ເທສະການຍ່າງ ປ່າສະຫງວນແຫ່ງຊາດ ລ່ອງເຮືອຕາມສາຍນໍ້າຫ້າ ເພື່ອໂຄສະນາການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທຳ
ໂດຍ: ຜາຕຸງ
ວັນທີ 1-3 ຕຸລາ 2025ນີ້ ແຂວງຫລວງນ້ຳທາ ຈະຈັດເທສະການຍ່າງປ່າຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ລ່ອງເຮືອຕາມສາຍນໍ້າຫ້າ ໂດຍໃຊ້ເວລາ 2 ມື້ 1 ຄືນ ພ້ອມທັງມີຫລາຍກິດຈະກຳ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ຖືວ່າເທສະການຍ່າງປ່າ-ລອງເຮືອຄັ້ງນີ້ ເປັນຄັ້ງທຳອິດ ແລະ ເປັນຄັ້ງປະຫວັດສາດຂອງແຂວງຫລວງນໍ້າທາ.
ເປົ້າໝາຍສຳຄັນກໍເພື່ອເປັນການໂຄສະນາການທ່ອງທ່ຽວທໍາມະຊາດ ແລະ ວັດທະນະທຳ ຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ ແລະ ເປັນການສົ່ງເສີມກິດຈະກຳຍ່າງປ່າ, ລ່ອງເຮືອ ແລະ ຮຽນຮູ້ວິຖີຊີວິດ ວັດທະນະທຳ ອັນດີງາມ ຂອງປະຊາຊົນບັນດາເຜົ່າ ທີ່ດຳລົງຊີວິດຢູ່ເຂດ ປ່າສະຫງວນແຫ່ງຊາດນໍ້າຫ້າ ທັງເປັນການສ້າງຈິດສຳນຶກໃຫ້ປະຊາຊົນ ກໍຄື ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ ໃນການອະນຸລັກທຳມະຊາດ ແລະ ວັດທະນະທຳ, ພ້ອມທັງເປັນການສ້າງວຽກເຮັດງານທຳສາມາດສ້າງລາຍຮັບໃຫ້ປະຊາຊົນ ທີ່ດຳລົງຊີວິດຢູ່ໃນເຂດປ່າສະຫງວນແຫ່ງຊາດນໍ້າຫ້າ, ເປັນການປະກາດໃຫ້ສັງຄົມ ຮັບຮູ້ວ່າ: ແຂວງຫລວງນໍ້າທາເປັນແຂວງທຳອິດໃນປະເທດລາວ ທີ່ລິເລີ່ມພັດທະນາ ແລະ ບໍລິການ ການທ່ອງທ່ຽວຍ່າງປ່າ ແລະ ລ່ອງເຮືອແບບຜະຈົນໄພ.
ສໍາລັບການຈັດເທສະການຄັ້ງນີ້ຄາດວ່າຈະໃຊ້ເວລາ 2 ມື້ 1 ຄືນ, ເຊິ່ງມື້ທີ 1 ແມ່ນຍ່າງປ່າເລີ່ມແຕ່ດອຍຫລັກຄຳ ຫາ ບ້ານນາລັນ ໃຊ້ເວລາປະມານ 4-5 ຊົ່ວໂມງ, ຕອນແລງມີພິທີມອບ-ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ, ກິດຈະກຳບາສີສູ່ຂວັນ, ຊິມເຫລົ້າໄຫຕາມປະເພນີຂອງເຜົ່າກຶມມຸ, ຊົມການສະແດງສິລະປະວັນນະຄະດີ, ມ່ວນຊື່ນຕາມປະເພນີລາວ ແລະ ພັກແຮມຢູ່ເຮືອນພັກແຮມຂອງປະຊາຊົນ (Homestay). ສ່ວນມື້ທີ 2 ຈະມີກິດຈະກໍາຫຼີ້ນກິລາພື້ນເມືອງລາວ ເຊັ່ນ: ເຕະກະຕໍ້ທີ່ເຮັດດ້ວຍຫວາຍ, ຍິງໜ້າເກັກ, ຕຳເຂົ້າ, ຕີເຫລັກ, ຟ້ອນດາບ ຫຼັງຈາກນັ້ນຈະໄດ້ມີການລ່ອງເຮືອຕາມສາຍນໍ້າຫ້າ ຈາກບ້ານນາລັນ ຫາເຂດຫ້ວຍເລືອດ ບ້ານສົບສີມ ໂດຍຈະໃຊ້ເວລາ 3-4 ຊົ່ວໂມງ ແລະ ຂີ່ລົດກັບຄືນສູ່ເທສະບານແຂວງຫລວງນໍ້າທາ.

