5 ປີຕໍ່ໜ້າ ຍທຂ ຈະສຸມໃສ່ຍົກລະດັບເສັ້ນທາງ ຄົມມະນາຄົມທາງບົກຢ່າງມີຈຸດສຸມ ໃຫ້ສໍາເລັດ 11 ໂຄງການ
ສະຫາຍ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງ ຍທຂ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຍທຂ ຄັ້ງທີ VI ໃນວັນທີ 24 ກັນຍາ 2025 ນີ້ວ່າ: ໃນລະຍະ 5 ປີໃນຕໍ່ໜ້າ ຈະສຸມໃສ່ຍົກລະດັບເສັ້ນທາງຄົມມະນາຄົມທາງບົກຢ່າງມີຈຸດສຸມ ໃຫ້ສໍາເລັດ 11 ໂຄງການຄື:
– ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້ ແຕ່ທ່າແຂກ-ດ່ານສາກົນ ນາເພົ້າ
– ຂົວ 6 ແຫ່ງ ຕາມທາງເລກ 8
– ຂົວ 12 ແຫ່ງ ຕາມທາງເລກ 20
– ທາງຫລວງທ້ອງຖິ່ນ 5 ແຂວງພາກເໜືອ
– ໂຄງການພັດທະນາຊົນນະບົດໄລຍະ 3 ແລະ ໄລຍະ 4
– ໂຄງການກໍ່ສ້າງທາງແຕ່ເມືອງປາກທາ-ເມືອງຜາອຸດົມ
– ທາງຫລວງແຫ່ງຊາດເລກ 8 ທີ່ໄດ້ຮັບຄວາມເສຍຫາຍຈາກໄພພິບັດປີ 2023
– ສືບຕໍ່ກະກຽມ ແລະ ສູ້ຊົນໃຫ້ສຳເລັດການກໍ່ສ້າງ 3 ໂຄງການ ຄື: ໂຄງການກໍ່ສ້າງຂົວ ຂ້າມນໍ້າຂອງຊຽງແມນ-ນະຄອນຫລວງພະບາງ, ທາງຫລວງທ້ອງຖິ່ນ ເພື່ອເຊື່ອມໂຍງ-ເຊື່ອມຈອດ ຢູ່ 3 ແຂວງພາກໃຕ້ (ຄຳມ່ວນ, ສະຫວັນນະເຂດ ແລະ ສາລະວັນ), ໂຄງການກໍ່ສ້າງຂົວ 12 ແຫ່ງ ຕາມທາງຫລວງແຫ່ງຊາດເລກ 13 ໃຕ້
– ສືບຕໍ່ກະກຽມ 2 ໂຄງການ ຄື: ຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 6 ສາລະວັນ-ອຸບົນຣາດຊະທານີ
– ໂຄງການຟື້ນຟູ ແລະ ຍົກລະດັບ ທາງເລກ 18B
– ສືບຕໍ່ສຶກສາບັນດາໂຄງການ ຕາມເສັ້ນທາງຫລວງແຫ່ງຊາດ.

ສຳລັບ ວຽກງານຂົນສົ່ງ: ຈະສືບຕໍ່ນຳພາພັດທະນາການບໍລິການຂົນສົ່ງພາຍໃນປະເທດ, ລະ ຫວ່າງປະເທດ ແລະ ຜ່ານແດນໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ສາມາດຮ່ວມມື ແລະ ແຂ່ງຂັນກັບສາກົນໄດ້; ສ້າງທ່າບົກທ່າແຂກ, ທ່າບົກຫ້ວຍຊາຍ ແລະ ທ່າບົກຫລວງພະບາງ ເພື່ອເປັນສູນບໍລິການດ້ານໂລຈິສຕິກລະດັບສາກົນ, ພ້ອມທັງປັບປຸງ ແລະ ຄຸ້ມຄອງ ລາຄາຄ່າບໍລິການທ່າບົກໃຫ້ສົມເຫດສົມຜົນ; ເພີ່ມທະວີການຄຸ້ມຄອງຕິດຕາມກວດກາ ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ລະຫວ່າງປະເທດ ແລະ ຜ່ານແດນ ໃຫ້ເປັນໄປຕາມສັນຍາການຂົນສົ່ງທີ່ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີ; ປັບປຸງມາດຕະຖານລົດຂົນສົ່ງໂດຍສານ, ສະຖານີຂົນສົ່ງໂດຍສານ, ການຄຸ້ມຄອງສາຍທາງຂົນສົ່ງຜູ້ໂດຍສານປະຈຳທາງ ດ້ວຍລະບົບທັນສະໄໝ; ຄຸ້ມຄອງມາດຕະຖານເຕັກນິກ, ການນຳເຂົ້າ, ການຂຶ້ນທະບຽນ ແລະ ການນໍາໃຊ້ ຍານພາຫະນະ ດ້ວຍລະບົບທີ່ທັນສະໄໝ ໂດຍການສ້າງສູນຄວບຄຸມການຂົນສົ່ງ, ສູນຄວບຄຸມການຈະລາຈອນ, ການຈອດລົດ, ລະບົບກ້ອງວົງຈອນປິດ ພາຍໃຕ້ໂຄງການຄຸ້ມຄອງຍານ ພາຫະນະ ແລະ ການຂົນສົ່ງແບບຄົບວົງຈອນ (PPP).
ສ່ວນວຽກງານທາງນໍ້າ: ສືບຕໍ່ນຳພາພັດທະນາທ່າເຮືອ, ປັບປຸງຄອງເດີນເຮືອຕາມລຳແມ່ນໍ້າຂອງ, ປັບປຸງລະບົບການຂົນສົ່ງທາງນໍ້າໃຫ້ມີຄວາມປອດໄພ ໄດ້ມາດຕະຖານສາກົນ; ຄຸ້ມຄອງ ແລະ ຊຸກຍູ້ ນໍາໃຊ້ການຄົມມະນາຄົມ-ຂົນສົ່ງທາງນໍ້າຕາມ ລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ຕິດພັນກັບການທ່ອງ ທ່ຽວ ແລະ ການຂົນສົ່ງສິນຄ້າ.
ສ່ວນວຽກງານທາງລົດໄຟ: ສືບຕໍ່ພັດທະນາເສັ້ນທາງລົດໄຟ ເພື່ອເຊື່ອມຈອດກັບບັນດາປະເທດໃກ້ຄຽງ, ພາກພື້ນ ແລະ ສາກົນ; ແກ້ໄຂຂໍ້ຄົງຄ້າງຈາກການກໍ່ສ້າງໂຄງການກໍ່ ສ້າງລົດໄຟ ລາວ-ຈີນ ໃຫ້ສຳເລັດ; ປັບປຸງການບໍລິການແລ່ນລົດໄຟລາວ-ຈີນ, ລາວ-ໄທ ໃຫ້ມີປະສິດທິຜົນສູງຂຶ້ນ; ຕິດຕາມການຈັດຕັ້ງຜັນຂະຫຍາຍໂຄງການຮ່ວມມືພັດທະນາເສັ້ນທາງລົດໄຟ ລາວ-ຫວຽດ ນາມ ທີ່ບໍລິສັດຝ່າຍ ລາວ ແລະ ຫວຽດນາມ ໄດ້ເຊັນຮ່ວມນໍາກັນຜ່ານມາ; ສຳຫລວດ, ສຶກສາຄວາມເປັນໄປໄດ້ ແລະ ອອກແບບລະອຽດ ໂຄງການທາງລົດໄຟ ແຕ່ນະຄອນຫລວງວຽງຈັນຫາ ຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ຊາຍແດນລາວ-ຫວຽດນາມ (ນາເພົ້າ); ສຳຫລວດ, ສຶກສາຄວາມເປັນໄປໄດ້ ແລະ ອອກແບບລະອຽດ ໂຄງການທາງລົດໄຟ ແຕ່ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດຫາ ດ່ານສາກົນແດນສະຫວັນ-ລາວບາວ; ສຶກສາຄວາມເປັນໄປໄດ້ເສັ້ນທາງລົດໄຟ ແຕ່ນະຄອນ ຫລວງວຽງຈັນ ຫາແຂວງຈຳປາສັກ (ຊາຍແດນລາວ-ກຳປູເຈຍ).
ທີ່ມາ: ຂ່າວສານປະເທດລາວ
