ຮອງນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ຫລາຍບັນຫາ ເພື່ອພັດທະນາການສຶກສາໃຫ້ມີຄຸນນະພາບດີຂຶ້ນກວ່າເກົ່າ

ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງສຶກສາທິການ ແລະ ກິລາ ຄັ້ງທີ X ໃນວັນທີ 26 ກັນຍາ 2025 ຜ່ານມານີ້ວ່າ:

  • ສະເໜີໃຫ້ກະຊວງສຶກສາທິການ ແລະ ກິລາ ເອົາໃຈໃສ່ພັດທະນາວຽກງານສຶກສາກ່ອນໄວຮຽນ, ປະຖົມສຶກສາ, ມັດທະຍົມສຶກສາ ໃຫ້ມີຄຸນນະພາບ ຮັບປະກັນການຮຽນ-ການສອນ ໄດ້ຮັບການປັບປຸງໃຫ້ດີຂຶ້ນກວ່າເກົ່າ
  • ນໍາພາ-ຊີ້ນຳວຽກງານການລຶບລ້າງການກືກໜັງສື ໂດຍສະເພາະ ວຽກງານການສຶກສານອກໂຮງ ຮຽນ ເພື່ອຮອງຮັບໃຫ້ປະຊາກອນໜຸ່ມ ຜູ້ປະລະການຮຽນໃຫ້ໄດ້ບຳລຸງ ຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ.
  • ສົ່ງເສີມສະຖາບັນສ້າງຄູ ເຮັດໜ້າທີ່ໃນການກໍ່ສ້າງຄູ, ຝຶກອົບຮົມຄູປະຈຳການ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ໂຮງຮຽນສາທິດໃນວິທະຍາໄລຄູ, ຝຶກອົບຮົມຄູ ໃນການນຳໃຊ້ຫລັກສູດການຮຽນ-ການສອນທີ່ປັບປຸງໃໝ່ ແລະ ການນຳໃຊ້ລະບົບໄອທີ ເຂົ້າມາຊ່ວຍໃນການຮຽນ-ການສອນ ແລະ ປັບປຸງຄືນລະບົບການກໍ່ສ້າງຄູ ກໍຄື ສະຖານການສຶກສາຄູ ໂດຍເນັ້ນຄຸນນະພາບຂອງຄູໃຫ້ຫລາຍຂຶ້ນ
  • ສົ່ງເສີມວຽກງານອາຊີວະສຶກສາ ປັບປຸງການເຂົ້າເຖິງອາຊີວະສຶກສາ, ການສຶກສາຊັ້ນສູງ ແລະ ຝຶກອົບຮົມວິຊາຊີບ ຂອງຊາວໜຸ່ມ ກໍຄື ປະຊາຊົນ ໂດຍການປັບປຸງພື້ນຖານໂຄງລ່າງ, ສະໜອງອຸປະກອນເຕັກນິກ ເພື່ອສ້າງສີມືແຮງງງານໃຫ້ມີຄຸນະພາບ ແລະ ມີຄວາມສອດ ຄ່ອງກັບຄວາມຕ້ອງການຂອງຕະຫລາດແຮງງານ
  • ເອົາໃຈໃສ່ປັບປຸງຄຸນນະພາບຂອງການຮຽນ-ການສອນ, ການຄົ້ນ ຄວ້າວິທະຍາສາດ ແລະ ການບໍລິການວິຊາການ ຢູ່ບັນດາມະຫາວິທະຍາໄລ, ສະຖາບັນທັງພາກລັດ ແລະ ເອກະຊົນ ມີການສະໜອງຫລັກສູດທີ່ຫລາກຫລາຍ ແລະ ມີຫລາຍລະດັບ(ອະນຸປະລິນຍາ, ປະລິນຍາຕີ, ປະລິນຍາໂທ, ປະ ລິນຍາເອກ ແລະ ຫລັກສູດຊ່ຽວຊານ). ນອກນັ້ນ, ໃຫ້ເບິ່ງຄືນຕາໜາງຂອງການສຶກສາ ໃນຂອບເຂດທົ່ວປະເທດ ເຫັນວ່າກວ້າງຂວາງ ເຮັດໃຫ້ການຄຸ້ມຄອງ-ບໍລິຫານ ພົບຄວາມຫຍຸ້ງຍາກໃນໄລຍະຜ່ານມາ, ໄປຄຽງຄູ່ກັບການປັບປຸງກົງຈັກການຈັດຕັ້ງ ມີການຍຸບໂຮມ ແລະ ສຸມໃສ່ພັດທະນາໂຮງຮຽນໃຈກາງຕາແສງ ໃຫ້ກາຍເປັນຕົວແບບ, ກາຍ ເປັນສູນສົ່ງເສີມ ການຮຽນຮູ້ຕະຫລອດຊີວິດ ທີ່ເປັນລະບົບ, ຄົບຊຸດ ໃຫ້ຫລາຍຂຶ້ນ ແລະ ເປັນຮູບປະທຳກວ່າເກົ່າ.
  • ສະເໜີໃຫ້ເບິ່ງຄືນການຫັນເປັນວິທະຍາສາດ ຕ້ອງເລີ່ມຈາກການກໍ່ສ້າງນັກວິທະຍາສາດ (ທັງນັກວິທະຍາສາດດ້ານທຳມະຊາດ ແລະ ນັກວິທະຍາສາດດ້ານສັງຄົມ) ໂດຍເລີ່ມຈາກພື້ນຖານໂຄງລ່າງ, ບຸກຄະລາກອນ ແລະ ຊັບພະຍາກອນມະນຸດ ຂອງໂຮງຮຽນພອນສະຫວັນ ໃນຂອບເຂດທົ່ວປະເທດ ແລະ ລົງທຶນໃສ່ສ້າງຄວາມພ້ອມສະຖານການສຶກສາເຫລົ່ານັ້ນ ເພື່ອໃຫ້ກາຍເປັນເບົ້າຫລໍ່ນັກຄົ້ນຄວ້າ, ນັກວິທະຍາສາດມາຮັບໃຊ້ສັງຄົມ
  • ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງກິລາ ທັງກິລາປົກກະຕິ ແລະ ກິລາຄົນພິການ ໃຫ້ເປັນມືອາຊີບຫລາຍຂຶ້ນ, ຫລຸດຜ່ອນລະບົບເກື້ອກູນ ແລະ ອຸປະຖຳ, ສ້າງຄວາມເຂັ້ມແຂງໃຫ້ສະຫະພັນກິລາແຫ່ງຊາດ ແລະ ສະໂມສອນກິລາປະຈຳນະຄອນຫລວງ ແລະ ບັນດາແຂວງ ໃຫ້ໄດ້ມີການເຄື່ອນໄຫວຕາມຈິດໃຈຂອງອົງການຈັດຕັ້ງທາງສັງຄົມ, ນໍາໃຊ້ທ່າແຮງຂອງສັງຄົມ ໃນການຂັບເຄື່ອນ
  • ເອົາໃຈໃສ່ພັດທະນາກິລາ ເພື່ອຮັບໃຊ້ໃຫ້ແກ່ການແຂ່ງຂັນ ໂດຍສະເພາະກິລາ ທີ່ເປັນຄວາມຫວັງດ້ານລາງວັນ ແລະ ກິລາເພື່ອການທູດ ໂດຍນຳໃຊ້ທ່າແຮງທີ່ຕັ້ງຂອງປະເທດເຮົາ ທີ່ມີຄວາມສະຫງົບ, ທຳມະຊາດທີ່ສວຍງາມ, ຄວາມຫລາກຫລາຍ ແລະ ເປັນເອກະລັກທາງດ້ານວັດທະນະທຳ ຕິດພັນກັບການສົ່ງເສີມການທ່ອງທ່ຽວ ຕາມຈຸດພິເສດຂອງແຕ່ລະທ້ອງຖິ່ນ ເພື່ອຈັດລາຍການແຂ່ງຂັນລະດັບພາກພື້ນ ແລະ ສາກົນ. ທັງນີ້, ກໍເພື່ອກະກຽມໃຫ້ແກ່ການເປັນເຈົ້າພາບຈັດການແຂ່ງຂັນກິລາຊີເກມຄັ້ງທີ 36 ໃນປີ 2031.

ທີ່ມາ: ຂ່າວສານປະເທດລາວ