ຢູນີເທວ ຊະນະລາງວັນ Speedtest Award ຈາກ Ookla ຢືນຢັນຕໍາແຫນ່ງເຄືອຂ່າຍມືຖືທີ່ດີທີ່ສຸດ ຂອງລາວ ໃນເຄິ່ງປີ 2025

ບໍລິສັດ ສະຕາ ໂທລະຄົມ (Unitel) ຜູ້ໃຫ້ບໍລິການໂທລະຄົມມະນາຄົມຊັ້ນນໍາຂອງ ສປປ ລາວ, ໄດ້ ປະກາດຜົນສໍາເລັດອັນສໍາຄັນ ໂດຍການຊະນະລາງວັນ Best Mobile Network Awardຈາກ Ookla® Speedtest® ສໍາລັບເຄິ່ງປີທໍາອິດຂອງ 2025. ໂດຍໄດ້ຄະແນນ Speedtest Connectivity Score ສູງສຸດທີ່, 

ເປັນອັນດັບ 1 ໃນປະເທດ. 

ລາງວັນ Speedtest Award ຂອງ Ookla ຖືເປັນລາງວັນຊັ້ນນໍາລະດັບໂລກ ທີ່ມອບໃຫ້ຜູ້ໃຫ້ບໍລິການ ເຄືອຂ່າຍ ໂດຍອີງໃສ່ຂໍ້ມູນການນໍາໃຊ້ຕົວຈິງຫຼາຍກວ່າ 11 ລ້ານເທື່ອຕໍ່ມື້, ຈາກຜູ້ໃຊ້ຫຼາຍກວ່າ 600 ລ້ານຄົນທົ່ວ ໂລກ. ການຄັດເລືອກໃນຄັ້ງນີ້ໃຊ້ວິທີການປະເມີນແບບໃຫມ່ ທີ່ລວມ 3 ດ້ານຫຼັກຄື: 

  • Speed Score: ຄວາມໄວໃນການດາວໂຫຼດ, ອັບໂຫຼດ ແລະ ຄວາມຊັກຊ້າ (50%) 
  • Web Browsing Score: ປະສົບການການທ່ອງເວັບ ແລະ ຄວາມໄວໃນການໂຫຼດຫນ້າເວັບ (25%)
  • Video Streaming Score: ຄຸນນະພາບການສະຕີມວິດີໂອ, ຄວາມຕໍ່ເນື່ອງ ແລະ ຄວາມຄົມຊັດ (25%) 

ຜົນການປະເມີນສະທ້ອນໃຫ້ເຫັນວ່າ ຢູນີເທວ ບໍ່ພຽງແຕ່ເປັນເຄືອຂ່າຍທີ່ໄວທີ່ສຸດ, ແຕ່ຍັງມອບປະສົບ ການການນໍາໃຊ້ທີ່ດີເລີດ, ຄອບຄຸມທັງຄວາມໄວ, ຄວາມສະຖຽນ ແລະ ຄຸນນະພາບໃນຊີວິດປະຈໍາວັນຂອງຜູ້ໃຊ້ງານ. 

ນອກຈາກນີ້, ຍັງມີການມອບຂັນລາງວັນ ແລະ ໃບປະກາດກຽດຕິຄຸນ ຈາກ Ookla, ລວມທັງແຜນຈັດ ພິທີມອບລາງວັນຢ່າງເປັນທາງການຢູ່ປະເທດລາວ ໂດຍມີຜູ້ບໍລິຫານລະດັບສູງຂອງ Ookla ເຂົ້າຮ່ວມ. ເພື່ອຮ່ວມ ສະເຫຼີມສະຫຼອງຜົນສໍາເລັດ ແລະ ຢືນຢັນບົດບາດຂອງ ຢູນີເທວ ໃນຖານະຜູ້ນໍາຕະຫຼາດ ແລະ ເຄືອຂ່າຍທີ່ດີທີ່ສຸດ ຂອງປະເທດ 

ດ້ວຍຜົນງານດັ່ງກ່າວ, ຢູນີເທວ ໄດ້ຢືນຢັນຄວາມເປັນຜູ້ນໍາດ້ານເຄືອຂ່າຍໃນລາວ ພ້ອມທັງສືບຕໍ່ເດີນຫນ້າ ສ້າງສັງຄົມດິຈິຕອນທີ່ຄອບຄຸມ ແລະ ຍືນຍົງສໍາລັບທຸກຄົນ.