ເມື່ອເຫັນບັນຫາ ແລ້ວກັບມາແກ້ໄຂໄວ ແມ່ນທາງອອກທີ່ດີໃນການຈັດຕັ້ງປະຕິບັດວຽກງານ

ໂດຍ: ຜາຕຸງ
ການສ້າງທາງລົດເມດ່ວນ BRT ຫຼື ໂຄງການຂົນສົ່ງແບບຢືນຢົງໃນຕົວເມືອງນະຄອນຫຼວງວຽງຈັນ ນັບວ່າເປັນທາງເລືອກທີ່ດີໜຶ່ງໃນການບໍລິການຂົນສົ່ງມວນຊົນຫຼຸດຄວາມແອອັດໃນຕົວເມືອງແບບຢືນຢົງ, ແຕ່ຖ້າຫາກການກໍ່ສ້າງເສັ້ນທາງນັ້ນດຳເນີນໄປຢ່າງເປັນລະບົບແຜນລະອຽດຂອງວຽກງານບໍ່ໄປກະທົບເຖິງສິ່ງແວດລ້ອມ ແລະ ການດຳລົງຊີວິດຂອງຄົນໃນຕົວເມືອງໂດຍສະເພາະແມ່ນລະບົບຄົມມະນາຄົມທີ່ມີຢູ່ແລ້ວໃຫ້ກາຍເປັນບັນຫາສ້າງຄວາມເດືອດຮ້ອນໃຫ້ສັງຄົມເປັນບໍລິເວນກວ້າງຕໍ່ໄປອີກ,
ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຫຼື ໂຄງການກໍ່ສ້າງທາງລົດເມລົດດ່ວນ BRT ໃນນະຄອນຫຼວງວຽງຈັນ ເປັນໂຄງການບູລິມະສິດຂອງລັດຖະບານກໍ່ຄືຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ເປັນໂຄງການໃຫຍ່ທີ່ມີການລົງທຶນຢ່າງມະຫາສານເພື່ອນຳເອົາຄວາມສະດວກໃນລະບົບການຂົນສົ່ງມວນຊົນມາບໍລິການ ມີການສ້າງທາງສະເພາະລົດເມດ່ວນ ໄປຕາມສາຍທາງຫຼັກນັບແຕ່ສວນເຈົ້າຟ້າງຸ່ມ (ຫຼັກສອງ) ຜ່ານຫໍຄຳໄປຕາມຖະໜົນໄກສອນພົມວິຫານ ຫາເສັ້ນທາງ 450ປີ ເຂົ້າຫາມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ທັງຂາໄປ-ຂາກັບ ພ້ອມທັງສ້າງຈຸດຈອດລົດ ຫຼື ສະຖານີໄປນຳ, ບ່ອນໃດເສັ້ນທາງອ່າວກວ້າງແດ່ກໍຫາກໄຄແດ່ ແຕ່ບ່ອນໃດເສັ້ນທາງອ່າວແຄບກໍ່ອ່າວເຕັມທີ ເພາະສ້າງຄວາມສັບສົນວຸ່ນວາຍໃນການສັນຈອນຢ່າງໜັກໜ່ວງ ເຮັດໃຫ້ລົດແອອັດຕິດຍາວຢຽດ ສັງຄົມຈົ່ມວ່າຢ່າງເນືອງນັ້ນ,
ຜ່ານມາໄລຍະໜຶ່ງພາກສ່ວນກ່ຽວຂ້ອງໄດ້ທົດລອງແລ່ນລົດໄປຕາມສາຍທາງຍຢັ່ງເບິ່ງຄວາມພ້ອມຂອງເສັ້ນທາງແລະສະຖານີແຕ່ລະບ່ອນເພື່ອຖອດຖອນບົດຮຽນ, ຈາກການແລ່ນທົດລອງນັ້ນກໍ່ເຫັນໄດ້ເຖິງຄວາມຫຍຸ້ງຍາກຫຼາຍຢ່າງໂດຍສະເພາະແມ່ນຈຸດສະຖານີທີ່ຕັ້ງຢູ່ທາງແຄບຕາມຖະໜົນເສດຖາທີລາດ ແລະ ເພື່ອແກ້ໄຂບັນຫາດັ່ງກ່າວ ຫຼ້າສຸດ ວັນທີ26ກັນຍາ 2025 ກະຊວງໂຍທາທິການ ແລະ ຂົນສົ່ງໄດ້ ອອກແຈ້ງການສະບັບເລກທີ 23256/ຍທຂ ມີທິດຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດເມລົດດ່ວນ BRT ໃນນະຄອນຫຼວງວຽງຈັນໃຫ້ດັດປັບແບບກໍ່ສ້າງບາງຈຸດບາງບ່ອນໂດຍໃຫ້ຮີບຮື້ຖອນສະຖານີ ທີ່ຕັ້ງຢູ່ກາງທາງ 2 ສະຖານີ ຕາມຖະໜົນເສດຖາທິລາດ ແຕ່ເຂດວັດອົງຕື້ມະຫາວິຫານ ລົງມາຫາຫໍຄຳ ຈົນຮອດແລວເສັ້ນທາງໜ້າສະຖາານທູດຝຣັ່ງ ແລະ ໃຫ້ຄົ້ນຄວ້າສ້າງສະຖານີໃໝ່ປ່ຽນແທນຢູ່ແຄມທາງຕາມຄວາມເໝາະສົມ; ພ້ອມນັ້ນກໍ່ໃຫ້ຮີບຮ້ອນຮື້ຖອນຄູກັນຂອບທາງລົດເມ ຫຼື ເຄີບແບ່ງເລນສະເພາະຂອງ BRT ທີ່ກໍ່ສ້າງແລ້ວ ຢູ່ຖະໜົນເສັ້ນທາງແຕ່ໄຟແດງຖະໜົນໄກສອນ ພົມວິຫານ ຫາ ເສັ້ນທາງ 450ປີ ເຂົ້າຫາ ມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ແລະ ຫັນມາເປັນການແຕ້ມເສັ້ນຈະລາຈອນປ່ຽນແທນ (ລວມທັງເສັ້ນທາງທີ່ກຳລັງຈະກໍ່ສ້າງ).
ໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ ຫຼື ໂຄງການກໍ່ສ້າງທາງລົດເມລົດດ່ວນ BRT ເປັນໂຄງການບູລິມະສິດຂອງລັດຖະບານກໍ່ຄືຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ແຕ່ວ່າມາຮອດປະຈຸບັນເຫັນວ່າການກໍ່ສ້າງໄດ້ເຮັດໃຫ້ການຈະລາຈອນ ໃນຕົວເມືອງມີຄວາມຕິດຂັດເພີ່ມຂຶ້ນ, ມີສຽງຈົ່ມວ່າຈາກສັງຄົມເປັນຈຳນວນຫຼາຍ. ສະນັ້ນ, ການທີ່ບັນດາຂະແໜງການທີ່ກ່ຽວຂ້ອງໄດ້ພິຈາລະນາ ແລະ ຟັງຫາງສຽງຂອງສັງຄົມ ແລ້ວວິເຄາະວິໄຈຄົ້ນຄວ້າຫຼາຍຮູບແບບເຖິງຄວາມເປັນໄປໄດ້ ໂດຍອີງໃສ່ສະພາບເງື່ອນໄຂຄວາມເປັນຈິງຂອງປະເທດໃນການແກ້ໄຂບັນຫາຈິ່ງເປັນສິ່ງທີ່ໜ້າຊົມເຊີຍທີ່ສຸດ, ສຳຄັນຕ້ອງເພີ່ມທະວີການຄຸ້ມຄອງຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດໂດຍໄວ ເພື່ອແກ້ໄຂບັນຫາສະເພາະໜ້າກໍ່ຄືແກ້ໄຂສຽງຈົ່ມວ່າຈາກສັງຄົມ ແກ້ໄຂບັນຫາການຈະລາຈອນໃຫ້ໂລ່ງລ່ຽນຂຶ້ນກວ່າທີ່ເປັນຢູ່ປະຈຸບັນ, ນັ້ນແມ່ນສິ່ງທີ່ພາກສ່ວນກ່ຽວຂ້ອງຄວນເຮັດຄວນແກ້ໄຂເພື່ອບໍ່ໃຫ້ມີຜົນກະທົບຕໍ່ສັງຄົມເປັນບໍລິເວນກວ້າງຕໍ່ໄປອີກ.
ໂຄງການຂົນສົ່ງແບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ ຫຼືວ່າໂຄງການລົດເມດ່ວນ BRT ມີຈຸດຂຶ້ນ-ລົງທັງໝົດ 27ຈຸດ, ເສັ້ນທາງຍາວ 13 ກິໂລແມັດເລີ່ມຈາກສວນເຈົ້າຟ້າງຸ່ມ ຫາ ມະຫາວິທະຍາໄລແຫ່ງຊາດ ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນເຈົ້າຂອງໂຄງການ ມອບໃຫ້ພະແນກໂຍທາທິການ ແລະ ຂົນ ສົ່ງ ນະຄອນຫຼວງວຽງຈັນ ເປັນຜູ້ຈັດຕັ້ງປະຕິບັດໂຄງການ, ຕາມສັນຍາໃນມູນຄ່ທັງໝົດຫຼາຍກວ່າ 99,7 ລ້ານໂດລາ ຊຶ່ງເປັນທຶນກູ້ຢືມ, ຊ່ວຍເຫຼືອລ້າ ຈາກບັນດາອົງການໃຫ້ທຶນສາກົນ ແລະ ທຶນສົມທົບຂອງລັດຖະບານ ສປປ ລາວ. ໃນຊົ່ວໂມງເລັ່ງດ່ວນຈະມີລົດແລ່ນທຸກໆ 5 ນາທີ; ຖ້າບໍ່ແມ່ນເວລາເລັ່ງດ່ວນຈະມີລົດແລ່ນທຸກໆ 10 ນາທີ ໃນການບໍລິການ ຖືວ່າຈະສ້າງຄວາມສະດວກຂຶ້ນຫຼາຍ.
