ຫວຽດນາມອົບພະຍົບປະຊາຊົນນັບແສນຄົນ ກຽມຮັບມືພາຍຸໄຕ້ຝຸ່ນບົວລອຍ
ຫວຽດນາມໄດ້ລະດົມກໍາລັງທະຫານປະມານ 100,000 ຄົນ ເພື່ອຊ່ວຍອົບພະຍົບປະຊາຊົນ 250,000 ຄົນ ຂະນະທີ່ພາຍຸໄຕ້ຝຸ່ນບົວລອຍເຊິ່ງທະວີຄວາມຮຸນແຮງກໍາລັງມຸ້ງໜ້າສູ່ຫວຽດນາມ ສົ່ງຜົນເຮັດໃຫ້ລັດຖະບານຕ້ອງສັ່ງປິດສະໜາມບິນຫລາຍແຫ່ງຊົ່ວຄາວ, ພ້ອມມີລາຍງານວ່າຊາວປະມົງຢ່າງໜ້ອຍ 9 ຄົນສູນຫາຍ ຫລັງເຮືອຂວໍ້າຢູ່ແຂວງກວາງຈິງ.
ລາຍງານຂອງກົມອຸຕຸນິຍົມວິທະຍາຫວຽດນາມລະບຸວ່າ: ບົວລອຍຖືເປັນໄຕ້ຝຸ່ນຫົວທີ 10 ທີ່ສົ່ງຜົນກະທົບຕໍ່ຫວຽດນາມໃນປີນີ້ ໂດຍກໍາລັງເຄື່ອນທີ່ດ້ວຍຄວາມໄວລົມປະມານ 130 ກມ/ຊມ ເຊິ່ງເປັນພາຍຸທີ່ເຄື່ອນທີ່ໄວເກືອບສອງເທົ່າຂອງຄ່າສະເລ່ຍ ມີຄວາມຮຸນແຮງສູງ ແລະ ຄວບຄຸມພື້ນທີ່ເປັນວົງກວ້າງ ສາມາດເຮັດໃຫ້ເກີດໄພທໍາມະຊາດຫລາຍຮູບແບບພ້ອມກັນ ບໍ່ວ່າຈະເປັນລົມພັດແຮງ, ຝົນຕົກໜັກ, ນໍ້າຖ້ວມກະທັນຫັນ, ດິນເຈື່ອນ ແລະ ນໍ້າທະເລໝູນຊາຍຝັ່ງ.
ທ່ານ ຝາມ ມິງ ຈິງ ນາຍົກລັດຖະມົນຕີຫວຽດນາມ ຍັງມີຄໍາສັ່ງໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງກຽມຄວາມພ້ອມໃນລະດັບສູງສຸດ ເພື່ອກຽມຮັບມືຖ້າເກີດສະຖານະການສຸກເສີນ, ຫລາຍພື້ນທີ່ໂດຍສະເພາະແຂວງຕາມແຄມຝັ່ງໄດ້ມີການບັນທຸກຫີນ, ໄມ້ໄຜ່ ແລະ ເປົາຂີ້ດິນຊາຍ ເພື່ອເພີ່ມແນວປ້ອງກັນແຄມຝັ່ງ.
ໃນທ້າຍອາທິດຜ່ານມາ, ໄຕ້ຝຸ່ນບົວລອຍໄດ້ພັດຖະຫລົ່ມຟີລິບປິນ ເຮັດໃຫ້ເກີດດິນເຈື່ອນ ແລະ ນໍ້າຖ້ວມ ໂດຍລາຍງານລ້າສຸດຈາກສື່ຟີລິບປິນລະບຸວ່າ: ມີຜູ້ເສຍຊີວິດແລ້ວ 11 ຄົນ ແລະ ສູນຫາຍອີກຈໍານວນໜຶ່ງ.
ນັກວິທະຍາສາດເຕືອນວ່າ: ພາຍຸມີທ່າອ່ຽງຮຸນແຮງຂຶ້ນເລື້ອຍໆ ເນື່ອງຈາກໂລກຮ້ອນຈາກການປ່ຽນແປງສະພາບອາກາດທີ່ເກີດຈາກມະນຸດ.
ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຂອງຫວຽດນາມລະບຸວ່າ: ຫວຽດນາມມີຜູ້ເສຍຊີວິດ ຫລື ສູນຫາຍຈາກໄພທໍາມະຊາດ 100 ກວ່າຄົນໃນໄລຍະ 7 ເດືອນທໍາອິດຂອງປີ 2025 ໂດຍເດືອນກໍລະກົດຜ່ານມາ ມີເຮືອນໍາທ່ຽວຂວໍ້າຢູ່ອ່າວຮາລອງ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 37 ຄົນ ແລະ ສູນຫາຍອີກ 5 ຄົນ ຫລັງເກີດພາຍຸຝົນຟ້າຄະນອງກະທັນຫັນ.
ຫວຽດນາມໄດ້ຮັບຄວາມເສຍຫາຍທາງເສດຖະກິດສູງກວ່າ 3.3 ພັນລ້ານໂດລາສະຫະລັດ ຈາກຜົນກະທົບຂອງໄຕ້ຝຸ່ນຢາງິ ເຊິ່ງພັດຖະຫລົ່ມທາງພາກເໜືອຂອງປະເທດ ແລະ ມີຜູ້ເສຍຊີວິດຈໍານວນຫລາຍ ໃນເດືອນກັນຍາ 2024.
ອ້າງອີງ:
- https://www.aljazeera.com/news/2025/9/28/hundreds-of-thousands-evacuate-as-vietnam-braces-for-typhoon-bualoi
- https://www.reuters.com/business/environment/vietnam-evacuates-thousands-shuts-airports-typhoon-bualoi-nears-2025-09-28/
- https://vietnamnet.vn/en/fishing-boats-sink-during-typhoon-bualoi-9-crew-members-still-missing-2447130.html
- https://www.dw.com/en/deadly-typhoon-bualoi-makes-landfall-in-vietnam/a-74168704