ການພັດທະນາການທ່ອງທ່ຽວໃນປ່າສະຫງວນແຫ່ງຊາດນໍ້າຫ້າ ແບບອານຸລັກປະຊາຊົນມີສ່ວນຮ່ວມ ໄດ້ເລີ່ມມາແຕ່ປີ 1999 ເຖິງປັດຈຸບັນ ແມ່ນໄດ້ຮັບຫລາຍລາງວັນເປັນຕົ້ນ ປີ 2001- 2024 ປ່າສະຫງວນແຫ່ງຊາດ ນ້ຳຫ້າ ໄດ້ຮັບຫລາຍລາງວັນເຊັ່ນ ລາງວັນຈາກສະຫະປະຊາຊາດ ພາຍໃຕ້ຫົວຂໍ້ ການທ່ອງທ່ຽວນິເວດນໍ້າຫ້າ” ປີ 2001; ລາງວັນຈາກສາຍການບິນອັງກິດ ພາຍໃຕ້ຫົວຂໍ້ “ການທ່ອງ ທ່ຽວເພື່ອອະນາຄົດ” ປີ 2002; ໄດ້ຮັບການຮັບຮອງເອົາເປັນມໍລະດົກອາຊຽນ ປີ 2003; ລາງວັນ ອີຄວາເຕີ (Equator) ພາຍໃຕ້ຫົວຂໍ້: ການບໍລິການນຳທ່ຽວຊ່ວຍຫລຸດຜ່ອນຄວາມທຸກຍາກ ແລະ ການອະນຸລັກຊີວະນາໆພັນແບບຍືນຍົງໃນປ່າສະຫງວນນໍ້າຫ້າປີ 2007; ລາງວັນ “ມາດຕະຖານການ ທ່ອງທ່ຽວອາຊຽນ” 2 ລາງວັນພາຍໃຕ້ຫົວຂໍ້: ການທ່ອງ ທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ການ ທ່ອງທ່ຽວຊຸມຊົນ ແລະ ຍ່າງປ່າແບບຜະຈົນໄພຕາມເສັ້ນທາງນາລັນປີ 2019-2021 ແລະ ໃນ ປີ2024 ແມ່ນໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ມາດຕະຖານອາຊຽນປີ 2025-2027.
ຢ່າງໃດກໍ່ດີ ທ່ານ ສີສຸພັນ ທໍາປັນຍາ ຫົວໜ້າພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວແຂວງຫລວງນ້ຳທາ ທັງເປັນຫົວໜ້າ ຄະນະຮັບຜິດຊອບຈັດເທສະການຍ່າງປ່າ-ລອງເຮືອ” ໄດ້ເຊີນຊວນ ແລະ ຮຽກຮ້ອງ ມາຍັງທຸກພາກສ່ວນໃນສັງຄົມ ທົ່ວແຂວງຫຼວງນ້ຳທາ ຈົ່ງພ້ອມກັນກຽມຄວາມພ້ອມ ເພື່ອຕ້ອນຮັບແຂກຕ່າງດ້າວ ທ້າວຕ່າງແດນ, ພ້ອມກັນເປັນເຈົ້າການປ້ອງກັນຄວາມສະຫງົບ ແລະ ປັບປຸງດ້ານການບໍລິການຫລາຍດ້ານ ເປັນຕົ້ນ ການປັບປຸງສິ່ງອຳນວຍຄວາມສະດວກ, ປັບປຸງຜະລິດຕະພັນຂອດການບໍລິການ ພ້ອມກັນເປັນເຈົ້າພາບທີ່ດີ ແລະ ສ້າງຄວາມປະທັບໃຈໃຫ້ກັບນັກທ່ອງທ່ຽວ ເພື່ອເຮັດໃຫ້ການຈັດເທສະການຄັ້ງນີ້ ໃຫ້ມີຄວາມປອດໄພ, ເບີກບານມວນຊື່ນ ແລະ ດຶງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວ ແລະ ຢ້ຽມຢາມແຂວງຫລວງນໍ້າທາ ກໍຄືສະຖານທີ່ທ່ອງທ່ຽວແຫ່ງຕ່າງໆພາຍໃນແຂວງໃຫ້ຫລາຍຂຶ້ນໃຫ້ສົມກັບຄຳຂັວນທີ່ວ່າ: ບັ້ນຮົບຫຼວງນ້ຳທາ ພຣະທາດໃຫຍ່ຈຽງຕຶງ ຊາບຊຶ້ງກັບວັດທະນະທຳຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ ລິງລາຍແພໄໝມ້ອນ ເມືອງຫຼວງນ້ຳທາ ທ່ຽວປ່າສະ ຫງວນແຫ່ງຊາດນ້ຳຫ້າ ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນຄຳ ຮ່ວມເຕັ້ນແຊນຳສາວໄຕດຳ ງາມແຕ້ລະກ໋າ.
