ຊີວິດພັງເພາະຂາຍໝາກໄຂ່ຫລັງ!ຊາຍໜຸ່ມຈີນອາຍຸ 17 ປີ ຕັດສິນໃຈຂາຍໝາກໄຂ່ຫລັງເພື່ອຊື້ iPhone 4 ສຸດທ້າຍ ຕ້ອງກາຍເປັນຜູ້ພິການ

ສື່ທ້ອງຖິ່ນຂອງປະເທດຈີນໄດ້ລາຍງານເຖິງກໍລະນີທີ່ເປັນອຸທາຫອນທີ່ໜ້າສະເທືອນໃຈ ກໍລະນີ ຊາຍໜຸ່ມ ມົນທົນອານຮຸຍ ທີ່ມີອາຍຸພຽງ 17 ປີ ໄດ້ຕັດສິນໃຈ “ຂາຍໝາກໄຂ່ຫລັງ” ເພື່ອຊື້ໂທລະສັບສະມາດໂຟນ iPhone 4 ແລະ ແທັບເລັດ iPad 2 ລຸ້ນທີ່ນິຍົມໃນຍຸກນັ້ນ ເຫດຜົນຍ້ອນວ່າບໍ່ຢາກນ້ອຍໜ້າໝູ່ ແຕ່ການຕັດສິນໃຈຄັ້ງນັ້ນຊໍ້າພັດທຳລາຍຊີວິດຂອງລາວໄປຕະຫລອດການ.

.

ໃນປີ 2011, iPhone 4 ຖືເປັນໂທລະສັບມືຖືທີ່ໄດ້ຮັບຄວາມນິຍົມສູງໃນກຸ່ມໄວລຸ້ນຈີນ. ເດັກໜຸ່ມຄົນນີ້ເຊິ່ງມີຖານະທຸກຍາກ, ບໍ່ສາມາດຊື້ໄດ້ຄືໝູ່ ຈຶ່ງໄດ້ຕິດຕໍ່ກັບນາຍໜ້າຄ້າຂາຍອະໄວຍະວະ ຫລັງຈາກໄດ້ຮັບຂໍ້ມູນຊວນເຊື່ອວ່າ “ການມີໝາກໄຂ່ຫລັງພຽງຂ້າງດຽວກໍຍັງໃຊ້ຊີວິດໄດ້ຕາມປົກກະຕິ.”

ເຊິ່ງລາວໄດ້ຍອມຜ່າຕັດ ໃນໂຮງໝໍທີ່ບໍ່ໄດ້ມາດຕະຖານ. ໝາກໄຂ່ຫລັງໜຶ່ງຂ້າງ ຖືກນຳອອກໄປ ແລະ ໄດ້ຮັບເງິນຕອບແທນ 20,000 ຢວນ (ປະມານ 60,000,000 ກີບ) ແລະ ເງິນກ້ອນນີ້ ຖືກນຳໄປຊື້ iPhone 4 ແລະ iPad 2 ຕາມທີ່ລາວຕ້ອງການ.

.

ບໍ່ດົນຫລັງຍຈາກການຜ່າຕັດ, ຊາຍໜຸ່ມຄົນດັ່ງກ່າວ ເລີ່ມມີອາການເຈັບປ່ວຍ, ຕິດເຊື້ອຮຸນແຮງ. ອາການຊຸດໂຊມໜັກ ຈົນຕ້ອງເຂົ້າຮັບການປິ່ນປົວໃນໂຮງໝໍ. ໂດຍແພດໄດ້ວິນິດໄສວ່າ: ໝາກໄຂ່ຫລັງທີ່ເຫລືອພຽງຂ້າງດຽວ ບໍ່ສາມາດເຮັດວຽກໄດ້ຢ່າງເຕັມທີ່ ແລະ ເລີ່ມເສື່ອມລົງຢ່າງໄວວາ.

ເມື່ອແມ່ຂອງລາວເຫັນວ່າ ລູກຊາຍມີໂທລະສັບ ແລະ ແທັບເລັດໃໝ່ ຈຶ່ງໄດ້ສອບຖາມທີ່ມາ ກ່ອນຈະໄດ້ຮັບຄຳສາລະພາບວ່າ “ຂາຍໝາກໄຂ່ຫລັງ ແລກ iPhone” ໄປແລ້ວ ເຮັດໃຫ້ຜູ້ເປັນແມ່ເຖິງກັບຊັອກ ແລະ ເປັນລົມທັນທີ.

.

ຕໍ່ມາໃນປີ 2012, ທາງການຈີນສາມາດຈັບກຸມຂະບວນການຄ້າມະນຸດ ແລະ ລັກລອບຊື້ຂາຍອະໄວຍະວະກຸ່ມນີ້ໄດ້, ໂດຍສານໄດ້ມີຄໍາສັ່ງໃຫ້ ຜູ້ກ່ຽວຂ້ອງຊົດໃຊ້ຄ່າເສຍຫາຍໃຫ້ແກ່ຄອບຄົວຜູ້ເສຍຫາຍເປັນເງິນກວ່າ 1.48 ລ້ານຢວນ (ປະມານ 5.5 ລ້ານບາດໃນເວລານັ້ນ). ແຕ່ເງິນຈໍານວນນີ້ບໍ່ສາມາດທົດແທນສຸຂະພາບທີ່ສູນເສຍໄປໄດ້.

.

ປັດຈຸບັນ, ເດັກໜຸ່ມຄົນນັ້ນ ເຊິ່ງກາຍເປັນຊາຍອາຍຸ 31 ປີ ທີ່ຕ້ອງມີຊີວິດຢູ່ໃນສະພາບ ຜູ້ພິການລະດັບ 3. ຮ່າງກາຍອ່ອນແອຊໍ້າເຮື້ອ, ໝາກໄຂ່ຫລັງທີ່ເຫລືອເຮັດວຽກໄດ້ພຽງ 25% ຈາກປົກກະຕິ ສົ່ງຜົນໃຫ້ມີອາການເຈັບປ່ວຍຢ່າງຕໍ່ເນື່ອງ ເຊັ່ນ: ອ່ອນເພຍ, ເປັນໄຂ້ ແລະ ຍ່ຽວເປັນເລືອດ. ຕ້ອງອາໄສການປິ່ນປົວທາງການແພດໄປຕະຫລອດຊີວິດ.

.

ກໍລະນີນີ້ໄດ້ຖືກນໍາມາເວົ້າເຖິງອີກຄັ້ງໃນສັງຄົມອອນລາຍຈີນ ແລະ ກາຍເປັນ ອຸທາຫອນສຳຄັນວ່າ: ການຍອມແລກສຸຂະພາບກັບວັດຖຸ ຫຼື ຄວາມຕ້ອງການຊົ່ວຄາວ ອາດຈະນໍາມາເຊິ່ງຜົນໄດ້ຮັບທີ່ໂຫດຮ້າຍເກີນທີ່ຈະແກ້ໄຂໄດ້.