ຂັ້ນຕອນ ການມາເຮັດບັດປະຈຳຕົວດີຈີຕອນ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ

ຜ່ານການຈັດຕັ້ງປະຕິບັດເກັບກຳຂໍ້ມູນອອກບັດປະຈຳຕົວດີຈີຕອນ ຢູ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ເຫັນວ່າ ພົນລະເມືອງລາວ ແມ່ນໃຫ້ຄວາມສົນໃຈໃນການເຂົ້າມາເຮັດບັດປະຈຳຕົວເປັນຈຳນວນຫລາຍ ແລະ ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ເປັນຢ່າງດີ, ສະຖານທີ່ຮັບຕ້ອນພົນລະເມືອງ ທີ່ເຂົ້າມາເຮັດບັດປະຈຳຕົວ ຍັງບໍ່ທັນສະດວກ, ມີພົນລະເມືອງ ຈຳນວນໜຶ່ງຍັງບໍ່ຮູ້ສະຖານທີ່, ລະບຽບການ, ຂັ້ນຕອນຕ່າງໆຂອງການຢືນເອກະສານເຮັດບັດປະຈຳຕົວດີຈີຕອນ ແລະ ໃນປັດຈຸບັນນີ້ ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ຢູ່ໃນຊ່ວງໄລຍະຝຶກອົບຮົມບຸກຄະລາກອນ ໃຫ້ບັນດາກອງບັນຊາການ ປກສ ຂັ້ນແຂວງ, ປກສ ຂັ້ນເມືອງ ໃນຂອບເຂດທົ່ວປະເທດ ເພື່ອຈະຜັນຂະຫຍາຍລົງສູ່ທ້ອງຖິ່ນ. ສະນັ້ນ, ຈຶ່ງເຮັດໃຫ້ພະນັກງານເຮັດວຽກງານຕົວຈິງໃນການເກັບກຳຂໍ້ມູນອອກບັດບັດປະຈຳຕົວດີຈີຕອນມີຈຳນວນໜ້ອຍ ແລະ ການກຳນົດບັດຄິວມີຈຳນວນຈຳກັດໃນແຕ່ລະວັນ.

I. ຂັ້ນຕອນປະກອບເອກະສານເຮັດບັດປະຈຳຕົວດີຈີຕອນມີຄື:
1. ຖືປື້ມສໍາມະໂນຄົວ, ບັດປະຈໍາຕົວສີຂຽວ, ໜັງສືຜ່ານແດນ(ຖ້າມີ) ໄປຍື່ນຮັບເອົາແບບຟອມຢູ່ຫ້ອງເບີ 1 ເພື່ອປະກອບຂໍ້ມູນ.
2. ຫລັງຈາກປະກອບຂໍ້ມູນແລ້ວ ໃຫ້ໄປຢື່ນເອົາບັດຄິວນຳເຈົ້າໜ້າທີ່ຢູ່ຫ້ອງເບີ 2 ເພື່ອລໍຖ້າເຈົ້າໜ້າທີ່ແຈ້ງຄິວຕາມລຳດັບ.
II. ຂັ້ນຕອນການປະຕິບັດ.
1. ຊື້ແບບຟອມຢູ່ຫ້ອງເບີ 1, ຫລັງຈາກນັ້ນ, ຂຽນຂໍ້ມູນເຂົ້າຮ່າງແບບຟອມ ພ້ອມລົງລາຍເຊັນຕົນເອງໃສ່ແບບຟອມ.
2. ຢືນແບບຟອມເອົາບັດຄິວຢູ່ຫ້ອງເບີ 2.
3. ເຂົ້າເຮັດບັດປະຈຳຕົວດີຈີຕ໋ອນຢູ່ຫ້ອງປ່ອງເບີ 3.
4. ພົນລະເມືອງໃຫ້ມາເຮັດບັດປະຈຳຕົວດ້ວຍຕົນເອງ ເພື່ອຫຼີກລ່ຽງຜ່ານນາຍໜ້າ, ຈ່າຍຄ່າບັດແພງເກີນທາງການໄດ້ກຳນົດ.

III. ການປະຕິບັດໂມງເວລາເຮັດວຽກ
– ຕອນເຊົ້າເວລາ 8:00 ໂມງ ຫາ 11:30 ໂມງ
– ຕອນບ່າຍເວລາ: 13:30 ໂມງ ຫາ 16:00 ໂມງ ຕາມໂມງລັດຖະການ.
IV. ລະບຽບການນຸ່ງຖືຂອງພົນລະເມືອງລາວທີ່ເຂົ້າມາເຮັດບັດປະຈຳຕົວດີຈີຕອນ:
1. ເພດຍິງ: ຕ້ອງນຸ່ງສິ້ນ, ນຸ່ງເສື້ອສຸພາບມີຄໍ (ຍົກເວັ້ນເສື້ອສີຂາວ ) ເພາະຈະຖ່າຍຮູບບໍ່ງາມ.
2. ເພດຊາຍ: ຕ້ອງນຸ່ງໂສ້ງຂາຍາວ, ນຸ່ງເສື້ອສຸພາບມີຄໍ ( ຍົກເວັ້ນສີຂາວ ).
V. ຂໍ້ຫ້າມສຳລັບພົນລະເມືອງລາວມີຈຸດປະສົງມາເຮັດບັດປະຈໍາຕົວດີຈີຕອນ:
1. ເພດຍິງ: ຫ້າມບໍ່ໃຫ້ນຸ່ງໂສ້ງຂາສັ້ນ,ໂສ້ງຂາຍາວ, ກະໂປງ-ສະເກິດ.
2. ເພດຊາຍ: ຫ້າມບໍ່ໃຫ້ນຸ່ງໂສ້ງຂາສັ້ນ, ເສື້ອກ້າມ, ໃສ່ຕຸ້ມຫູ.
3. ຫ້າມຖ່າຍຮູບເຈົ້າໜ້າທີ່ພວມປະຕິບັດໜ້າທີ່ວຽກງານອອກບັດປະຈຳຕົວດີຈີຕອນ ໄປວິພາກວິຈານ.
4. ຫ້າມບໍ່ໃຫ້ນາຍໜ້າ ຫຼື ບຸກຄົນອື່ນໆສວຍໃຊ້ຊ່ອງວ່າງຫາຜົນປະໂຫຍດຈາກພົນລະເມືອງຄົນອື່ນທີ່ຍັງບໍ່ຮູ້ສະຖານທີ່ບ່ອນອອກບັດ, ບໍ່ທັນຮູ້ລະບຽບການ ແລະ ອື່ນໆ. ຖ້າພົບເຫັນແມ່ນຈະປະຕິບັດຕາມລະບຽບກົດໝາຍ.
5. ຫ້າມບຸກຄົນ ແລະ ນິຕິບຸກຄົນ ວິ່ງເຕັ້ນເປັນນາຍໜ້າຊື້ແບບຟອມ ເພື່ອກົດໜ່ວງລາຄາເກີນ 30,000 ກີບ ຕາມຂໍ້ຕົກລົງຂອງກະຊວງ ປກສ. ຖ້າພົບເຫັນຈະກ່າວເຕືອນ, ສຶກສາອົບຮົມ ແລະ ປະຕິບັດຕາມກົດໝາຍ ແລະ ລະບຽບການ.
ທີ່ມາ: ກົມສື່ມວນຊົນ ປກສ
