຫ້ເປັນບ່ອນຝາກລົດເກັບປີ້ເອົາເງິນຢູ່ກໍມີ ນອກຈາກຈະສ້າງຄວາມຫຍຸ້ງຍາກໃນການສັນຈອນໄປມາ ພາໃຫ້ເກີດຄວາມເປື້ອເປິແລ້ວ ຍັງມີຄວາມສ່ຽງສູງເກີດອຸປະຕິເຫດໄດ້ງ່າຍ.
ແນວໃດກໍ່ດີ ເພື່ອຄວາມເປັນລະບຽບຮຽບຮ້ອຍ ເພື່ອຄວາມຈົບງາມຂອງຕົວເມືອງ ເມື່ອກາງເດືອນກັນຍາ 2025 ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ(ຄບຕ) ໄດ້ລົງນາມໃນການຮ່ວມມື ພັດທະນາລະບົບຄຸ້ມຄອງລວມສູນການ ເກັບຄ່າບໍລິການສະຖານທີ່ຈອດລົດ (i-Park) ຢູ່ນະຄອນ ຫລວງວຽງຈັນ ກັບ ບໍລິສັດ ລາວອິນໂຟແຊັກ ຊຶ່ງແມ່ນບໍລິສັດຂອງເອກະຊົນຈະເປັນຜູ້ລົງທຶນ100%.
ໃນການພັດທະນາ ແລະ ນໍາໃຊ້ໃນຂົງເຂດ ຄບຕ ຄຸ້ມຄອງ ແລະ ບັນດາບ່ອນຈ່ອດລົດຕ່າງໆຢູ່ ໃນນະຄອນຫລວງວຽງຈັນ ພາຍໃນຂອບສັນຍາຮ່ວມມື 25 ປີ ໂດຍທີ່ ຄບຕ ເປັນເຈົ້າການໃນການຄຸ້ມຄອງການຈັດຕັ້ງປະຕິບັດລາຄາ, ຄຸ້ມຄອງຜູ້ປະກອບການ ແລະ ສັງ ລວມ ສະຖິຕິລາຍງານ ແລະ ຈັດສັນຄວາມເປັນລະບຽບ, ສ້າງກົນໄກ ແລະ ລະບົບໃຫ້ຜູ້ປະກອບການໃນການຄຸ້ມຄອງສະ ຖານທີ່ຈອດລົດຂອງຕົນ, ຕິດຕາມກວດກາການຈັດຕັ້ງປະຕິບັດໜ້າທີ່ຂອງພະນັກງານ, ມີລະບົບສັງ ຮວມສະຖິຕິລາຍງານຕົວຈິງ ເພື່ອໃຊ້ເຂົ້າໃນການປະເມີນຢ່າງມີຫລັກການເຕັກນິກ, ສ້າງຊ່ອງທາງ, ກົນໄກ ແລະ ເງື່ອນໄຂໃນການບໍລິການປະຊາຊົນໃຫ້ສະດວກ, ວ່ອງໄວ, ໂປ່ງໃສ, ກວດສອບໄດ້ ແລະ ຊ່ວຍຫລຸດຜ່ອນງົບປະມານຂອງພາກລັດ, ພ້ອມທັງສ້າງແຫລ່ງລາຍຮັບໃຫ້ພາກລັດ ເພື່ອໃຊ້ເຂົ້າໃນການຄຸ້ມຄອງ ແລະ ບໍາລຸງຮັກສາສະຖານທີ່ຈອດລົດຕ່າງໆ ໃຫ້ມີຄວາມຍືນຍົງ, ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ.
ໂຄງການນີ້, ຈະສ້າງເປັນລະບົບຮັບໃຊ້ ຄບຕ ໃນການຄຸ້ມຄອງ ແລະ ຈັດສັນຄວາມເປັນລະບຽບ ຂອງການເກັບບໍລິການຄ່າຈອດລົດ, ຄບຕ ຈະດຳເນີນການບໍລິຫານໂຄງການໂດຍກົງ ຕາມພາລະບົດ ບາດເປັນຜູ້ຕິດຕາມ, ກວດກາ, ການອອກລະບຽບໃນການປະຕິບັດ, ຄຸ້ມຄອງໂຄງການ, ເກັບຄ່າທຳ ນຽມ ແລະ ຄ່າບໍລິການ, ພ້ອມທັງຈັດຕັ້ງປະຕິບັດມອບໝາຍ ໃຫ້ພະນັກງານເຮັດວຽກຮ່ວມກັບຄູ່ຮ່ວມມື, ຊຶ່ງບໍລິສັດ ແມ່ນຮັບຜິດຊອບພັດທະນາ, ຕິດຕັ້ງລະບົບ, ບຳລຸງຮັກສາ, ພ້ອມທັງຝຶກອົບຮົມການນຳໃຊ້ລະບົບໃຫ້ແກ່ ເຈົ້າຂອງບ່ອນຈອດລົດແຕ່ລະບ່ອນ ແລະ ຝຶກອົບຮົມການນຳໃຊ້ລະບົບຄຸ້ມຄອງໃຫ້ແກ່ ຄບຕ ໃຫ້ມີຄວາມຊຳນານ ແລະ ສາມາດຄຸ້ມຄອງ ລະບົບດ້ວຍຕົນເອງໄດ້.
ລະບົບ i-Park ຈະເລີ່ມຈັດຕັ້ງປະຕີບັດ ແລະ ນໍາໃຊ້ໃນ 14 ຈຸດບ່ອນຈອດລົດທີ່ ຄບຕ ຄຸ້ມຄອງ ລວມທັງບຸນປະເພນີຕ່າງໆ, ບ່ອນຈອດລົດຢູ່ຕະຫລາດ ແລະ ບັນດາຮ້ານບໍລິການໃນ 9 ເມືອງ ຂອງນະຄອນຫລວງວຽງຈັນ ເລີ່ມແຕ່ເດືອນຕຸລາ 2025 ເປັນຕົ້ນໄປ ແລະ ມີແຜນຜັນຂະຫຍາຍ ໂດຍສົມທົບໃນການດຳເນີນໂຄງການລົດເມດ່ວນ BRT ໃນອະນາຄົດ, ຈາກຮູບການຈັດຕັ້ງປະຕິບັດຄືແນວນີ້ ຖ້າຫາກເຮັດໄດ້ດີ ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ກວດສອບໄດ້ຢ່າງແທ້ຈິງນັ້ນ ເຊື່ອວ່າຈະເຮັດໃຫ້ການບໍລິການຝາກລົດໃນນະຄອນຫຼວງວຽງຈັນມີຄວາມເປັນລະບຽບແລະປອດໄພຂຶ້ນຢ່າງແນ່ນອນ ແລະ ອັນສຳຄັນຈະຊ່ວຍຫລຸດຜ່ອນງົບປະມານຂອງພາກລັດ, ພ້ອມທັງສ້າງແຫລ່ງລາຍຮັບໃຫ້ພາກລັດ ເພື່ອໃຊ້ເຂົ້າໃນການຄຸ້ມຄອງ ແລະ ບໍາລຸງຮັກສາສະ ຖານທີ່ຈອດລົດຕ່າງໆ ໃຫ້ມີຄວາມຍືນຍົງ, ພ້ອມທັງສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນໄດ້ດີຂຶ້ນ.
