ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຄັ້ງທີ II ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ

ຕອນແລງວັນທີ 26 ກັນຍາ 2025 ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມພິທີເປີດງານແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ II ທີ່ແຂວງບໍລິຄຳໄຊ ເປັນເຈົ້າພາບ ຢູ່ສະໂມສອນກິລາເປຕັງແຂວງ ມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ພ້ອມ ດ້ວຍການນໍາຈາກສູນກາງ ແລະ ທ້ອງຖິ່ນ ແລະ ຄະນະຄູຝຶກ, ນັກກິລາ ທີ່ມາຈາກກະຊວງ-ອົງການທຽບ ເທົ່າ, ບັນດາແຂວງ, ນະຄອນຫລວງວຽງຈັນ ແລະ ມວນຊົນຊາວແຂວງບໍລິຄຳໄຊ ເຂົ້າຮ່ວມ.
ທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ, ປະທານຈັດງານ ໄດ້ລາຍງານ ກ່ຽວກັບການກະກຽມຄວາມພ້ອມ ໃນການເປັນເຈົ້າພາບເປີດງານແຂ່ງຂັນກິລາເປຕັງ ໃນຄັ້ງນີ້ ວ່າ: ການແຂ່ງຂັນກິລາເປຕັ່ງທົ່ວປະເທດ ຄັ້ງນີ້, ເປັນການຄັດເລືອກນັກກິລາເປຕັງ ເພື່ອເປັນຕົວແທນຂອງບັນດາແຂວງ, ກະຊວງ ແລະ ອົງການທຽບເທົ່າ ເຂົ້້າຮ່ວມການແຂ່ງຂັນ ໃນມະຫະກໍາກິລາ ແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫລວງວຽງຈັນ ໃນທ້າຍເດືອນພະຈິກ 2025, ທັງເປັນການຮັດແໜ້ນຄວາມສາມັກ ຄີປອງດອງ, ຮັດແໜ້ນສາຍພົວພັນ ລະຫວ່າງສູນກາງກັບທ້ອງຖິ່ນ, ແຂວງກັບແຂວງ, ແຂວງກັບເມືອງ ໂດຍຜ່ານ ຮູບແບບການແຂ່ງຂັນກິລາເປຕັງ ຊີງຂັນລະດັບຊາດ ເຊິ່ງເປັນກິລາທີ່ມີຄວາມສໍາຄັນ ແລະ ເປັນທີ່ນິຍົມຫລາຍໃນສັງຄົມ. ສຳລັບການແຂ່ງຂັນ ແມ່ນມີຮຸ່ນທົ່ວໄປ ຍິງ-ຊາຍ ແລະ ປະເພດຄູ່ VIP ຮຸ່ນອາຍຸ 50 ປີຂຶ້ນໄປ ໂດຍມີ 16 ແຂວງ, 5 ກະຊວງ ແລະ 21 ສະໂມສອນ, ມີ 235 ທີມ ເຂົ້າຮ່ວມ, ຊຶ່ງມີຄະນະນໍາ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 460 ຄົນ; ມີການຊີງຫລຽນລາງວັນ ຄື: ຫລຽນຄຳ 7 ຫລຽນ, ຫລຽນເງິນ 7 ຫລຽນ ແລະ ຫລຽນທອງ 7 ຫລຽນ. ການແຂ່ງຂັນຈະໃຊ້ເວລາ 4 ວັນ ນັບແຕ່ວັນທີ 25-28 ກັນຍາ 2025.
