ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້ ກັກຕົວຍິງສາວ ອາຍຸ 16 ປີ ພ້ອມຂອງກາງຄໍລາເຈນ ປາຕີ້
September 29, 2025 - 3:24 PM
ປກສ ເມືອງຊຳໃຕ້ ແຂວງຫົວພັນ ລາຍງານວ່າ: ວັນທີ 24 ກັນຍາ 2025 ເຈົ້າໜ້າທີ່ ໄດ້ກັກກວດກາເອກະສານລົດຈັກເວບ 100 ສີຟ້າ ບໍ່ມີປ້າຍທະບງນ ຂັບຂີ່ໂດຍ ນາງ ຢົວຢາງ ອາຍຸ 16 ປີ ປະຊາຊົນ ບ້ານຖິ່ນ ເມືອງຊໍາໃຕ້ ແຂວງຫົວພັນ.
ຂະນະກຳລັງກວດກາເອກະສານລົດ ເຫັນວ່າຜູ້ກ່ຽວມີພິລຸດ ຈື່ງຂໍກວດຄົ້ນຕົນຕົວ ພົບເຫັນຄໍລາເຈນ 3 ຊອງ ຜູ້ກ່ຽວສະລະພາບວ່າ: ຊື້ມາໄວ້ເພື່ອຂາຍ. ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ຈຶ່ງໄດ້ກັກຕົວ ສົ່ງໃຫ້ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
