ເຮືອຫາປາ 2 ລຳ ຖືກພາຍຸບົວລອຍ ພັດຈົມ ຢູ່ທະເລ ຫວຽດນາມ ຊ່ວຍເຫລືອໄດ້ 9 ຄົນ ສູນຫາຍ 2 ຄົນ

ວັນທີ 28 ກັນຍາ 2025 ເກີດເຫດພາຍຸລົມແຮງຢູ່ທະເລ ແຂວງກວາງຈິ ສສ ຫວຽດນາມ ເຮັດໃຫ້ເຮືອຫາປາ 2 ລຳ ຂອງຊາວປະມົງ ຈົມທັງສອງລຳ ມີ 11 ຄົນ.

ຂະນະທີ່ກຳລັງມຸ່ງໜ້າເຂົ້າຫາທ່າເຮືອ ກົວຫວຽດ (Cửa Việt) ເພື່ອຫຼີກລ້ຽງ ພາຍຸບົວລອຍ ແຕ່ເຮືອທັງສອງລຳ ໄດ້ປະສົບອຸປະຕິເຫດຢ່າງກະທັນຫັນ ເຂິ່ງຢູ່ຫ່າງຈາກຝັ່ງປະມານ 1.5 ກິໂລແມັດ.

ຫລັງເກີດເຫດທາງກົມກອງທະຫານຊາຍແດນແຂວງກວາງຈິ ໄດ້ລະດົມກຳລັງພົນ ແລະ ພາຫະນະເຂົ້າຊ່ວຍເຫລືອຢ່າງຮີບດ່ວນ ໂດຍການປະສານສົມທົບກັບອຳນາດການປົກຄອງ ແລະ ປະຊາຊົນໃນທ້ອງຖິ່ນ.

ລາຍງານເບື້ອງຕົ້ນກູ້ໄພສາມາດຊ່ວຍເຫລືອຊາວປະມົງ 9 ຄົນ. ປັດຈຸບັນ, ກຳລັງທະຫານຍັງສືບຕໍ່ປະຕິບັດການ ຄົ້ນຫາອີກ 2 ຄົນ ທ່າມກາງສະພາບອາກາດ ທີ່ສັບສົນ ບວກກັບລົມແຮງ ຄື້ນທະເລແຮງ ເນື່ອງຈາກພາຍຸບົວລອຍ.