ທ່ານ ເນທັນຢາຮູ ຂຶ້ນເວົ້າຢູ່ເວທີ UN ໂຈມຕີປະເທດຕາເວັນຕົກຮັບຮອງລັດປາແລັສຕິນ ຊີ້ເປັນເຄື່ອງໝາຍແຫ່ງຄວາມອັບອາຍ
ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ຂຶ້ນກ່າວສູນທອນພົດໃນກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 80 ຢູ່ສໍານັກງານໃຫຍ່ສະຫະປະຊາຊາດ ໃນນະຄອນນິວຢ໋ອກ ວັນທີ 26 ກັນຍາ ທ່າມກາງການປະທ້ວງຈາກຜູ້ແທນນາໆຊາດຈໍານວນຫລາຍທີ່ພາກັນຍ່າງອອກຈາກຫ້ອງປະຊຸມ.
ທ່ານ ເນທັນຢາຮູ ເລີ່ມຕົ້ນສູນທອນພົດດ້ວຍການສະແດງແຜນທີ່ທີ່ຕິດປ້າຍວ່າ: “ຄໍາສາບ” ເຊິ່ງທ່ານກ່າວວ່າ: ສະແດງໃຫ້ເຫັນເຖິງກຸ່ມຕິດອາວຸດທີ່ເປັນຕົວແທນຂອງອີຣານທົ່ວຕາເວັນອອກກາງ ຈາກນັ້ນຈຶ່ງໄດ້ເນັ້ນເຖິງປະຕິບັດການທາງທະຫານຂອງອິດສະລາແອນໃນປີຜ່ານມາ ທັງການໂຈມຕີກຸ່ມແຮັດໂບລາຢູ່ລີບັງ, ກຸ່ມຮູຕິຢູ່ເຢເມນ, ກຸ່ມຮາມັດຢູ່ເຂດກາຊາ ແລະ ອີຣານ.
ຂະນະທີ່ທ່ານຍັງກ່າວຂອບໃຈປະທານາທິບໍດີ ໂດນັລ ທຣໍາ ແຫ່ງອາເມລິກາ ຈາກກໍລະນີອາເມລິກາມີສ່ວນຮ່ວມໃນປະຕິບັດການໂຈມຕີໂຮງງານນິວເຄຼຍຟໍໂດຂອງອີຣານໃນເດືອນມິຖຸນາ ແລະ ປຽບທຽບການໂຈມຕີອິດສະລາແອນຂອງກຸ່ມຮາມັດໃນວັນທີ 7 ຕຸລາ 2023 ກັບການໂຈມຕີອາເມລິກາ ໃນວັນທີ 11 ກັນຍາ 2001 ໂດຍກ່າວວ່າ: “ທັງສອງປະເທດກໍາລັງຕໍ່ສູ້ກັບສັດຕູຄົນດຽວກັນ” ແລະ ຊີ້ໃຫ້ເຫັນເຖິງສຽງຮ້ອງຂອງກຸ່ມກໍ່ການຮ້າຍທີ່ເຊື່ອມໂຍງກັບອີຣານ ເຊິ່ງຮ້ອງຄືກັນວ່າ: “ຄວາມຕາຍແດ່ອາເມລິກາ”.
ອ້າງອີງ:
