ລາວ-ເບລາຣຸດຊີ ເພີ່ມທະວີການຮ່ວມມືເຊັນສັນຍາຮ່ວມກັນ 5 ສະບັບ
ວັນທີ 25 ກັນຍາ 2025, ກົມຮ່ວມມື ແລະ ການເງິນສາກົນ ກະຊວງການເງິນໄດ້ ຈັດກອງປະຊຸມຄົບຄະນະກໍາມາທິການຮ່ວມມືລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສ.ເບລາຣຸດຊີ ຄັ້ງທີ IV ຂຶ້ນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນແຫ່ງ ສປປ ລາວ ປະທານຄະນະກຳມາທິການຮ່ວມມື ລາວ-ເບລາຣຸດຊີ ແລະ ທ່ານ ເຊຣເກ ສະຕາເລຍຊຸກ (Siarhei Staliarсhuk) ປະທານຄະນະກຳມາທິການຮ່ວມມື ເບລາຣຸດຊີ-ລາວ ຜູ້ອຳນວຍການທະນາຄານພັດທະນາແຫ່ງ ສ.ເບລາຣຸດຊີ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອປຶກສາຫາລືສອງຝ່າຍດ້ານວິຊາການ ເພື່ອຄວາມເປັນເອກະພາບ ແລະ ປະກອບຄໍາເຫັນໃສ່ຮ່າງບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມມືລາວ-ເບລາຣຸດຊີ ຄັ້ງທີ IV. ພ້ອມກັນກວດຄືນບັນດາວຽກງານການຮ່ວມມື ລາວ-ເບລາຣຸດຊີ ໃນໄລຍະຜ່ານມາ ຊຶ່ງໄດ້ມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຕ່ລະຂະແໜງການເຊັ່ນ: ຂະແໜງການເສດຖະກິດ-ການຄ້າ, ການລົງທຶນ, ສຶກສາ, ສາທາ, ວັດທະນະທໍາ, ທ່ອງທ່ຽວ ແລະ ອື່ນໆ, ປຶກສາຫາລື-ແລກປ່ຽນຄວາມຄິດເຫັນ ໂດຍສຸມໃສ່ການຕີລາຄາສະພາບການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກທີ່ໄດ້ເຊັນກັນຄັ້ງທີ3 ຜ່ານມາໃນຂະແໜງເສດຖະກິດ-ການຄ້າ, ອຸດສະຫະກຳ, ກະສິກຳ ແລະ ສິ່ງແວດລ້ອມ, ການທະນາ ຄານ ແລະ ການເງິນ, ຄຸ້ມຄອງພະລັງງານ ແລະ ຊັບພະຍາກອນທຳມະຊາດ, ສຸຂະພາບ ແລະ ການຢາ, ວິທະຍາສາດ ແລະ ເຕັກໂນໂລຊີ, ສຶກສາ ແລະ ຂະແໜງວັດທະນະທຳ ແລະ ການທ່ອງ ທ່ຽວ ຍົກໃຫ້ເຫັນດ້ານດີ, ຜົນງານ, ຈຸດອ່ອນຂໍ້ຄົງຄ້າງ ແລະ ສາເຫດຕ່າງໆ ບົນພື້ນຖານກຳນົດເນື້ອໃນສືບຕໍ່ຈັດຕັ້ງປະຕິບັດຮ່ວມມືກັນໃນປີ 2025. ພ້ອມທັງເອກະພາບກັນຕໍ່ເນື້ອໃນບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມມືລາວ-ເບລາຣຸດຊີ ຄັ້ງທີ IV ເພື່ອກ້າວໄປສູ່ການລົງນາມເຊັນບົດບັນທຶກດັ່ງກ່າວ.
ສອງຝ່າຍໄດ້ເຊັນສັນຍາຮ່ວມກັນ 5 ສະບັບຄື: ບົດບັນທຶກກອງປະຊຸມຄະນະກໍາມາທິການຮ່ວມມືລາວ-ເບລາຣຸດຊີ, ສັນຍາທົ່ວໄປໃນການສະໜອງເງິນກູ້ (General Agreement) ຮ່ວມກັບລັດຖະບານແຫ່ງ ສ.ເບລາຣຸດຊີ, ສັນຍາລະຫວ່າງໂຮງງານຜະລິດລົດມິນ ແລະ ບໍລິສັດຕາດເຍືອງພັດທະນາການຄ້າສົ່ງອອກ ແລະ ນຳເຂົ້າຈຳກັດຜູ້ດຽວ ແລະ ບົດບັນທຶກຄວາມເຂົ້າໃຈລະຫວ່າງ ບຽວເມັດເປຼປາຣາຕີ (Belmedpreparaty) ແລະ ບໍລິສັດນະຄອນຫຼວງການຢານຳເຂົ້າ-ສົ່ງອອກຈຳກັດຜູ້ດຽວ.
ທີ່ມາ: ໜັງສືພິມປະຊາຊົນ
